July 2020

ສືບຕໍ່ປິດດ່ານຕໍ່ໄປ ງົດວີຊາ, ປິຮ້ານບັນເທີງ​ ແລະໂຈະຍົນເຊົ່າເໝົາລຳ

ຍ້ອນສະພາບການລະບາດຢູ່ໃນພາກພື້ນ ແລະ ໃນໂລກ ຍັງສືບຕໍ່ເພີ່ມຂຶ້ນ ແລະ ຍັງບໍ່ສາມາດຢັບຢັ້ງການລະບາດ ຂອງພະຍາດດັ່ງກ່າວໄດ້ເທື່ອ. ລັດຖະບານລາວຈຶ່ງສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ,ຄວບຄຸມ, ສະກັດກັ້ນ ແລະ  ແກ້ໄຂການລະບາດ ຂອງພະຍາດ COVID-19 ໄປອີກ 1 ເດືອນ ເພາະເຫັນວ່າຍັງມີຄວາມສ່ຽງໃນການນຳເຂົ້າເຊື້ອພະຍາດດັ່ງກ່າວຈາກການເດີນທາງ ເຂົ້າ-ອອກ ໂດຍນັບແຕ່ ວັນທີ 1- 31 ສິງຫາ 2020 ເພື່ອປ້ອງກັນພະຍາດໂຄວິດ-19 ນີ້ບໍ່ໃຫ້ກັບມາຮອບ 2. ທ່ານ ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດ ໄດ້ຕາງໜ້າໃຫ້ລັດຖະບານລາວຖະແຫຼງຂ່າວໃນຕອນບ່າຍຂອງມື້ນີ້ວັນທີ 30 ກໍລະກົດ ກ່ຽວກັບ ການສືບຕໍ່ປະຕິບັດບັນດາມາຕະການຜ່ອນຜັນດັ່ງກ່າວໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ: ໃຫ້ສືບຕໍ່ຂະຫຍາຍ ການຈັດຕັ້ງປະຕິບັດມາດຕະການຜ່ອນຜັນ ແລະ ຄວບຄຸມ ຕາມເນື້ອໃນ ທີ່ໄດ້ກຳນົດ ໃນແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 697/ສຫນຍ, ລົງວັນທີ 30 ມິຖຸນາ 2020 ແລະ […]

ສືບຕໍ່ປິດດ່ານຕໍ່ໄປ ງົດວີຊາ, ປິຮ້ານບັນເທີງ​ ແລະໂຈະຍົນເຊົ່າເໝົາລຳ Read More »

ຊົມເຊີຍ !!! ອາຈານຄົນລາວ ທີ່ໄດ້ຮັບນາມມະຍົດ ວິທະຍາຖານະທາງວິຊາການ ສາດສະດາຈານພິເສດ ທີ່ ມະຫາວິທະຍາໄລ Oxford ທີ່ຢູ່ ລາຊະອານາຈັກອັງກິດ

ວັນທີ 27 ເດືອນ ກໍລະກົດທີ່ຜ່ານມາ, ເອກອັກຄະລາຊທູດ ປະເທດອັງກິດ ປະຈຳ ສ.ປ.ປ ລາວ ທ່ານ John Pearson ໄດ້ເຂົ້າຮ່ວມພິທີການມອບ-ຮັບ ນາມມະຍົດ ວິທະຍາຖານະທາງວິຊາການ ສາດສະດາຈານພິເສດ ທີ່ ມະຫາວິທະຍາໄລ Oxford ທີ່ຢູ່ ລາຊອານາຈັກອັງກິດ ໃຫ້ເເກ່ ຮສ. ດຣ. ມາຍຟອງ ມາຍຊາຍ ເຊິ່ງໄດ້ຈັດຂຶ້ນທີ່ມະຫະວິທະຍາໄລ ວິທະຍາສາດສຸຂະພາບ. ຮສ. ດຣ. ມາຍຟອງ ມາຍຊາຍ ແມ່ນເພື່ອນທີ່ດີຜູ້ຫນຶ່ງຕໍ່ ລາຊອານາຈັກອັງກິດ, ເຊິ່ງເພິ່ນເປັນສະມາຊິກໃນຂະນະຄົ້ນຄວ້າ Lao-Oxford-Mahosot Hospital-Wellcome Trust Research Unit (LOMWRU) ທີ່ໂຮງໝໍ ມະໂຫສົດ, ເຊິ່ງເປັນສະຖາບັນຊັ້ນນຳໃນການປິ່ນປົວ ພະຍາດຕິດຕໍ່. ໃຫ້ກຽດເຂົ້າຮ່ວມໃນງານໂດຍ ລັດຖະມົນຕີ ກະຊວງສາທາລະນະສຸກ ດຣ. ບຸນກອງ ສີຫາວົງ, ຮອງລັດຖະມົນຕີທັງສອງທ່ານ ຈາກກະຊວງສາທາລະນະສຸກ ເເລະ ບັນດາເເຂກຜູ້ມີກຽດ

ຊົມເຊີຍ !!! ອາຈານຄົນລາວ ທີ່ໄດ້ຮັບນາມມະຍົດ ວິທະຍາຖານະທາງວິຊາການ ສາດສະດາຈານພິເສດ ທີ່ ມະຫາວິທະຍາໄລ Oxford ທີ່ຢູ່ ລາຊະອານາຈັກອັງກິດ Read More »

ລາວພົບຜູ້ຕິດເຊື້ອໂຄວິດ-19 ຮອບ 2 ກໍລະນີທີ 20 ເປັນຄົນເກົາຫຼີ

ອີງຕາມການຖະແຫຼງຂອງຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ເມື່ອວັນທີ 24 ກໍລະກົດ 2020 ທີ່ນະຄອນຫຼວງວຽງຈັນ, ໂດຍທ່ານ ຮສ.ດຣ.ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຢືນຢັນວ່າ ປະເທດລາວໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 20 ຫຼັງຈາກທີ່ ສປປ ລາວ ສາມາດຄວບຄຸມການລະບາດຂອງໄວຣັດໂຄວິດ-19 ໄດ້ເປັນເວລາ 101ວັນ. ຜູ້ຕິດເຊື້ອໂຄວິດ-19ກໍລະນີທີ 20 ທີ່ໄດ້ຮັບການຢັ້ງຢືນ ເປັນເພດຊາຍ ອາຍຸ 32 ປີ, ສັນຊາດເກົາຫຼີ, ອາຊີບ: ວິຊາການໄຟຟ້າ , ບ່ອນເຮັດວຽກ: ເຂື່ອນໄຟຟ້ານໍ້າງຽບ (ຜູ້ກ່ຽວຍັງບໍ່ທັນໄປເຮັດວຽກຢູ່ເຂື່ອນເທື່ອ ເພາະຍັງກັກໂຕຕາມລະບຽບການ) ກັກໂຕຢູ່ໂຮງແຮມໄດ້ທີ່ຖືກກຳໜົດເປັນບ່ອນກັກກັນໃນນະຄອນຫຼວງວຽງຈັນ ບໍ່ມີອາການສະແດງອອກ ຕາມການລາຍງານຂອງຜູ້ກ່ຽວ ກ່ອນເດີນທາງມາ ສປປ ລາວ ຜູ້ກ່ຽວບໍ່ມີອາການຫຍັງ ແລະ ໄດ້ກວດ ໂຄວິດ-19 ດ້ວຍ RT-PCR ໃຫ້ຜົນລົບ. ກ່ອນເດີນທາງມາປະເທດລາວ, ຜູ້ກ່ຽວອາໄສຢູ່ນຳຄອບຄົວ ບໍ່ມີພີ່ນ້ອງເປັນພະຍາດ

ລາວພົບຜູ້ຕິດເຊື້ອໂຄວິດ-19 ຮອບ 2 ກໍລະນີທີ 20 ເປັນຄົນເກົາຫຼີ Read More »

ສາທາລະນະສຸກຮຽກຮ້ອງປະຊາຊົນຢ່າແຕກຕື່ນ ແລະ ຍັງບໍ່ທັນໃຊ້ມາດຕະການປິດເມືອງເທື່ອ

ອີງຕາມການຖະແຫຼງຂອງຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ເມື່ອວັນທີ 24 ກໍລະກົດ 2020 ທີ່ນະຄອນຫຼວງວຽງຈັນ, ໂດຍທ່ານ ຮສ.ດຣ.ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຢືນຢັນວ່າ ປະເທດລາວໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 20 ຫຼັງຈາກທີ່ ສປປ ລາວ ສາມາດຄວບຄຸມການລະບາດຂອງໄວຣັດໂຄວິດ-19 ໄດ້ເປັນເວລາ 102ວັນ. ກ່ຽວກັບມາດຕະການຫຼັງຈາກກວດພົບຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 20 ຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ໄດ້ປະຕິບັດດັ່ງນີ້: 1. ເອົາຜູ້ປ່ວຍແຍກປ່ຽວໄປປິ່ນປົວຢູ່ໂຮງໝໍ ພ້ອມຈັດຕັ້ງທີມແພດຕິດຕາມປິ່ນປົວຜູ້ຕິດເຊື້ອ. 2. ຂ້າເຊື້ອຢູ່ຫ້ອງພັກໂຮງແຮມ, ລົດຕູ້, ເຮືອບິນ. 3. ຕິດຕາມຜູ້ສຳຜັດໃກ້ຊິດ 17 ຄົນ ແລະ ກວດຫາເຊື້ອໃຫ້ຜົນລົບ ແຕ່ສືບຕໍ່ກັກຕົວ 14 ມື້ເພື່ອຕິດຕາມອາການ ແລະ ຍັງໄດ້ຈໍາກັດບໍລິເວນຂອງຈຸບິນຂອງຖ້ຽວບິນດັ່ງກ່າວ ເຊິ່ງໄດ້ກວດເຊື້ອຂອງຈຸບິນທັງໝົດ ແຕ່ອອກມາເປັນລົບ. ທ່ານ ພູທອນ ເມືອງປາກ

ສາທາລະນະສຸກຮຽກຮ້ອງປະຊາຊົນຢ່າແຕກຕື່ນ ແລະ ຍັງບໍ່ທັນໃຊ້ມາດຕະການປິດເມືອງເທື່ອ Read More »

ເດັກນ້ອຍລາວເກືອບ 3 ແສນຄົນທົ່ວປະເທດຍັງຂາດສານອາຫານ

ເມື່ອວັນທີ 17 ກໍລະກົດນີ້ວ່າ ກະຊວງສາທາລະນະສຸກແຈ້ງໃຫ້ຮູ້ວ່າ: ເດັກນ້ອຍລາວ 1 ໃນ 3 ຄົນ ຫຼື ເກືອບ 300.000 ຄົນ ໃນຂອບເຂດທົ່ວປະເທດຍັງມີການພັດທະນາດ້ານຕ່າງໆຊັກຊ້າບໍ່ໄດ້ມາດຕະຖານ ແລະ ມີຄວາມສະຫຼາດຈໍາກັດ ຍ້ອນຜົນສະທ້ອນຈາກການຂາດສານອາຫານຊໍ່າເຮື້ອ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ. ທ່ານ ຮສ ດຣ ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະໂພຊະນາການ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ລາຍງານວຽກງານໂພຊະນາການຢູ່ ລາວ ໃນກອງປະຊຸມ ຄະນະກໍາມະການແຫ່ງຊາດດ້ານໂພຊະນາການເພື່ອທົບທວນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ ທີ່ໄດ້ຈັດຂື້ນເມື່ອບໍ່ດົນມານີ້ ຢູ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ວ່າ: ເຖິງແມ່ນວ່າຈະສາມາດແກ້ໄຂ ບັນຫາເລື່ອງໂພຊະນາການໄດ້ດີໃນລະດັບໜຶ່ງ ແຕ່ກໍ່ຍັງມີເດັກນ້ອຍລາວຈໍານວນບໍ່ໜ້ອຍທີ່ຍັງມີວິວັດທະນາການ ແລະ ມີການພັດທະນາດ້ານຕ່າງໆ ທີ່ຊັກຊ້າ ບໍ່ວ່າຈະເປັນດ້ານສຸຂະພາບທາງຮ່າງກາຍ, ມັນສະໝອງ,

ເດັກນ້ອຍລາວເກືອບ 3 ແສນຄົນທົ່ວປະເທດຍັງຂາດສານອາຫານ Read More »

94 ມື້ລາວບໍ່ມີຜູ້ຕິດເຊື້ອໂຄວິດ-19

ການເຝົ້າລະວັງການລະບາດຂອງເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ຜ່ານການກວດກາຕິດຕາມ ກໍ່ຖືວ່າເປັນມື້ທີ 94 ທີ່ປະເທດລາວບໍ່ມີຜູ້ຕິດເຊື້ອໃໝ່. ຈາກການເຂົ້າອອກຜ່ານດ່ານຈຸດຕ່າງໆ ກັບ ປະເທດອ້ອມຂ້າງນັ້ນ ເຫັນວ່າຍັງມີຄົນເຂົ້າ-ອອກດ່ານຫຼາຍ ເຊິ່ງສະແດງອອກ ມາ ຮອດວັນທີ 14 ກໍລະກົດ 2020 ມີຄົນຜ່ານດ່ານທັງໝົດ 1.991 ຄົນ, ໃນນັ້ນຈຸດຜ່ານດ່ານລາວ-ໄທ ຫຼາຍກວ່າໝູ່ ມີ 1.440 ຄົນ ເປັນແຮງງານລາວກັບມາແຕ່ໄທ 150 ຄົນ,ຈຸດຜ່ານດ່ານລາວ – ຈີນ 23 ຄົນ (ໃນນີ້ມີ ແຮງງານລາວ 06 ຄົນ, ແຮງງານຈີນ 11 ຄົນ ຜ່ານດ່ານບໍ່ເຕັນ, ແຂວງຫຼວງນໍ້າທາ, ຄົນຈີນເຂົ້າມວຽກລັດຖະການ 02 ຄົນ ຜ່ານດ່ານລານຕຸຍ, ແຂວງຜົ້ງສາລີ, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ), ຈຸດຜ່ານດ່ານລາວ – ຫວຽດນາມ 528

94 ມື້ລາວບໍ່ມີຜູ້ຕິດເຊື້ອໂຄວິດ-19 Read More »

ໄຂ້ຍຸງລາຍລະບາດໃນລາວມີຜູ້ປ່ວຍເກືອບ 3 ພັນຄົນ! ເສຍຊີວິດແລ້ວ 8 ຄົນ

ລາຍງານການເຝົ້າລະວັງພະຍາດໄຂ້ຍຸງລາຍປະຈໍາ ວັນທີ 09/07/2020 ມີ 75 ກໍລະນີ ແລະ ເສຍຊີວິດ 00 ກໍລະນີ. ກໍລະນີສະສົມທັງໝົດແຕ່ວັນທີ 28/12/2019-09/07/2020 ມີ 2,736 ກໍລະນີ ແລະ ເສຍຊີວິດ 08 ກໍລະນີ. ລາຍລະອຽດກໍລະນີເສຍຊີວິດ: ເພດຊາຍ, ອາຍຸ 20 ປີ, ອາຊີບກຳມະກອນ, ຢູ່ບ້ານ ນໍ້າພານ: ເມືອງ ຄູນ, ແຂວງ ຊຽງຂວາງ, ອາການ ໄຂ້, ເຈັບຫົວ, ເຈັບກ້າມຊີ້ນ, ຕຸ່ມຜື່ນຄັນ, ມີຈຸດຊໍ້າເລືອດ, ເຮັດຕວກນິເກເປັນບວກ, ເລີ່ມຕົ້ນເຈັບວັນທີ 28/06/2020, ເຂົ້າໂຮງໝໍ ວັນທີ 01/07/2020, ແລະ ເສຍຊີວິດວັນທີ 07/07/2020, ສົ່ງຕົວຢ່າງມາ ສວລ ວັນທີ 03/07/2020 ລໍຖ້າຜົນກວດ. ໃນ​ນີ້ ນະ­ຄອນ­ຫຼວງ​ວຽງ​ຈັນ ຍັງ​ຄອງ​ອັນ​ດັບ​ສູງສຸດ ມີ​ຄົນ​ຕິດ­ເຊື້ອ​ພະ­ຍາດ​ນີ້​ສະ​ສົມ 625

ໄຂ້ຍຸງລາຍລະບາດໃນລາວມີຜູ້ປ່ວຍເກືອບ 3 ພັນຄົນ! ເສຍຊີວິດແລ້ວ 8 ຄົນ Read More »

ຕົວເລກຜູ້ປ່ວຍໄຂ້ຍຸງລາຍໃນລາວຍັງເພີ່ມຕໍ່ເນື່ອງ! ເສຍຊີວິດແລ້ວ 8 ຄົນ

ວັນທີ 8 ເດືອນ ກໍລະກົດ 2020 ມີຜູ້ເສຍຊີວິດຈາກພະຍາດໄຂ້ເລືອດອອກ ຫຼືໄຂ້ຍຸງລາຍເພີ່ມອີກ 1 ຄົນ ເຊິ່ງປັດຈຸບັນມີຜູ້ເສຍຊີວິດແລ້ວໃນທົ່ວປະເທດລວມທັງໝົດ 8 ຄົນ, ສະເພາະໃນວັນດຽວກັນມີຜູ້ຕິດເຊື້ອເພີ່ມຂຶ້ນ 47 ກໍລະນີ. ສ່ວນກໍລະນີທີ່ເສຍຊີວິດເພີ່ມແມ່ນປະຊາຊົນແຂວງຊຽງຂວາງ. ນັບແຕ່ຕົ້ນປີ 2020 ເຖິງປະຈຸບັນມີຜູ້ຕິດເຊື້ອໄຂ້ເລືອດອອກສະສົມໃນ 17 ແຂວງ ແລະໃນນະຄອນຫຼວງລວມເຖິງ 2,661 ກໍລະນີ, ໃນນັ້ນແມ່ນນະຄອນຫຼວງວຽງຈັນມີຜູ້ຕິດເຊື້ອຫາຍກວ່າໝູ່ເຖິງ 608 ກໍລະນີ, ຮອງແມ່ນແຂວງບໍລິຄໍາໄຊ 333 ກໍລະນີ ແລະແຂວງວຽງຈັນ 329 ກໍລະນີ ຕາມລໍາດັບ. ກ່ຽວກັບບັນຫານີ້, ເຈົ້າໜ້າທີ່ສາທາລະນະສຸກກໍ່ໄດ້ເນັ້ນໜັກເລື້ອຍໆໃນການເຕືອນສະຕິມາຍັງປະຊາຊົນທົ່ວປະເທດໃຫ້ເອົາໃຈໃສ່ພິເສດຕໍ່ການກໍາຈັດແຫຼ່ງທີ່ຢູ່ອາໄສຂອງຍຸງລາຍ ເປັນຕົ້ນແມ່ນໄລຍະລະດູຝົນ ໂດຍສະເພາະການປະຕິບັດ 5 ປ ຄື ປ1 ແມ່ນ ປິດຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂ່ໃສ່; ປ2 ແມ່ນ ປ່ຽນນ້ຳໃນພາຊະນະ ເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ; ປ3 ແມ່ນ ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳໃນອ່າງດອກບົວ,

ຕົວເລກຜູ້ປ່ວຍໄຂ້ຍຸງລາຍໃນລາວຍັງເພີ່ມຕໍ່ເນື່ອງ! ເສຍຊີວິດແລ້ວ 8 ຄົນ Read More »