ຄະນະສະເພາະກິດ ອອກມາດຕະການໃໝ່ ບຸກຄົນທີ່ເດີນທາງເຂົ້າມາໃນ ສປປ ລາວ
ຄະນະສະເພາະກິດ ອອກມາດຕະການໃໝ່ ບຸກຄົນທີ່ເດີນທາງເຂົ້າມາໃນ ສປປ ລາວ ຈະຕ້ອງໃສ່ອຸປະກອນຕິດຕາມທາງການແພດເພື່ອໃຫ້ສາມາດຕິດຕາມການເຄື່ອນໄຫວຂອງບຸກຄົນດັ່ງກ່າວໄດ້ໃນຂອບເຂດ 14 ວັນ. ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາ ລະນະສຸກ ໄດ້ຕາງໜ້າໃຫ້ຄະນະສະເພາະກິດ ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 22 ທັນວາຜ່ານມາ ທີ່ກະຊວງສາທາລະນະສຸກວ່າ: ເນື່ອງຈາກສະພາບການລະບາດຂອງພະຍາດ COVID-19 ຍັງບໍ່ມີທ່າອ່ຽງຫຼຸດລົງ ແລະ ບາງປະເທດມີການລະບາດຮອບໃໝ່ ຍິ່ງໄປກວ່ານັ້ນ ມີການກາຍພັນເປັນພັນທີ່ຮ້າຍແຮງຂຶ້ນກວ່າເກົ່າ, ການແຜ່ເຊື້ອ ຈະມີຄວາມໄວຂຶ້ນ ແລະ ສະຫຼັບສັບຊ້ອນ ກວ່າສາຍພັນເດີມ, ການກວດເຫັນຜູ້ຕິດເຊື້ອປັດຈຸບັນນີ້ ສ່ວນຫຼາຍ ບໍ່ມີອາການ ຊຶ່ງເຮັດໃຫ້ການປ້ອງກັນ, ຄວບຄຸມ ຍິ່ງເພີ່ມຄວາມຫຍຸ້ງຍາກສັບສົນ ຂຶ້ນຕື່ມ. ສະນັ້ນ ລັດຖະບານ ຈຶ່ງຮຽກຮ້ອງໃຫ້ພົນລະເມືອງລາວ ແລະ ຜູ້ທີ່ດຳລົງຊີວິດ ຢູ່ ສປປ ລາວ ຕ້ອງເພີ່ມສະຕິລະວັງຕົວ ໃຫ້ສູງກວ່າເກົ່າ ແລະ ສູງກວ່າ ທີ່ເປັນຢູ່ໃນປັດຈຸບັນ ຊຶ່ງມາດຕະການສຳລັບໄລຍະແຕ່ວັນທີ 23 ທັນວາ 2020 ຫາ ວັນທີ …
ຄະນະສະເພາະກິດ ອອກມາດຕະການໃໝ່ ບຸກຄົນທີ່ເດີນທາງເຂົ້າມາໃນ ສປປ ລາວ Read More »