June 9, 2020

ໄຊຊະນະຄັ້ງຍິ່ງໃຫຍ່!! ຜູ້ຕິດເຊື້ອໂຄວິດ-19 ຄົນສຸດທ້າຍຂອງ ສປປ ລາວປິ່ນປົວຫາຍດີແລ້ວ.

ຊົມເຊີຍຜົນສຳເລັດຄັ້ງຍິ່ງໃຫຍ່ຂອງສປປລາວ ທີ່ປິ່ນປົວຄົນຕິດເຊື້ອພະຍາດໂຄວິດ-19 ໄດ້ສຳເລັດໝົດແລ້ວ. ກໍລະນີທີ 8 ເພດຊາຍ ອາຍຸ 18 ປີ ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 28/3/2020 ໄດ້ປິ່ນປົວດີ ແລະ ໄດ້ອອກໂຮງໝໍມື້ນີ້ 9/6/2020 ເປັນຄົນສຸດທ້າຍ. (ກ). ລະບຽບການປ່ອຍຕົວໃຫ້ອອກຈາກໂຮງໝໍ ຜູ້ປິ່ນປົວດີຈາກເຊື້ອໄວຣັດ ໂຄວິດ-19 ແມ່ນຕ້ອງຜ່ານການວິໄຈຫາເຊື້ອໃນເລືອດເປັນລົບ ຈຳນວນ 02 ຄັ້ງຕິດຕໍ່ກັນ (2×24 ຊົ່ວໂມງ), ເຊີ່ງເມື່ອຖືກປ່ອຍກັບບ້ານແລ້ວ ຈະຕ້ອງໄດ້ປະຕິບັດການກັກກັນຕົວພາຍໄຕ້ການຊີ້ນຳຂອງແພດຈຳນວນ 14 ວັນແລ້ວ ແລະ ຕ້ອງໄດ້ກັບມາກວດຫາເຊື້ອອີກຄັ້ງສຸດທ້າຍ: (1). ວັນທີ 14 ເມສາ 2020, ຜູ້ປິ່ນປົວຫາຍຂາດຄົນທຳອິດ ແມ່ນກໍລະນີ (12), ນາງ ເພັດມະລີ ມົງຄົນວິໄລ, ອາຍຸ 20 ປີ, ນັກສຶກສາລາວ ເດີນທາງມາຈາກປະເທດອັງກິດ, ປະຊາຊົນ ບ້ານນາໄຊ ເມືອງໄຊເສດຖາ […]

ໄຊຊະນະຄັ້ງຍິ່ງໃຫຍ່!! ຜູ້ຕິດເຊື້ອໂຄວິດ-19 ຄົນສຸດທ້າຍຂອງ ສປປ ລາວປິ່ນປົວຫາຍດີແລ້ວ. Read More »

ຊົມເຊີຍຜົນສຳເລັດຄັ້ງຍິ່ງໃຫຍ່ຂອງສປປລາວ ທີ່ປິ່ນປົວຄົນຕິດເຊື້ອພະຍາດໂຄວິດ-19 ໄດ້ສຳເລັດໝົດແລ້ວ

ກໍລະນີທີ 8 ເພດຊາຍ ອາຍຸ 18 ປີ ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 28/3/2020 ໄດ້ປິ່ນປົວດີ ແລະ ໄດ້ອອກໂຮງໝໍມື້ນີ້ 9/6/2020 ເປັນຄົນສຸດທ້າຍ.

ຊົມເຊີຍຜົນສຳເລັດຄັ້ງຍິ່ງໃຫຍ່ຂອງສປປລາວ ທີ່ປິ່ນປົວຄົນຕິດເຊື້ອພະຍາດໂຄວິດ-19 ໄດ້ສຳເລັດໝົດແລ້ວ Read More »

ລາຍງານສະຖານະການໂຄວິດ-19 ປະຈໍາວັນທີ 8 ມິຖຸນາ 2020

ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 07 ມິຖຸນາ 2020 ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ຈໍານວນຜູ້ເດີນທາງເຂົ້າມາມີທັງໝົດ 1,419 ຄົນ, ຜ່ານຈຸດຜ່ານດ່ານລາວ-ໄທ 737 ຄົນ ລາຍລະອຽດດັ່ງລຸ່ມນີ້: ຜ່ານດ່ານຂົວມິດຕະພາບແຫ່ງທີ I ມີແຮງງານລາວ 61 ຄົນ (ມີຖິ່ນຖານມາຈາກຫຼວງພະບາງ 27 ຄົນ,​ ນະຄອນຫຼວງ 09 ຄົນ, ຄຳມ່ວນ 06 ຄົນ, ອຸດົມໄຊ 05 ຄົນ, ໄຊຍະບູລີ 05 ຄົນ, ວຽງຈັນ 05 ຄົນ, ຊຽງຂວາງ 03 ຄົນ ແລະ ສະຫວັນນະເຂດ 01 ຄົນ); ຜ່ານດ່ານຂົວມິດຕະພາບ II ມີແຮງງານ 35 ຄົນ(ມີຖິ່ນຖານມາຈາກສະຫວັນນະເຂດ 25 ຄົນ, ຄຳມ່ວນ 09 ຄົນ ແລະ

ລາຍງານສະຖານະການໂຄວິດ-19 ປະຈໍາວັນທີ 8 ມິຖຸນາ 2020 Read More »