ຍອດຜູ້ປ່ວຍໄຂ້ຍຸງລາຍທົ່ວປະເທດສູງເຖິງ 2 ພັນກວ່າຄົນ ເສຍຊີວິດ 6 ຄົນ

ສະພາບການພະຍາດໄຂ້ຍຸງລາຍໃນປະເທດເຮົາ ປັດຈຸບັນ, ຍັງຕ້ອງໄດ້ມີການເຝົ້າລະວັງ ແລະ ຕິດຕາມຢ່າງໃກ້ຊິດ ເນື່ອງຈາກວ່າຍອດຜູ້ປ່ວຍໄຂ້ຍຸງລາຍຍັງມີອັດຕາເພີ່ມຂຶ້ນໃນແຕ່ລະວັນ. ທົ່ວປະເທດມີພຽງແຂວງຊຽງຂວາງທີ່ບໍ່ມີລາຍງານຜູ້ປ່ວຍໄຂ້ຍຸງລາຍ ສ່ວນນະຄອນຫຼວງວຽງຈັນແມ່ນມີຜູ້ປ່ວຍສູງເຖິງ 499 ຄົນ.

ລາຍງານການເຝົ້າລະວັງພະຍາດໄຂ້ຍຸງລາຍປະຈໍາ ວັນທີ 28/06/2020 ມີ 06 ກໍລະນີ ແລະ ເສຍຊີວິດ 00 ກໍລະນີ. ກໍລະນີສະສົມທັງໝົດແຕ່ວັນທີ 28/12/2019-28/06/2020 ມີ 2,223 ກໍລະນີ ແລະ ເສຍຊີວິດ 06 ກໍລະນີ.

ໃນ​ນີ້ ນະ­ຄອນ­ຫຼວງ​ວຽງ​ຈັນ ຍັງ​ຄອງ​ອັນ​ດັບ​ສູງສຸດ ມີ​ຄົນ​ຕິດ­ເຊື້ອ​ພະ­ຍາດ​ນີ້​ສະ​ສົມ 499 ກໍ­ລະ­ນີ, ເສຍ​ຊີ­ວິດ 2 ຄົນ; ແຂວງ​ວຽງ​ຈັນ 305 ກໍ­ລະ­ນີ; ອັດ​ຕະ​ປື 230 ກໍ­ລະ­ນີ; ບໍ​ລິ​ຄຳ​ໄຊ 257 ກໍ­ລະ­ນີ, ເສຍ​ຊີ­ວິດ 2 ຄົນ; ຄຳ​ມ່ວນ 178 ກໍ­ລະ­ນີ, ເສຍ​ຊີ­ວິດ 1 ຄົນ; ສະ­ຫວັນ​ນະ​ເຂດ 175 ກໍ­ລະ­ນີ; ສາ­ລະ​ວັນ 136 ກໍ­ລະ­ນີ; ໄຊ​ຍະ​ບູ​ລີ 116 ກໍ­ລະ­ນີ, ເສຍ​ຊີ­ວິດ 1 ຄົນ; ເຊ​ກອງ 51 ກໍ­ລະ­ນີ, ຫຼວງ​ນໍ້າ​ທາ 71 ກໍ­ລະ­ນີ; ໄຊ​ສົມ­ບູນ 36 ກໍ­ລະ­ນີ; ອຸ­ດົມ​ໄຊ 46 ກໍ­ລະ­ນີ; ຫຼວງ​ພະ​ບາງ 55 ກໍ­ລະ­ນີ; ບໍ່​ແກ້ວ 46 ກໍ­ລະ­ນີ; ຈຳ­ປາ​ສັກ 17 ກໍ­ລະ­ນີ; ຜົ້ງ​ສາ­ລີ 5 ກໍ­ລະ­ນີ; ຫົວ­ພັນ 1 ກໍ­ລະ­ນີ; ສ່ວນ​ແຂວງ​ຊຽງ​ຂວາງ ບໍ່​ພົບ​ກໍ­ລະ­ນີ​ຕິດ­ເຊື້ອ​ພະ­ຍາດ​ນີ້.

ສະ­ພາບ​ໄຂ້­ຍຸງ​ລາຍ​ປີ­ຜ່ານ­ມາ ຖື​ເປັນ​ປີ​ລະ­ບາດ​ໃຫຍ່​ຢູ່​ຂົງ­ເຂດ​ອາ­ຊີ​ຕາ­ເວັນ​ອອກ​ສ່ຽງ​ໃຕ້ ເຊິ່ງ​ມີ​ຜູ້​ຕິດ­ເຊື້ອ 39.000 ຄົນ ເສຍ​ຊີ­ວິດ 76 ຄົນ. ສະ­ເພາະ​ຢູ່ ສປປ ລາວ ໄດ້​ມີ​ການ​ແຜ່​ລະ­ບາດ​ຢ່າງ​ກວ້າງ­ຂວາງ​ໃນ​ທົ່ວ​ປະ­ເທດ.

ເພື່ອ​ປ້ອງ​ກັນ​ພະ­ຍາດ​ໄຂ້­ຍຸງ​ລາຍ​ບໍ່​ໃຫ້​ມີ​ການ​ລະ­ບາດ​ເປັນ​ວົງ​ກວ້າງ ແລະ ບໍ່​ໃຫ້​ມີ​ກໍ­ລະ­ນີ​ໃໝ່ ທຸກ​ຄົນ​ຕ້ອງ​ພ້ອມ​ກັນ​ປ້ອງ​ກັນ​ບໍ່​ໃຫ້​ຍຸງ​ລາຍ​ກັດ ໄປ​ຄຽງ​ຄູ່​ກັບ​ການ​ປະ­ຕິ­ບັດ​ຫຼັກ­ການ 5 ປ ທີ່​ກະ­ຊວງ​ ສາ­ທາ­ລະ­ນະ​ສຸ​ກ ວາງ​ອອກ​ເປັນ​ປະ­ຈຳ ໂດຍ​ສະ­ເພາະ​ທຳ­ລາຍ​ແຫຼ່ງ​ເພາະ​ພັນ​ໜອນ​ນໍ້າ​ຍຸງ​ລາຍ ບໍ່​ມີ​ໜອນ​ນໍ້າ ກໍ​ຈະ​ບໍ່​ມີ​ຍຸງ​ລາຍ.