ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 09 ມິຖຸນາ 2020

ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ຈໍານວນຜູ້ເດີນທາງເຂົ້າມາມີທັງໝົດ 1,859 ຄົນ, ຈຸດຜ່ານດ່ານລາວ-ໄທ 1,240 ຄົນ ຊຶ່ງມີລາຍລະອຽດດັ່ງລຸ່ມນີ້: ຜ່ານດ່ານຂົວມິດຕະພາບແຫ່ງທີ II ມີແຮງງານ 63 ຄົນ (ມີຖິ່ນຖານຈາກ ສະຫວັນນະເຂດ 57 ຄົນ ແລະ ຄຳມ່ວນ 06 ຄົນ), ຜ່ານດ່ານຂົວມິດຕະພາບແຫ່ງທີ III ມີແຮງງານລາວ 10 ຄົນ(ມີຖິ່ນຖານມາຈາກ ຄຳມ່ວນ 07, ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ສະຫວັນນະເຂດແຂວງລະ 01 ຄົນ), ແຮງງານລາວເຂົ້າມາຜ່ານດ່ານວັງເຕົ່າ-ຊ່ອງເມັກມີ 46 ຄົນ (ມີຖິ່ນຖານມາຈາກຈຳປາສັກ 32 ຄົນ,​ ສາລະວັນ 11 ຄົນ,​ ສະຫວັນນະເຂດ 06 ຄົນ ແລະ ຄຳມ່ວນ 02 ຄົນ), ເຫຼືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ 1,121 ຄົນ. ຈຸດຜ່ານດ່ານລາວ–ຈີນ 53 ຄົນ, ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ, ຈຸດຜ່ານດ່ານລາວ– ຫວຽດນາມ 566 ຄົນ,ທັງໝົດແມ່ນຄົນຂັບລົດສົ່ງສິນຄ້າ. ຈຳນວນຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕແມ່ນບໍ່ມີ. ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ກວດຫາອາການຜິດປົກກະຕິ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກ​ໆຄົນມາກວດ (ຍົກ​ເວັ້ນແຕ່​ຜູ້​ຂັບ​ລົດ​ຂົນ​ສົ່ງ ​ແລະ ​ຜູ້​ຕິດ​ຕາມ​) ແລ້ວຈຶ່ງນຳສົ່ງໄປ​ຫາສະຖານທີ່ຈຳກັດບໍລິເວນທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ14 ວັນ. […]

ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 09 ມິຖຸນາ 2020 Read More »