ໄຊຍະບູລີ ມີຜູ້ຕິດເຊື້ອໄຂ້ເລືອດອອກແລ້ວ ຫຼາຍກວ່າ 100 ກໍລະນີ

ການລະບາດໄຂ້ຍຸງລາຍປີນີ້ ແມ່ນມີທ່າອ່ຽງເພີ່ມຂຶ້ນຫຼາຍເມື່ອທຽບໃສ່ປີຜ່ານມາ ສະເພາະແຂວງໄຊຍະບູລີ ຜູ້ຕິດເຊື້ອໄຂ້ເລືອດອອກມີເຖິງ 100 ກວ່າກໍລະນີ ແລະ ເສຍຊີວິດແລ້ວ 1 ຄົນ. ທັງນີ້, ພະຍາດໄຂ້ເລືອດອອກໄດ້ເລີ່ມລະບາດຢູ່ແຂວງໄຊຍະບຸລີແຕ່ຫົວປີ ຈຳນວນຜູ້ຕິດເຊື້ອນັບມື້ນັບເພີ່ມຂຶ້ນຈາກຄົນໜຶ່ງໄປສູ່ຄົນອື່ນ ແລະ ຈາກບ້ານນີ້ໄປຫາບ້ານອື່ນທີ່ໃກ້ຄຽງຕໍ່ໆໄປ. ທັງທີ່ປີນີ້ຝົນຍັງບໍ່ທັນຕົກຫຼາຍ ແລະ ຍັງບໍ່ມີນໍ້າຂັງຫຼາຍຄືປີຜ່ານມາ ແຕ່ກົງກັນຂ້າມມີກໍລະນີຄົນເຈັບໄຂ້ຍຸງລາຍພັດຫຼາຍຂຶ້ນ. ທ່ານ ດຣ. ຄູນສະຫວັດ ເສນາພັນ ອໍານວຍການໂຮງໝໍແຂວງ ໄດ້ເປີດເຜີຍຕໍ່ສື່ທ້ອງຖິ່ນວ່າ: ນັບແຕ່ຕົ້ນເດືອນມັງກອນຮອດກາງເດືອນ ມິຖຸນາ 2020 ແຂວງໄຊຍະບູລີ ແມ່ນພົບຜູ້ເປັນພະຍາດໄຂ້ຍຸງລາຍທັງໝົດ 108 ກໍລະນີ, ເສຍຊີວິດ 1 ກໍລະນີ ໃນຈໍານວນ 31 ບ້ານ. ໃນນັ້ນ, ໄດ້ເກີດການລະບາດຢູ່ 4 ເມືອງ ຄື: ເມືອງໄຊຍະບູລີ ມີ 78 ກໍລະນີ, ມີ 21 ບ້ານ, ເມືອງພຽງ 27 ກໍລະນີ, ເສຍຊີວິດ 1 […]

ໄຊຍະບູລີ ມີຜູ້ຕິດເຊື້ອໄຂ້ເລືອດອອກແລ້ວ ຫຼາຍກວ່າ 100 ກໍລະນີ Read More »