ປະເທດລາວໄດ້ຮັບການຍ້ອງຍໍຈາກ WHO ກັບໄຊຊະນະໃນການຮັບມືໂຄວິດ-19

ເວັບໄຊຂ່າວ laotiantimes ໄດ້ລາຍງານໃຫ້ຮູ້ວ່າ ປະເທດລາວໄດ້ຮັບການຍ້ອງຍໍຈາກຜູ້ຕາງໜ້າຂອງອົງການສາກົນດ້ານສາທາລະນະສຸກ ສຳລັບການຮັບມືກັບການແຜ່ລະບາດຂອງໂຄວິດ-19. ຫຼັງຈາກຜ່ານໄປເປັນເວລາ 59 ວັນ ໂດຍບໍ່ພົບຜູ້ປ່ວຍ ໂຄວິດ-19 ກໍລະນີໃໝ່ ແລະ  ຜູ້ປ່ວຍກໍລະນີສຸດທ້າຍໄດ້ອອກຈາກໂຮງໝໍເປັນທີ່ຮຽບຮ້ອຍ ທ່ານ ທອງລຸນ ສິສຸລິດ ໄດ້ກ່າວຄໍາປາໄສ ເມື່ອວັນທີ 10 ມິຖຸນາ ທີ່ຜ່ານມາ ກ່ຽວກັບຄວາມສຳເລັດຂອງປະເທດໃນການຄວບຄຸມການລະບາດຂອງໄວຣັດໂຄວິດ-19 ພ້ອມກ່າວຂອບໃຈບັນດາຄູ່ຮ່ວມມືສາກົນທີ່ໃຫ້ການສະ ໜັບສະໜູນ. ໃນບົດກ່າວປາໄສ  ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຊົມເຊີຍຄະນະສະເພາະກິດ ທີ່ໄດ້ປະຕິບັດມາດຕະການຄວບຄຸມທີ່ວ່ອງໄວ ແລະ ມີປະສິດຕິຜົນ ຢຸດເຊົາການລະບາດຂອງ ໂຄວິດ-19 ພ້ອມຍ້ອງຍໍການປະກອບສ່ວນ ແລະ ການເສຍສະຫຼະຂອງປະຊາຊົນໃນການສັງເກດເບິ່ງຂໍ້ຈຳກັດຕ່າງໆກ່ຽວວ່າພວກເຂົາສາມາດໄປສະຖານທີ່ໃດໄດ້ ຫຼື ສາມາດເຮັດກິດຈະກຳຫຍັງໄດ້ແນ່. ທ່ານ ດຣ Howard Sobel ຜູ້ຕາງໜ້າອົງການອະນາໄມໂລກປະຈຳ ສປປ ລາວ ໄດ້ກ່າວຊົມເຊີຍຜົນສຳເລັດຂອງລັດຖະບານລາວໃນການຄວບຄຸມການລະບາດຂອງພະຍາດ ໂຄວິດ-19 ຄັ້ງທຳອິດຂອງປະເທດ. WHO ໄດ້ເຮັດວຽກຮ່ວມກັບກະຊວງສາທາລະນະສຸກຂອງລາວ ແລະ ພາກສ່ວນອື່ນໆ ເພື່ອເສີມສ້າງຄວາມເຂັ້ມແຂງໃນການປ້ອງກັນປະເທດຕໍ່ການລະບາດຂອງໄວຣັດໂຄວິດ-19 ແລະ ພະຍາດຕິດຕໍ່ອື່ນໆ.

ປະເທດລາວໄດ້ຮັບການຍ້ອງຍໍຈາກ WHO ກັບໄຊຊະນະໃນການຮັບມືໂຄວິດ-19 Read More »