ລາວເຮົາຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ໄດ້ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຖະແຫລງໃຫ້ຮູ້ວ່າ: ໃນວັນທີ 18 ກຸມພາ 2021 ນີ້, ທົ່ວປະເທດມີຜູ້ເດີນທາງເຂົ້າມາທັງໝົດ 2.003 ຄົນ. ໃນນັ້ນຜ່ານດ່ານ ລາວ-ໄທ ມີ 1.815 ຄົນ, ດ່ານ ລາວ-ຈີນ 24 ຄົນ ແລະ ດ່ານ ລາວ-ຫວຽດນາມ 164 ຄົນ. ທັງໝົດໄດ້ແທກອຸນຫະພູມຮ່າງກາຍ, ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງມາກວດກ່ອນນຳສົ່ງໄປສະ ຖານທີ່ຈຳກັດບໍລິເວນ ຈົນຄົບກຳນົດ 14 ວັນ. ປັດຈຸບັນ, ມີຜູ້ຖືກຈໍາກັດບໍລິເວນຈໍານວນ 2.853 ຄົນຢູ່ໃນ 35 ສູນທົ່ວປະເທດ.

ໄດ້ເກັບຕົວຢ່າງຈໍານວນ 314 ຄົນ ມາກວດວິເຄາະແຕ່ບໍ່ພົບຜູ້ຕິດເຊື້ອ COVID-19 ເພີ່ມ, ໝາຍຄວາມວ່າ ວັນທີ 18 ກຸມພາ 2021 ບໍ່ພົບຜູ້ຕິດເຊື້ອໃໝ່ ແລະ ນັບແຕ່ເດືອນມັງກອນ 2020 ມາຮອດປັດຈຸບັນ ໄດ້ເກັບຕົວຢ່າງມາກວດ ທັງໝົດ 110.103 ຕົວຢ່າງ ແລະ ກວດພົບເຊື້ອສະສົມ 45 ຄົນ, ປິ່ນປົວດີ 41 ຄົນ ແລະ ຍັງອີກ 4 ຄົນ ສືບຕໍ່ປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້. ປັດຈຸບັນ, ທົ່ວໂລກມີລາຍງານການລະບາດຂອງພະຍາດ COVID-19 ທັງໝົດ 219 ປະເທດ ແລະ ເຂດ, ມີຜູ້ຕິດເຊື້ອສະສົມຫລາຍກວ່າ 110,7 ລ້ານຄົນ, ເສຍຊິວິດສະສົມຫລາຍກວ່າ 2,4 ລ້ານຄົນ ແລະ ປີ່ນປົວຫາຍດີ ຫລາຍກວ່າ 85,7 ລ້ານຄົນ.

ເຖິງຢ່າງໃດກໍຕາມ, ພະຍາດ COVID-19 ໃນທົ່ວໂລກ ຍັງສືບຕໍ່ລະບາດ, ຫລາຍປະເທດຍັງບໍ່ທັນສາມາດຕັດວົງຈອນການລະບາດ ຂອງພະຍາດໄດ້ເທື່ອ. ດັ່ງນັ້ນ, ຂໍໃຫ້ທຸກພາກສ່ວນໃນສັງຄົມເອົາໃຈໃສ່ປ້ອງກັນຕົນເອງ, ດ້ວຍການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເຊັ່ນ: ໃສ່ຜ້າອັດປາກ-ດັງ, ໝັ່ນລ້າງມືດ້ວຍນ້ຳສະອາດໃສ່ສະບູ, ຮັກສາມາລະຍາດໃນການໄອ-ຈາມ, ຮັກສາໄລຍະຫ່າງທາງສັງຄົມ 1-2 ແມັດຂຶ້ນໄປ, ບໍ່ໃຊ້ສິ່ງຂອງຮ່ວມກັນ, ຫລີກລ້ຽງການເດີນທາງໄປສະຖານທີ່ແອອັດ ຫລື ບ່ອນທີ່ມີຄວາມສ່ຽງ.