ຄະນະນໍາຢ້ຽມຢາມໂຮງງານໄຟຟ້າຫົງສາ ເບິ່ງມາດຕະການປ້ອງກັນໂຄວິດ – 19

ວັນທີ 1 ມີນາ 2021 ບໍລິສັດ ໄຟຟ້າຫົງສາ ຈໍາກັດ ນໍາໂດຍ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ໃຫ້ການຕ້ອນຮັບ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທ່ານ ຮສ ດຣ. ບຸນກອງສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ  ພ້ອມດ້ວຍຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ – 19 ຂັ້ນສູນກາງ ເຂົ້າຢ້ຽມຕິດຕາມໂຄງການໄຟຟ້າຫົງສາ ໂດຍມີຈຸດປະສົງເພື່ອຮັບຮູ້ເຖິງການດໍາເນີນມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19.ໃນໂອກາດດັ່ງກ່າວ, ຄະນະສະເພາະກິດຂອງ ບໍລິສັດ ໄຟຟ້າຫົງສາ ກໍໄດ້ລາຍງານການຈັດຕັ້ງປະຕິບັດມາດຕະການຢູ່ພາຍໃນໂຄງການໄຟຟ້າຫົງສາຢ່າງເຂັ້ມງວດໃນໄລຍະທີ່ຜ່ານມາ. ພ້ອມກັນນີ້, ທາງຄະນະສະເພາະກິດ ໄດ້ເຂົ້າຢ້ຽມຊົມພາຍໃນໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ແລະ ສູນປິ່ນປົວ, ປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19 ຂອງທາງ ບໍລິສັດ ( HPC COVID – 19 Medical Care Center ) ຕື່ມອີກ.