ຜູ້ຕິດເຊື້ອໂຄວິດ-19 ປິ່ນປົວດີ ອອກໂຮງໝໍທຸກຄົນແລ້ວ

ທ່ານ ດຣ.ນ.ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍຕອນນີ້ ຄົນເຈັບທີ່ຕິດເຊື້ອໂຄວິດ-19 ໄດ້ປິ່ນປົວຫາຍດີ ອອກໂຮງໝໍໝົດທຸກຄົນແລ້ວ ແລະ ກັບໄປຕິດຕາມອາການຂອງຕົນເອງຢູ່ເຮືອນຈົນຄົບ 14 ວັນ, ດ້ານການເກັບຕົວຢ່າງມາກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດປັດຈຸບັນ ເກັບຕົວຢ່າງມາກວດທັງໝົດ 98.951 ຕົວຢ່າງ. ທ່ານຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ໄດ້ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວລາຍງານ ສະພາບການລະບາດຂອງພະຍາດໂຄວິດ-19 ປະຈໍາວັນທີ 18 ມັງກອນ 2021 ວ່າ: ມາຮອດ 5 ໂມງແລງ ຂອງວັນທີ 17 ມັງກອນ 2021 ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 2.263 ຄົນ; ເຊິ່ງທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ດ້ານການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ, ໃນວັນທີ 17 ມັງກອນ 2021, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 643 ຄົນ, ໃນນັ້ນ ມີ 386 ຕົວຢ່າງຈາກບຸກຄົນທົ່ວໄປບໍ່ມີອາການ; ແຮງງານລາວກັບມາແຕ່ໄທບໍ່ມີອາການ 72 ຕົວຢ່າງ ແລະແຮງງານຈີນບໍ່ມີອາການ 185 ຕົວຢ່າງ; ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ, ໝາຍຄວາມວ່າ ວັນທີ 17 ມັງກອນ 2021 ບໍ່ພົບຜູ້ຕິດເຊື້ອໃໝ່.

ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດ ວັນທີ 17 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 98.951 ຕົວຢ່າງ, ກວດພົບເຊື້ອສະສົມ 41 ຄົນ. ສໍາລັບການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ມາຮອດປັດຈຸບັນ ຄົນເຈັບຕິດເຊື້ອພະຍາດ ໂຄວິດ-19 ແມ່ນໄດ້ອອກໂຮງໝໍໝົດທຸກຄົນແລ້ວ ແລະ ສືບຕໍ່ຕິດຕາມອາການຂອງຕົນເອງຢູ່ເຮືອນຈົນຄົບ 14 ວັນ. ທ່ານ ດຣ.ນ.ພອນປະເສີດ ໄຊຍະມຸງຄຸນ ກ່າວຕື່ມວ່າ: ປັດຈຸບັນ ມີລາຍງານຜູ້ຕິດເຊື້ອສະສົມໃນທົ່ວໂລກ ຈາກພະຍາດ ໂຄວິດ-19 ສູງເຖິງ 95 ລ້ານ

ກວ່າຄົນແລ້ວ, ເສຍຊີວິດ 2 ລ້ານກວ່າຄົນ, ຫຼາຍປະເທດ ລວມທັງ ປະເທດໃກ້ຄຽງຍັງຄົງໜ້າເປັນຫ່ວງ ເພາະມີລາຍງານຜູ້ຕິດເຊື້ອສູງຂຶ້ນຢ່າງຕໍ່ເນື່ອງ; ຕໍ່ກັບສະພາບການດັ່ງກ່າວ ພວກເຮົາບໍ່ຄວນປະໝາດຢ່າງເດັດຂາດ, ຈຶ່ງຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຮ່ວມແຮງຮ່ວມໃຈກັນ ສືບຕໍ່ປະຕິບັດ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ຄຳແນະນຳຂອງຂະແໜງການກ່ຽວຂ້ອງ ທີ່ວາງອອກຢ່າງເຂັ້ມງວດ, ສິ່ງສຳຄັນແມ່ນ ພວກເຮົາທຸກຄົນ ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງເຄັ່ງຄັດ ເຊັ່ນ: ໃສ່ຜ້າປິດ-ດັງ ເມື່ອເດີນທາງອອກຈາກບ້ານ, ໝັ່ນລ້າງມືເລື້ອຍໆ, ຮັກສາໄລຍະຫ່າງທາງສັງຄົມ, ຫຼີກລ້ຽງການຊຸມນຸມກັນ, ຮັກສາມາລະຍາດໃນການໄອ-ຈາມ, ບໍ່ເອົາມືສຳຜັດໃບໜ້າ ຕາ, ດັງ, ປາກ.

ນອກຈາກນັ້ນ ກໍ່ໃຫ້ທ່ານໝັ່ນສັງເກດສຸຂະພາບຮ່າງກາຍຂອງຕົນເອງ, ລູກຫຼານ ແລະ ຄົນໃນຄອບຄົວ ຖ້າຫາກທ່ານມີອາການ ຄ້າຍຄືໄຂ້ຫວັດ ກໍ່ໃຫ້ຮີບຮ້ອນໄປພົບແພດ ເພື່ອຮັບການກວດສຸຂະພາບໂດຍໄວ ຖ້າແມ່ນອາການເຂົ້າກັບນິຍາມ ກໍ່ຈະໄດ້ເກັບຕົວຢ່າງກວດຊອກຫາເຊື້ອໂຄວິດ-19 ຢ່າງທັນທີ; ການປະຕິບັດທັງໝົດນີ້ ກໍ່ແມ່ນເພື່ອປ້ອງກັນ ແລະ ຄວບຄຸມ ສະພາບການລະບາດ ໃນປະເທດເຮົາ ບໍ່ໃຫ້ເກີດມີການຕິດເຊື້ອໃນປະເທດເປັນຮອບໃໝ່ ຄືກັບ ຫຼາຍປະເທດໃນໂລກ ແລະ ປະເທດໃກ້ຄຽງ ກັບ ສປປ ລາວ.

 

All Covid-19 infected treated and discharged

Dr. Phonepaseuth Xayamungkhun, Deputy Director General of the Department of Communicable Disease Control, reported to the news reporter regarding to the Covid-19 outbreak situation in Lao PRD. She reported the all infected patients were discharge and continue for 14 days home quarantine.

Since January 2020; 98,951 samples have been collected. As of 5 pm, on 17 Jan 2021, there was a report of 2,263 people arrivals in Lao PDR. All of them were undergo the screening process (body temperature measurement, sample collected) with no sign of fever and respectively has been sent to designated quarantine areas

On January 17, 2021,  643 samples were collected, which 386 were  asymptomatic; 72 samples with no symptom were the Lao worker from Thailand while 185 sample were from Chinese worker, She reported that all the test were negative which meant no new case infected

Summary of analysis From January 2020 to January 17, 2021, a total of 98,951 samples were collected and   41 person positive covid-19 has been announce follow-up for the patients under treatment in the hospital. Presently all patients have been discharged and continue for 14 days home quarantine.

Globally, accumulated infections are currently reported, more than 95 million people are infected and more than 2 million death which a major in many countries due to the steady rise of new case infected.

In this situation, she for all sectors of society to work together and continue strict comply with the announcement of the Office of the Prime Minister; It’s important to follow strict preventive measures such as:  Wear a mask when leaving home, often wash your hands, keep social distance, avoid gatherings, and Maintain etiquette in coughing, sneezing, do not touch the eyelids, nose, mouth.

Furthermore; Take care of your own health, your family and your children. On case you have flu-like symptoms quickly seek for medical assistance. If you have any symptoms are in line with the Covid-19 definition, please inform or medical team for the covid-19 sample collected

All of these actions are to prevent and control the epidemic in our country.