June 2, 2020

ອີກ 2 ຄົນທີ່ປິ່ນປົວດີ ແລະ ອອກໂຮງໝໍ

ກໍລະນີທີ 16 ເພດຍິງ ອາຍຸ 23 ປີ ບ້ານ ໜອງດ້ວງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 8/4/2020. ກໍລະນີທີ 18 ເພດຍິງ ອາຍຸ 32 ປີ ບ້ານ ໜອງດ້ວງ ເມືອງສີໂຄດຕະບອງ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 10/4/2020. ທັງ 2 ຄົນ ແມ່ນໄດ້ປິ່ນປົວດີ ແລະ ໄດ້ອອກໂຮງໝໍແລ້ວໃນວັນທີ 27/5/2020.

ອີກ 2 ຄົນທີ່ປິ່ນປົວດີ ແລະ ອອກໂຮງໝໍ Read More »

ສະຫຼຸບມາດຕະການຜ່ອນຜັນໃໝ່ນັບແຕ່ວັນທີ 2 – 30 ມິຖຸນາ 2020

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການລະບາດ ຂອງພະຍາດໂຄວິດ-19 ອອກມາດຕະການຜ່ອນຜັນໃໝ່ຕື່ມ, ເຊິ່ງເລີ່ມປະຕິບັດນັບແຕ່ວັນທີ 2 ຫາ 30 ມິຖຸນາ 2020 ມາດຕະການຜ່ອນຜັນນີ້ ແມ່ນເປັນການຊົ່ວຄາວ, ຖ້າມີການລາຍງານກໍລະນີມີຜູ້ຕິດເຊື້ອເກີດຂຶ້ນຢູ່ໃນແຂວງໃດແຂວງໜຶ່ງຈະໄດ້ຈຳກັດການເຂົ້າ-ອອກ ແລະ ປະຕິບັດຄືນມາດຕະການຕ່າງໆຢ່າງເຂັ້ມງວດສະເພາະແຂວງນັ້ນ ເຊິ່ງແມ່ນຄະນະສະເພາະກິດແຂວງນັ້ນຈະເປັນຜູ້ພິຈາລະນາ ຖ້າຫາກເກີດມີຜູ້ຕິດເຊື້ອເປັນຈຸ້ມແຕ່ 2 ແຂວງຂຶ້ນໄປແມ່ນຈະໄດ້ກັບມາປະຕິບັດບັນດາມາດຕະການຕ່າງໆທີ່ໄດ້ກຳນົດໃນຄໍາສັ່ງສະບັບເລກທີ 06/ນຍ ຄືນໃໝ່ຢ່າງເຂັ້ມງວດ. ມາດຕະການຜ່ອນຜັນອະນຸຍາດໃຫ້ເປີດການຮຽນການສອນໃນທຸກລະດັບການສຶກສານັບແຕ່ໂຮງຮຽນລ້ຽງເດັກ ແລະ ອະນຸບານຮອດມະຫາວິທະຍາໄລ, ເປີດຕະຫຼາດກາງຄືນ, ຮ້ານກິນດື່ມ, ໂຮງສາຍຮູບເງົາ, ການແຂ່ງຂັນກິລາຕ່າງໆ ແລະ ອື່ນໆ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຕາມທີ່ທາງຄະນະສະເພາະກິດໄດ້ວາງອອກ. ກະຊວງສຶກສາທິການ ແລະ ກິລາ ແລະ ຂະແໜງອື່ນໆທີ່ມີ ໂຮງຮຽນ ຫຼື ສະຖາບັນການສຶກສາ ເປີດໂຮງຮຽນຄືນໃໝ່ໃນຊັ້ນໂຮງຮຽນລ້ຽງເດັກ ແລະ ອະນຸບານ, ຊັ້ນ ປ 1 ຫາ ປ 4, ມ 1

ສະຫຼຸບມາດຕະການຜ່ອນຜັນໃໝ່ນັບແຕ່ວັນທີ 2 – 30 ມິຖຸນາ 2020 Read More »