ປະກອບສ່ວນຊ່ວຍເຫຼືອ ຄະນະແພດໝໍ ແລະ ເປີດຕົວ “ກອງທຶນ ຊ່ວຍເຫຼືອ ວິລະບູລຸດຕໍ່ຕ້ານ CoVID19 MJBL” ຂອງ ທະນາຄານ ມາຣູຮານ ເຈແປນ ລາວ ຈຳກັດ.

ການແຜ່ລະບາດ ຂອງ CoVID19 ຄັ້ງທີສອງ ໃນ ສປປ ລາວ, ໃນມື້ນີ້ ທາງ ທະນາຄານ ມາຣູຮານເຈແປນ ລາວ ຈຳກັດ (MJBL) ຈຶ່ງໄດ້ປະກາດ ການຊ່ວຍເຫຼືອ ຄະນະແພດ ແລະ ອາສາສະໝັກ ໃນການຕໍ່ສູ້ກັບການແຜ່ລະບາດຂອງໂລກລະບາດນີ້. ໃນຖານະ ທີ່ເປັນທະນາຄານທີ່ໄດ້ຮັບຄວາມໄວ້ວາງໃຈ ຈາກລູກຄ້າ, ທຸລະກິດ ແລະ ສັງຄົມ,​ MJBL ມີຄວາມປະສົງໃນການປະກອບສ່ວນ ແລະ ກະຕຸກຊຸກຍູ້ ການຊ່ວຍເຫຼືອເພື່ອຊ່ວຍບັນເທົາ ບັນຫາທີ່ ທາງຄະນະແພດກຳລັງປະເຊີນໃນປະຈຸບັນ ເຊິ່ງເພິ່ນທັງຫຼາຍ ຖືເປັນວິລະບູລຸດທີ່ແທ້ຈິງ.

ເພື່ອເປັນການເລີ່ມບາດກ້າວ ໃນການສະໜອງຄວາມຊ່ວຍເຫຼືອ ຢ່າງທັນການ ແກ່ໂຮງໝໍ ແລະ ສູນກວດໂຄວິດ ທີ່ກຳລັງຮັບມືກັບສະຖານະການໃນປະຈຸບັນນີ້, ທະນາຄານ ມາຣູຮານ ເຈແປນ ລາວ ຈະຮີບຮ້ອນ ປະກອບສ່ວນ ຊຸດປ້ອງກັນຕົວທາງການແພດ ຫຼື PPE suit ຈຳນວນ 100 ຊຸດ, ຕຽງນອນໂຮງໝໍແບບເຄື່ອນຍ້າຍໄດ້ ຈຳນວນ 41 ໜ່ວຍ, ໜ້າກາກອະນາໄມ ຈຳນວນ 2,500 ອັນ, ຖົງມືການແພດ ຈຳນວນ 5,000 ອັນ, ເຈວລ້າງມື ຈຳນວນ 100 ຕຸກ ແລະ ນໍ້າດື່ມ ຈຳນວນ 3,600 ຕຸກ. ລາຍການທີ່ກ່າວມານີ້ຈະມອບໃຫ້ ກະຊວງສາທາລະນະສຸກ ເພື່ອການແຈກຢາຍ ຢ່າງທົ່ວເຖິງໃຫ້ໄວທີ່ສຸດ.

ນອກຈາກນີ້, ເພື່ອໃຫ້ສອດຄ່ອງກັບຈຸດປະສົງທີ່ໄດ້ກ່າວມາ  ທະນາຄານ ມາຣູຮານ  ເຈແປນ ລາວ ຂໍຖືເປັນກຽດເປີດຕົວ ກອງທຶນ MJBL ເພື່ອຊ່ວຍເຫຼືອ ວິລະບູລຸດຕໍ່ຕ້ານ CoVID19”  ເພື່ອເຊີນຊວນ ແລະ ອຳນວຍຄວາມສະດວກ ໃຫ້ ສາທາລະນະຊົນ ແລະ ພາກສ່ວນທຸລະກິດ ທີ່ມີໃຈອາສາ ຢາກປະກອບສ່ວນ ຊ່ວຍເຫຼືອ ແລະ ຄຽງຂ້າງ ຄະນະແພດ, ທະນາຄານໄດ້ສ້າງບັນຊີສຳລັບກອງທຶນ ເປັນບັນຊີເງິນກີບ ຂອງ MJBL 024458140001 ເຊິ່ງຜູ້ທີ່ຕ້ອງການປະກອບສ່ວນ ຫຼື ບໍລິຈາກແມ່ນ ສາມາດໂອນຜ່ານ QR ທີ່ສະແດງຢູ່ດ້ານລຸ່ມນີ້ ຫຼື ສາມາດໂອນຜ່ານທາງ ກະເປົາເງິນອີເລັກໂຕຣນິກ ຂອງ Unitel ຫຼື “u-money” ແລະ ຂອງ LTC ຫຼື “M-Money” ຜ່ານເບີໂທ 020 5825 0665. ບັນຊີນີ້ແມ່ນເປັນບັນຊີທີ່ມີຄວາມໂປ່ງໃສ ແລະ ຢູ່ພາຍໃຕ້ກາ​ນ​ຄຸ້ມ​ຄອງ​ຂັ້ນ​ສູງ​ ຕາມມາດຕະຖານການທະນາຄານຂອງພວກເຮົາທີ່​ໄດ້​ກຳ​ນົດ​ໄວ້.​ ການສົບທົບສົມທຶນ, ຍອດເງິນ ແລະ ການນຳໃຊ້ທຶນ ແມ່ນຈະແຈ້ງໃຫ້ສາທາລະນະຊົນຮັບຊາບຢ່າງເປີດເຜີຍ. ເງິນທີ່ໄດ້ຈາກການສົບທົບທຶນ ແມ່ນຈະໃຊ້ເຂົ້າໃນການຈັດຊື້ ເຄື່ອງໃຊ້ອັນຈຳເປັນ ເພື່ອຕອບສະໜອງຄວາມຕ້ອງການໃຫ້ພາກສ່ວນທີ່ກ່ຽວຂ້ອງ ແລະ ຄະນະແພດໃນພາລະກິດນີ້ເທົ່ານັ້ນ.

MJBL ຍັງຈະສື່ສານ ຂໍ້ຄວາມ ທີ່ໃຫ້ກຳລັງໃຈ, ຄວາມຫວັງ ແລະ ການຮູ້ບຸນຄຸນ ໃຫ້ແກ່ຄະນະແພດ ໃນຄວາມກ້າຫານ ຂອງຄະນະແພດຜູ້ໄດ້.

ທ່ານ ແອນໂທນີ່ ຊິນ, ຜູ້ອໍານວຍການໃຫຍ່ ທະນາຄານ ມາຣູຮານ ເຈແປນ ລາວ ໄດ້ກ່າວວ່າ, “ພວກເຮົາແມ່ນມີຄວາມເປັນຫ່ວງໃຍຢ່າງເລິກເຊິ່ງຕໍ່ກັບການແຜ່ລະບາດຂອງພະຍາດ ໃນຮອບສອງນີ້ ແລະ ຂໍພ້ອມຢູ່ຄຽງຂ້າງ ຊ່ວຍເຫຼືອລັດຖະບານແຫ່ງ ສປປລາວ ຢ່າງຕໍ່ເນື່ອງໃນການປະເຊີນໜ້າ, ຢັບຢັ້ງ ແລະ ເອົາຊະນະໂລກລະບາດນີ້ໃຫ້ໄດ້. ໃນການແຜ່ລະບາດຄັ້ງທໍາອິດນັ້ນ, ປະເທດລາວກໍ່ຍັງຜ່ານມາໄດ້ເປັນຢ່າງດີ ແລະ ເຊື່ອວ່າຄັ້ງນີ້ເຮົາກໍ່ຈະຜ່ານອຸປະສັກໄປພ້ອມໆກັນ, ໂດຍການປະກອບສ່ວນຈາກແຕ່ລະພາກສ່ວນ. ພວກເຮົາໃນນາມທະນາຄານ ມາຣູຮານ ແລະ ທີມງານເອງ, ຂໍເປັນກຳລັງນ້ອຍໆ ໃນການຊ່ວຍບັນເທົາ ແລະ ໃຫ້ການຊ່ວຍເຫຼືອແກ່ພາກສ່ວນໜ່ວຍງານການແພດ ທີ່ກ່ຽວຂ້ອງທີ່ພວມປະເຊີນໜ້າກັບບັນຫາ ແຜ່ລະບາດຂອງພະຍາດອັນໜັກໜ່ວງນີ້. ພວກເຮົາຂໍຄວາມຮ່ວມມືມາຍັງ ຄອບຄົວ, ໝູ່ເພື່ອນ, ຄູ່ຮ່ວມທຸລະກິດ, ລູກຄ້າ ແລະ ປະຊາຊົນ ມາຮ່ວມໃຈກັນ ປະກອບເປັນກຳລັງໜູນໃຫ້ແກ່ ຄະນະແພດ ຫຼື ນັກຮົບຊຸດຂາວ, ເຊິ່ງເປັນຜູ້ເສຍສະລະທີ່ແທ້ຈິງຂອງພວກເຮົາ. ການເສຍສະລະນີ້ແມ່ນເປັນກຽດສູງສຸດຂອງມວນມະນຸດ. ຫວັງຢ່າງຍິ່ງວ່າ ທ່ານຈະເມດຕາ ເຂົ້າຮ່ວມ ໂຄງການນີ້ນຳພວກເຮົາ ໂດຍຈະເລີ່ມຈາກ ນະຄອນຫຼວງວຽງຈັນ, ຫຼວງພະບາງ ແລະ ຈໍາປາສັກໃນໄວໆນີ້. ສໍາລັບຂ້າພະເຈົ້າເອງ ມີຄວາມຍິນດີທີ່ແບ່ງປັນວ່າ ມູນນິທິເອເຊຍ ຫຼື The Asia Foundation ໄດ້ມອບທຶນສົບທົບເປັນຈຳນວນ 1,000 ໂດລາ ເຂົ້າໃນກອງທຶນນີ້. ພວກເຮົາຫວັງວ່າ ຈະໄດ້ຮັບຄວາມຮ່ວມມືຈາກພາກສ່ວນອື່ນຕາມມາເຊັ່ນກັນ. ພວກເຮົາໃນນາມ ທະນາຄານ ມາຣູຮານ ເຈແປນ ລາວ ຂໍໃຫ້ປວງຊົນລາວທັງປະເທດ ແລະ ເພື່ອນມະນຸດໃນປະເທດອື່ນໆ ຈົ່ງປອດໄພ ແລະ ມີສະຫວັດດີພາບທີ່ດີ”.

ທະນາຄານ ມາຣູຮານ ເຈແປນ ລາວ (MJBL) ແມ່ນທະນາຄານ ທີ່ເປັນຜູ້ນຳທາງດ້ານ ດິຈິຕອນ, ນະວັດຕະກຳໃໝ່ໆ ແລະ ທຸລະກິດຂະໜາດນ້ອຍຫາກາງ ໃນ ສປປລາວ, ເຊິ່ງໄດ້ນຳເອົາຜູ້ຊ່ຽວຊານທີ່ມີປະສົບການ ບວກກັບນະວັດຕະກຳໃໝ່ໆຂອງໂລກ ມາມອບການບໍລິການທີ່ດີກວ່າໃຫ້ແກ່ລູກຄ້າຂອງຕົນ. MJBL ເປັນທະນາຄານລະດັບສາກົນທີ່ ສະໜອງ ຜະລິດຕະພັນ ແລະ ການບໍລິການດ້ານການເງິນ ໃຫ້ແກ່ລູກຄ້າຢ່າງຄົບວົງຈອນ ນັບຕັ້ງແຕ່ ການໃຫ້ບໍລິການທະນາຄານ ລູກຄ້ານິຕິບຸກຄົນ, ທຸລະກິດຂະໜາດນ້ອຍຫາກາງ, ລູກຄ້າບໍລິສັດ ໄປຈົນຮອດ ລູກຄ້າວີໄອພີ. ທະນາຄານແມ່ນໄດ້ຮັບລາງວັນຢ່າງກວ້າງຂວາງດ້ານດິຈິຕອນເຊັ່ນ: ແອັບພິເຄຊັ້ນເທິງມືຖື MJ Saduak ແລະ ກະເປົາເງິນ ອີເລັກໂຕຣນິກ ຫຼື e-wallet, ລະບົບເຂົ້າເຖິງຂໍ້ມູນໃຫ້ແກ່ລູກຄ້າລາຍບໍລິສັດ, ການແກ້ໄຂບັນຫາການຊຳລະເງິນແບບ e-CASS e-commerce, ການເປັນສາຂາທະນາຄານດິຈິຕອນ ແຫ່ງທຳອິດທີ່ບໍ່ໃຊ້ເຈ້ຍ, ການໂອນເງິນຜ່ານແອັບພິເຄຊັ້ນ ຫາ ແອັບພິເຄຊັ້ນ ໃນເວລາຕົວຈິງ ທັງຜ່ານ ກະເປົາເງິນ ອີເລັກໂຕຣນິກ ແລະ ສິ່ງອຳນວຍຄວາມສະດວກຫຼາກຫຼາຍໃຫ້ແກ່ລູກຄ້າ. MJBL ແມ່ນມີສາຂາຢູ່ ນະຄອນຫຼວງ, ຫຼວງພະບາງ ແລະ ຈຳປາສັກ, ທັງຍັງເປັນ ສະມາຊິກຂອງ ເຄື່ອຂ່າຍ ເອທີເອັມ LAPNet ທົ່ວປະເທດ. ລູກຄ້າສາມາດຕິດຕໍ່ຫາທະນາຄານ ຜ່ານໜ່ວຍງານບໍລິການຮັບສາຍ, ຜ່ານແຊັດບອດ 24 ຊົ່ວໂມງ ແລະ ຊ່ອງທາງອອນລາຍຕ່າງໆ.