ອອກໂຮງໝໍແລ້ວ ຜູ້ຕິດເຊື້ອ ທີ່ຈໍາປາສັກ 2 ຄົນ

ໃນຕອນເຊົ້າຂອງວັນທີ13/03/2021ຢູ່ທີສູນຄຸ້ມຄອງກໍລະນີພະຍາດໂຄວິດ19ເມືອງໂພນທອງ ໃດ້ສົ່ງຜູ້ຕິດເຊື້ອຜູ້ທີ44ແລະ45ກັບບ້ານ
ເປັນກຽດມອບດອກໃມ້ອວຍພອນ ແມ່ນ ທ່ານ ດຣ ວຽງສີ ສຸພັກດີ ຫົວຫນ້າພະແນກສາທານະສຸກແຂວງ ແລະ ຄະນະອຳນວຍການໂຮງໝໍແຂວງ, ໂຮງໝໍເມືອງ ເຂົ້າຮ່ວມ;
 ກໍລະນີ້ຜູ້ຕິດເຊື້ອຜູ້ທີ 44 ແມ່ນເຂົ້າມາກັກໂຕ ແລະ ເຜົ້າຕິດຕາມອາການ ແຕ່ວັນທີ 21/01/21 ແລະ ຜູ້ທີ 45 ແມ່ນເຂົ້າມາສູນໂພນທອງແຕ່ວັນທີ 2/2/21 ລວມມື້ນອນປະມານ 50 ວັນ ຜູ້ຕິດເຊື້ອທັງສອງ ແມ່ນບໍ່ມີອາການສະແດງໃດໃດ ແລະ ໃດ້ກວດຕິດຕາມໂຄວິດເປັນໄລຍະ ແລະ ຜົນກວດ ເປັນລົບ 2ຄັ້ງຕິດຕໍ່ກັນ ຈີ່ງອະນຸຍາດໃຫ້ກັບບ້ານໃດ້
   ທ່ານ ດຣ ວຽງສີ ສຸພັກດີ ໃດ້ໃຫ້ທິດທາງໂອ້ລົມ, ການປະຕິບັດໂຕ , ການໃຊ້ຊິວິດປະຈຳວັນ ແລະ ກັກບໍລິເວນຢູ່ບ້ານຕື່ມ 14 ວັນ ຈື່ງມາກວດຄືນ;  ຜູ້ຕິດເຊື້ອທັງສອງກໍລະນີກໍກ່າວຂອບໃຈມາຍັງທ່ານຫົວຫນ້າພະແນກ ພະນັກງານແພດຈາກ ໂຮງຫມໍແຂວງຈຳປາສັກ ແລະ ໂຮງໝໍເມືອງໂພນທອງ