ກະຊວງພະລັງງານ ແລະ ບໍ່ແຮ່ ຂົນຂວາຍ ການສະໜັບສະໜູນຈາກວິສາຫະກິດ ຊື້ເຄື່ອງຟອກໄຂ່ຫລັງໃຫ້ໂຮງໝໍແຂວງຄຳມ່ວນ

ປະຈຸບັນ ໂຮງໝໍແຂວງຄຳມ່ວນ ເຫັນວ່າມີຄົນເຈັບທີ່ເປັນພະຍາດໝາກໄຂ່ຫລັງຊຸດໂຊມ ມີຈຳນວນເພີ່ມຂຶ້ນເປັນຈຳນວນຫຼວງຫຼາຍ ແຕ່ອຸປະກອນການແພດທີ່ນຳໃຊ້ໃນປະຈຸບັນແມ່ນມີພຽງ 2 ຊຸດ ເຊິ່ງບໍ່ພຽງພໍໃນການປິ່ນປົວໃຫ້ທັນເວລາ, ສະນັ້ນ ກະຊວງສາທາລະນະສຸກ ຮ່ວມມືກັບ  ກະຊວງພະລັງງານ ແລະ ບໍ່ແຮ່ ຈຶ່ງໄດ້ຂໍການສະໜັບສະໜູນດ້ານທຶນຮອນຈາກວິສາຫະກິດ ເພື່ອປະກອບສ່ວນເຂົ້າໃນການຈັດຊື້ອຸປະກອນການແພດ ເພື່ອນຳໃຊ້ເຂົ້າໃນການຈັດຊື້ ເຄື່ອງຟອກໄຂ່ຫລັງ ພ້ອມດ້ວຍລະບົບຕອງນ້ຳສຳລັບເຄື່ອງຟອກໄຂ່ຫລັງ ເພື່ອມອບໃຫ້ໂຮງໝໍແຂວງຄຳມ່ວນໄປນຳໃຊ້ເຂົ້າໃນການປິ່ນປົວຄົນເຈັບທີ່ເປັນພະຍາດໝາກໄຂ່ຫລັງຊຸດໂຊມ. ດັ່ງນັ້ນ ອີງຕາມຄວາມຈຳເປັນດ່ວນທີ່ລັດຖະບານຮຽກຮ້ອງຕ້ອງການ ແລະ ຄວາມຈຳເປັນ ຂອງການປະກອບອຸປະກອນການແພດທັນສະໄໝເຂົ້າໃນການປິ່ນປົວໃຫ້ແກ່ພໍ່ແມ່ປະຊາຊົນລາວ ລັດວິສາຫະກິດຖືຮຸ້ນລາວ, ບໍລິສັດ ນ້ຳເທີນ-ຫີນບູນ ພາວເວີ້ ຈຳກັດ, ບໍລິສັດນ້ຳເທີນ2 ຈຳກັດ ຈຶ່ງໄດ້ປະກອບສ່ວນຈັດຊື້ອຸປະກອນການແພດ  ເງິນຈັດຊື້ເຄື່ອງຟອກໄຂ່ຫລັງລວມທັງໝົດ 3 ຊຸດ (1 ຊຸດ ລາຄາ 28.000 ໂດລາສະຫະລັດ) ລາຍລະອຽດມີຄື:

  1. ລັດວິສາຫະກິດຖືຮຸ້ນລາວ ປະກອບສ່ວນເງິນຈັດຊື້ເຄື່ອງຟອກໄຂ່ຫລັງ 1 ຊຸດ
  2. ບໍລິສັດ ເທີນ-ຫີນບູນ ພາວເວີ້ ຈຳກັດ ປະກອບສ່ວນເງິນຈັດຊື້ເຄື່ອງຟອກໄຂ່ຫລັງ 1 ຊຸດ
  3. ບໍລິສັດນ້ຳເທີນ 2 ຈຳກັດ ປະກອບສ່ວນເງິນຈັດຊື້ເຄື່ອງຟອກໄຂ່ຫລັງ 1 ຊຸດ

ພິທີມອບ-ຮັບ ໄດ້ຈັດຂຶ້ນໃນວັນທີ 22 ກຸມພາ 2021 ທີ່ກະຊວງພະລັງງານ ແລະ ບໍ່ແຮ່