ໄຊຍະບູລີ ມີຜູ້ຕິດເຊື້ອໄຂ້ເລືອດອອກແລ້ວ ຫຼາຍກວ່າ 100 ກໍລະນີ

ການລະບາດໄຂ້ຍຸງລາຍປີນີ້ ແມ່ນມີທ່າອ່ຽງເພີ່ມຂຶ້ນຫຼາຍເມື່ອທຽບໃສ່ປີຜ່ານມາ ສະເພາະແຂວງໄຊຍະບູລີ ຜູ້ຕິດເຊື້ອໄຂ້ເລືອດອອກມີເຖິງ 100 ກວ່າກໍລະນີ ແລະ ເສຍຊີວິດແລ້ວ 1 ຄົນ.

ທັງນີ້, ພະຍາດໄຂ້ເລືອດອອກໄດ້ເລີ່ມລະບາດຢູ່ແຂວງໄຊຍະບຸລີແຕ່ຫົວປີ ຈຳນວນຜູ້ຕິດເຊື້ອນັບມື້ນັບເພີ່ມຂຶ້ນຈາກຄົນໜຶ່ງໄປສູ່ຄົນອື່ນ ແລະ ຈາກບ້ານນີ້ໄປຫາບ້ານອື່ນທີ່ໃກ້ຄຽງຕໍ່ໆໄປ. ທັງທີ່ປີນີ້ຝົນຍັງບໍ່ທັນຕົກຫຼາຍ ແລະ ຍັງບໍ່ມີນໍ້າຂັງຫຼາຍຄືປີຜ່ານມາ ແຕ່ກົງກັນຂ້າມມີກໍລະນີຄົນເຈັບໄຂ້ຍຸງລາຍພັດຫຼາຍຂຶ້ນ.

ທ່ານ ດຣ. ຄູນສະຫວັດ ເສນາພັນ ອໍານວຍການໂຮງໝໍແຂວງ ໄດ້ເປີດເຜີຍຕໍ່ສື່ທ້ອງຖິ່ນວ່າ: ນັບແຕ່ຕົ້ນເດືອນມັງກອນຮອດກາງເດືອນ ມິຖຸນາ 2020 ແຂວງໄຊຍະບູລີ ແມ່ນພົບຜູ້ເປັນພະຍາດໄຂ້ຍຸງລາຍທັງໝົດ 108 ກໍລະນີ, ເສຍຊີວິດ 1 ກໍລະນີ ໃນຈໍານວນ 31 ບ້ານ.

ໃນນັ້ນ, ໄດ້ເກີດການລະບາດຢູ່ 4 ເມືອງ ຄື: ເມືອງໄຊຍະບູລີ ມີ 78 ກໍລະນີ, ມີ 21 ບ້ານ, ເມືອງພຽງ 27 ກໍລະນີ, ເສຍຊີວິດ 1 ກໍລະນີ ມີ 5 ບ້ານ, ເມືອງບໍ່ແຕນ ມີ 2 ກໍລະນີ 1 ບ້ານ ແລະ ເມືອງໄຊສະຖານ 1 ກໍລະນີ 1 ບ້ານ.

ສະເພາະໂຮງໝໍແຂວງແມ່ນມີຜູ້ມາກວດ ແລະ ນອນໂຮງໝໍມີທັງໝົດ 76 ກໍລະນີ ເຂົ້ານອນໂຮງໝໍປິ່ນປົວ 56 ກໍລະນີ. ໃນນີ້, ຄົນເຈັບມີອາການຮຸນແຮງ ແລະ ເສຍຊີວິດ 1 ກໍລະນີ, ອາການລະດັບປານກາງ ມີ 21 ກໍລະນີ ແລະ ອາການເບົາບາງ 54 ກໍລະນີ.

ທ່ານຍັງໃຫ້ຮູ້ຕື່ມວ່າ: ພະຍາດໄຂ້ຍຸງລາຍເປັນພະຍາດທີ່ອັນຕະລາຍຕໍ່ຊີວິດຂອງຄົນເຮົາ ເພາະເປັນພະຍາດທີ່ບໍ່ມີວັກແຊັງປ້ອງກັນ, ບໍ່ມີຢາປິ່ນປົວສະເພາະ ເມື່ອເປັນພະຍາດນີ້ແລ້ວ ຖ້າບໍ່ໄດ້ຮັບການປິ່ນປົວວ່ອງໄວທັນເວລາ ແລະ ຖືກຕ້ອງ ຈະເຮັດໃຫ້ຄົນເສຍຊີວິດໄດ້.

ສິ່ງສໍາຄົນໃນການປ້ອງກັນໄຂ້ຍຸງລາຍ ຕ້ອງປະຕິບັດ 5 ປ ຄື: ປິດພາຊະນະທີ່ບັນຈຸນໍ້າໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງມາໄຂ່ໃສ່, ປ່ຽນນໍ້າ ແລະ ຜັດຖູພາຊະນະຖ້ານຕີນຕູ້, ໂຖດອກໄມ້ 2 ຄັ້ງຕໍ່ອາທິດ, ປ່ອຍປາຫາງນົກຍຸງໃສ່ພາຊະນະທີ່ບັນຈຸນໍ້າເພື່ອກິນໜອນນໍ້າຍຸງລາຍ, ປັບປຸງອະນາໄມບໍລິເວນທີ່ຢູ່ອາໄສທາງໃນ ແລະ ນອກເຮືອນໃຫ້ສະອາດໃນແຕ່ລະຄອບຄົວໃຫ້ມີການກວດກາ ແລະ ກໍາຈັດແຫຼ່ງແຜ່ພັນຂອງຍຸງລາຍ ເຊັ່ນ:

ກະໂປະກະປ໋ອງ, ຢາງຕີນລົດເກົ່າ ອາທິດລະ 1 ຄັ້ງ ໃນຂອບເຂດທີ່ຢູ່ອາໄສຂອງຕົນ ປະຕິບັດ 5 ປ ໃຫ້ເປັນນິດໄສ, ປະຕິບັດເປັນປະຈໍາທຸກໆອາທິດ ແລະ ຖ້າເປັນໄຂ້ໃຫ້ໄປປິ່ນປົວຢູ່ໂຮງໝໍ ຫຼື ສຸກສາລາໃກ້ບ້ານທ່ານ ເມື່ອເຫັນແນວນີ້ຈຶ່ງສົມກັບຄໍາຂວັນທີ່ວ່າ “ ບໍ່ມີໜອນນໍ້າ ບໍ່ມີຍຸງລາຍ, ບໍ່ມີຍຸງລາຍ ບໍ່ມີໄຂ້ເລືອດອອກ ”.