ສຸຂະພາບ: 5 ຂໍ້ຜິດພາດ! ອອກກໍາລັງກາຍແລ້ວເປັນຫຍັງຈຶ່ງບໍ່ຈ່ອຍຈັກເທື່ອ

ມື້ນີ້ມາເອົາໃຈຄົນທີ່ຮັກສຸຂະພາບ ແລະ ຕ້ອງການ ຮັກສາຫຸ່ນໃຫ້ແຂງແຮງ, ບໍ່ຕຸ້ຍບໍ່ຈ່ອຍຈົນເກີນໄປ. ແຕ່ຫຼາຍທ່ານອາດຈະພົບບັນຫາ ການອອກກໍາລັງກາຍບໍ່ຖືກວິທີ . ໄປອອກກໍາລັງກາຍທຸກມື້ ພັດວ່າແຮງກິນເຂົ້າແຊບ, ຕຸ້ຍພີດີງາມ. ເອົາລະ! ມື້ນີ້ມາເບິ່ງວ່າ ທ່ານອາດຈະເຮັດບາງຢ່າງຜິດພາດກໍ່ເປັນໄປໄດ້.

1. ອອກກໍາລັງກາຍຫນັກເກີນໄປ:
ຫລາຍຄົນຄົງຈະຄິດວ່າການອອກກໍາລັງກາຍຫນັກເປັນເລື້ອງທີ່ດີ ແຕ່ການອອກກໍາລັງກາຍທີ່ຫນັກຫລາຍຈົນເກີນໄປຈະບໍ່ເຮັດໃຫ້ເຮົາຈ່ອຍ ເພາະມັນຈະສ້າງພາວະໃຫ້ກັບຮ່າງກາຍຫລາຍກວ່າເກົ່າ ເຮັດໃຫ້ຮ່າງກາຍທີ່ລັ່ງຮໍໂມນຄຽດທີ່ມີຊື່ວ່າ “ຄໍຕິຊອລ cortisol” ເຊິ່ງປົກະຕິຮ່າງກາຍຈະຫລັ່ງຮໍໂມນໂຕນີ້ຢູ່ແລ້ວຕອນທີ່ເຮົາອອກກໍາລັງກາຍ ແຕ່ຫລັ່ງໃນປະລິມານທີ່ພໍດີພໍເຫມາະ ເຊິ່ງມັນຈະຊ່ວຍເຮົາດຶງໄຂມັນ ແລະ ພະລັງງານສະສົມໃນຮ່າງກາຍອອກມາເຜົາ ແຕ່ຖ້າຫາກມັນຖືກຫລ່ັ່ງໃນປະລິມານຫລາຍຈົນໄປຈາກການອອກກໍາລັງກາຍຢ່າງບ້າຄຮັ້ງ ມັນຈະໄປສະຫລາຍກ້າມເນື້ອຂອງເຮົາອອກມາເຜົາອີກດ້ວຍ ຜົນລັບກໍ່ຄືເຮົາຈະຕຸ້ຍງ່າຍຂື້ນ ເພາະກ້າມເນື້ອຊ່ວຍໃນການເຜົາຜານໄຂມັນ ແຖມເຮົາຈະມີພຸງມາພ້ອມ ຮໍໂມນຄຽດໂຕນີ້ພໍໄປຫລ່ັງມັນຫລາຍໆ ມັນຈະເລີ້ມປົກປ້ອງອະໄຍຍະວະສໍາຄັນຂອງເຮົາ ເຊິ່ງສ່ວນໃຫຍ່ອະໄວຍະວະພວກນັ້ນຢູ່ບ່ອນແກນກາງ.

2. ກິນຫນ້ອຍຈົນເກີນໄປ:
ຄົນທີ່ອອກກໍາລັງກາຍແລ້ວຢາກລົດໄຂມັນໄວໆ ຈະລົດການກິນໃຫ້ຫນ້ອຍລົງ ເພາະຄິດວ່າ ຈະຈ່ອຍໄດ້ໄວກວ່າ ແຕ່ຮູ້ບໍ່ວ່າຮ່າງກາຍຈະບໍ່ຍອມໃຫ້ເຜົາໄຂມັນ ຖ້າຫາກວ່າເຮົາກິນຫນ້ອຍເກີນໄປຈົນຮ່າງກາຍຄິດວ່າ: ມັນກໍາລັງຈະຕາຍ ຫມວດນີ້ເຂົາເອີ້ນວ່າ Survival Mode ໃຜທີ່ກິນຫນ້ອຍເກີນໄປຈະເຂົ້າສູ່ຫມວດນີ້ທຸກລາຍ ຍັງບໍ່ທັນຕ້ອງໄປອອກກໍາລັງກາຍລະບົບເຜົາຜານເຮົາກໍ່ຕໍ່າລົງ ເພາະພໍແຕ່ອາຫານທີ່ເຮົາກິນລົງໄປບໍ່ພຽງພໍກັບທີ່ຮ່າງກາຍຕ້ອງການ ມັນຈະເລີ້ມດັດລະບົບສໍາຄັນອອກເທື່ອລະລະບົບ ລະບົບແລກຄືລະບົບສືບພັນ ສັງເກດວ່າປະຈໍາເດືອນຈະເລີ້ມບໍ່ມາ ແລ້ວຖ້າເຮົາຢູ່ໃນຫມວດ Survival Mode ແລ້ວອອກກໍາລັງກາຍເພີ້ມເຂົ້າໄປອີກ ຍິ່ງປະສົມປະສານຄວາມພັງໃຫ້ຫນັກກວ່າເກົ່າ.
3. ກິນແລ້ວຄ່ອຍໄປຄາດິໂອ:
ການຄາດິໂອ້ໃນທີ່ນີ້ແມ່ນ ການຍ່າງ ການແລ່ນ ການຂີ່ລົດຖີບ ການໃຊ້ເຄື່ອງຍ່າງ ການເຕັ້ນແອລາບິກ ເຊິ່ງກິດຈະກໍາເຫລົ່ານີ້ຖືວ່າເປັນການຄາດິໂອ້ ເພາະຫົວໃຈເຮົາເຕັ້ນຕໍ່ເນື່ອງ ແຕ່ບໍ່ແມ່ນຕ່ອຍມວຍ ອັນນັ້ນຄືໂຫດດິບເຖື່ອນເກີນໄປ ເຊິ່ງບາງຄົນມີການກິນນໍ້າຫວານ ໂກໂກ້ ໄມໂລ ໂປຕີນ ອັນໃດກໍ່ຕາມທີ່ມີແຄເລີລີ ເຊິ່ງຂອງເຫລົ່ານີ້ຈະໄປຢຸດຂະບວນການດຶງໄຂມັນສະສົມອອກມາເຜົາ ດ້ວຍຮໍໂມນທີ່ມີຊື່ວ່າອິນຊູລິນ ແລ້ວຮ່າງກາຍຈະເອົາອາຫານໃຫມ່ທີ່ເຮົາຫາກໍ່ກິນມາໃຊ້ຄາດິໂອ້ ມີຄວາມຫມາຍວ່າເຮົາກິນເພື່ອທີ່ຈະເອົາສິ່ງຂອງທີ່ຫາກໍ່ກິນອອກ ແຕ່ບໍ່ໄດ້ເອົາຂອງເກົ່າອອກ.
4. ບໍ່ໄດ້ອອກກໍາລັງການສ້າງກ້າມເນື້ອ:
ນັ້ນກໍ່ຄືການຫລີ້ນເວດເທຮນນີ້ງ ການມີກ້າມເນື້ອຫລາຍເຮັດໃຫ້ເຮົາເຜົາຜານໄຂມັນໄດ້ຫລາຍຂື້ນ ເຊິ່ງກ້າມເນື້ອເຮົາມີ 2 ປະເພດຄື Slow Twist and Fast Twist ຂ່າວດີກໍ່ຄືເຮົາເລືອກຝຶກໄດ້ ເພາະແບບ Slow Twist ເກືອບບໍ່ໃຫຍ່ເລີຍຫລີ້ນໄປຈັ່ງໃດກ້າມກໍ່ບໍ່ໃຫຍ່ ສ່ວນ Fast Twist ໃຫຍ່ໄດ້.
5. ບໍ່ໄດ້ຫລີ້ນທ່າ Compound Movement ຫລື Lower body:
ສໍາລັບຄົນທີ່ຫລີ້ນເວດຢູ່ແລ້ວແຕ່ສົງໃສວ່າເປັນຫຍັງຍັງບໍ່ຈ່ອຍອາດຈະເປັນເພາະວ່າເຮົາບໍ່ໄດ້ຫລີ້ນກ້າມເນື້ອມັດໃຫຍ່ໆເຊັ່ນ: ທ່ອນລຸ່ມ Lower body ຫລື ເຮົາບໍ່ໄດ້ຫລີ້ນທ່າທີ່ກ້າມເນື້ອຫລາຍໆມັດພ້ອມກັນ ຫລື ທີ່ເຂົາເອີ້ນວ່າ Compound Movement ກໍ່ຈະມີຕັ້ງແຕ່ Bench Press, Pull up, Squat, Deadlift, Plank ສັງເກດວ່າຫລີ້ນທ່າພວກນີ້ເມື່ອຍຫລາຍໆ ເຮັດໃຫ້ເຮົາໄດ້ໂຊກ 2 ຊັ້ນ:
1. ເຮົາເຜົາໄຂມັນໄດ້ຫລາຍກວ່າການຫລີ້ນກ້າມເນື້ອມັດນ້ອຍ ແລະ ເບີນແຄເລລີໄດ້ຫລາຍກວ່າ ແລະ
2. ເຮົາສ້າງກ້າມເນື້ອໂດຍລວມໄດ້ຫລາຍກວ່າ ກໍ່ເຜົາຜານໄຂມັນໄດ້ດີກວ່າ.