ວັກຊີນໂຄວິດ-19 ຈໍານວນ 3 ແສນໂດສຖືກແຈກຢາຍໄປທົ່ວປະເທດແລ້ວ

ທ່ານດຣ. ພອນປະເສີດ ອຸນາພົມ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ໃຫ້ສໍາພາດໃນວັນທີ 2 ມີນາ 2021 ວ່າ: ກຸ່ມເປົ້າໝາຍຢູ່ແຕ່ລະແຂວງທົ່ວປະ ເທດຈະໄດ້ຮັກວັກຊີນຄັ້ງນີ້ ຈະບໍ່ເທົ່າກັນເພາະການແຈກຢາຍວັກຊິນແມ່ນຂຶ້ນກັບຈຳນວນປະຊາກອນ ແລະ ດ່ານສາກົນທີ່ມີຢູ່ແຕ່ລະແຂວງ ໂດຍຈະອະນຸຍາດໃຫ້ກຸ່ມເປົ້າ ໝາຍເຂົ້າໄປຮັບການສັກວັກຊີນຢູ່ໂຮງໝໍສູນ ກາງ, ໂຮງໝໍແຂວງ ແລະ ໂຮງໝໍເມືອງທີ່ກໍານົດໄວ້ເທົ່ານັ້ນ, ສ່ວນແພດໝໍທີ່ຈະບໍລິການສັກວັກຊິນແມ່ນໄດ້ຮັບການເຝິກອົບຮົມຈາກພາກສ່ວນກ່ຽວຂ້ອງຮຽບຮ້ອຍແລ້ວ. ວັກຊີນໂຄວິດ-19 ຈຳນວນ 3 ແສນໂດສດັ່ງກ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຈກຢາຍ ໃຫ້ແຕ່ລະແຂວງ ມີດັ່ງນີ້: ອັດຕະປື 4.000 ຄົນ,​ ບໍ່ແກ້ວ 4.900 ຄົນ,​ ບໍລິຄຳໄຊ 4.700 ຄົນ, ຈຳປາສັກ 16.600 ຄົນ, ຫົວພັນ 4.400 ຄົນ, ຄຳມ່ວນ 6.800 ຄົນ, ຫຼວງນໍ້າທາ 5.000 ຄົນ, ຫຼວງພະບາງ 6.800 ຄົນ, ອຸດົມໄຊ 5.000 ຄົນ, ຜົ້ງສາລີ 4.800 ຄົນ, ເຊກອງ 2.000 ຄົນ, ສາລະວັນ 9.600 ຄົນ, ສະຫວັນນະເຂດ 22.200 ຄົນ, ນະຄອນຫຼວງວຽງຈັນ 29.300 ຄົນ,​ ແຂວງວຽງຈັນ 6.000 ຄົນ, ຊຽງຂວາງ 4.600 ຄົນ,​ ໄຊສົມບູນ 1.700 ຄົນ, ໄຊຍະບູລີ 9.900 ຄົນ,​ ສູນແມ່ ແລະເດັກ ຫຼັກ 3 1.700ຄົນ