ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດຂອງແຜນງານອະນາໄມ ແລະ ສົ່ງເສີມສຸຂະພາບປະຈຳປີ 2020 ແລະ ແຜນການປີ 2021 ວາງທິດທາງແຜນການ 5 ປີ 2021–2025

ວັນທີ 10 ມີນາ 2021 ທີ່ຜ່ານມາ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ

ໄດ້ຈັດກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດຂອງແຜນງານອະນາໄມ ແລະ ສົ່ງເສີມສຸຂະພາບ ປະຈຳ

ປີ 2020 ແລະ ແຜນການ 2021 ແລະ ວາງທິດທາງແຜນການ 5 ປີ 2021-2025 ຂື້ນທີ່ ເມືອງວັງວຽງແຂວງວຽງຈັນ, ກອງປະຊຸມໄດ້ຮັບກຽດການເປັນປະທານຂອງທ່ານ ຮຈ ດຣ ພູທອນ ເມືອງປາກ

ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍທ່ານຫົວໜ້າກົມ,ຮອງກົມ,ຫົວໜ້າສູນ,ຮອງສູນ,ຄະນະພະແນກສາທາລະນະສຸກແຂວງ17ແຂວງ,ອົງການຈັດຕັ້ງສາກົນ ແລະ ພະນັກງານວິຊາການກໍ່

ໄດ້ເຂົ້າຮ່ວມ, ຈຸດປະສົງກໍ່ເພື່ອສະຫລຸບຕີລາຄາຄືນກ່ຽວກັບວຽກງານອະນາໄມ ແລະ ສົ່ງເສີມສຸຂະພາບ

ເພື່ອຖອດຖອນບົດຮຽນປີ 2020 ແລະ ກຳນົດບູລິມະສິດການຈັດຕັ້ງປະຕິບັດວຽກງານໃນປີ 2021,ຕີ

ລາຄາຜົນສຳເລັດ ແລະ ສະເໜີແຜນ 5 ປີ 2021-2025 ຂອງແຜນອະນາໄມ ແລະ ສົ່ງເສີມສຸຂະພາບ

ເພື່ອເຜີຍແຜ່ບັນດາໂຄງການທີ່ຕິດພັນກັບວຽກງານການປັບປຸງ,ວຽກງານນໍ້າ,ສຸຂະພິບານ ແລະ ໂຄງການເຂົ້າເຖີງການບໍລິການດ້ານສາທາລະນະສຸກ ແລະ ໂພຊະນາການ,ເພື່ອຖອດຖອນບົດຮຽນ,ວາງທິດທາງຍຸດທະສາດວຽກງານເຊື່ອມສານກັບບັນດາຄູ່ຮ່ວມພັດທະນາ ແລະ ເພື່ອຍ້ອງຍໍຜົນງານປະຈຳປີ 2020

ໃຫ້ແກ່ກົມກອງ,ສູນ.ແຂວງ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດວຽກງານອະນາໄມ ແລະ ສົ່ງເສີມສຸຂະພາບ,ຕອນທ້າຍທ່ານ ຮຈ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຍັງໄດ້ເນັ້ນໃຫ້ທາງຄະນະກົມ,ຄະນະສູນ,ຄະນະພະແນກສາທາແຂວງ ພ້ອມດ້ວຍຄູ່ຮ່ວມງານ ຈົ່ງສືບຕໍ່ໃນການປະຕິບັດວຽກງານໂດຍສະເພາະແມ່ນວຽກງານໂພຊະນາການ,ວຽກງານສະໜອງນໍ້າ ແລະ ສຸຂະພິບານ,ວຽກງານບໍລິການສຸຂະພາບ ແມ່ ແລະ ເດັກ,ວຽກງານການປະສານງານ ແລະ ເຊື່ອມສານເພື່ອ

ຍົກສູງຄຸນນະພາບຂອງການບໍລິການແບບຍືນຍົງ ເຮັດແນວໃດເພື່ອໃຫ້ຕົວຊີ້ວັດບັນລຸ ແຂວງ ເມືອງ ບ້ານ

ຕ້ອງມີຄວາມເຂັ້ມແຂງ ຕ້ອງຫັນທິດສາມສ້າງນີ້ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ບ້ານເປັນຫົວໜ່ວຍຈັດຕັ້ງປະຕິບັດ ນັ້ນກໍ່ເພື່ອໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ

ມີສຸຂະພາບແຂງແຮງດີ ບໍ່ເຈັບບໍ່ເປັນ ດັ່ງຄຳຂວັນທີ່ວ່າ ການບັນລຸຄາດໝາຍ10 ຕົວຊີ້ວັດຂອງວຽກງານອະນາໄມສົ່ງເສີມສຸຂະພາບ ຈະຢັ້ງຢືນເຖີງຄວາມເຂັ້ມແຂວງຂອງລະບົບສາທາລະນະສຸກຊຸມຊົນ ທີ່ຢູ່ຂັ້ນ

ເມືອງ ຫລືຢູ່ຮາກຖານທີ່ຕິດພັນກັບທິດສາມສ້າງ ແລະ ທິດຍືນຍົງໜັກແໜ້ນການປະຕິວັດເລີກເຊິ່ງ, ແລະໄດ້ສະເໜີກົມອະນາໄມ ແລະ ສົ່ງເສີມສຸຂະພາບ,ສູນທີ່ກ່ຽວຂ້ອງໃຫ້ພັດທະນາກອບແນວຄວາມຄິດ

ຫລື ວ່ານະໂຍບາຍທີ່ວາງອອກແລ້ວນັ້ນໃຫ້ມັນຈະແຈ້ງເຂົ້າໃຈງ່າຍຮູ້ວິທີປະຕິບັດ ເປັນຕົ້ນວ່າ ພາລະບົດບາດຂອງຄະນະກຳມະການຮັກສາສຸຂະພາບຂັ້ນບ້ານ ອາສາສະມັກບ້ານ ມາດຕະການບ້ານ ໂພຊະນາການ ແລະ ກົນໄກເຊື່ອມສານກັນນຶ່ງດຽວມີສ່ວນຮ່ວມຂອງຫລາຍຂະແໜງການ ແລະ ກໍ່ໄດຮຽກຮ້ອງໃຫ້ຂັ້ນກົມອ້ອມຂ້າງກະຊວງສາທາລະນະສຸກ ຫ້ອງການສາທາລະນະສຸກແຂວງ ເມືອງ ໃຫ້ມີຄວາມຮັບຜິດຊອບນຳພາພະນັກງານລົງມືປະຕິບັດໂຕຈິງ ພ້ອມການກວດກາຕິດຕາມການປະເມີນຜົນ ແລະ ຄູ່ຮ່ວມພັດທະນາຮັບຮູ້ຂໍ້ມູນຂ່າວສານນີ້ ເພື່ອພິຈາລະນາ ແລະ ກຳນົດແຜນການເຊື່ອມສານເຂົ້າກັບ

ວຽກຂອງລັດ ຊຸກຍູ້ວຽກງານອະນາໄມສົ່ງສຸຂະພາບນີ້ໃຫ້ບັນລຸ10ຕົວຊີ້ບອກເພື່ອໃຫ້ບັນລຸຕາມເປົ້າໝາຍ

ທີ່ໄດວາງໄວ້.