ພົບຜູ້ຕິດເຊື້ອໃໝ່ໃນລາວ​ 1​ ຄົນ​ ສັນຊາດອິນໂດເນເຊຍ

ວັນທີ​ 13​ ມີນາ​ 2021​ນີ້​ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19​ ໃຫຮູ້ວ່າ: ໃນວັນທີ 12 ມີນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 466 ຄົນ,​ ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 1 ຄົນ,​ເປັນຜູ້ຕິດເຊື້ອນ້ຳເບີ 49  ເພດຊາຍ,ອາຍຸ 53 ປີ, ສັນຊາດ: ອິນໂດເນເຊຍ, ເຮັດວຽກຢູ່ບໍລິສັດແຫ່ງໜຶ່ງຢູ່ຕ່າງແຂວງ;  ຜູ້ກ່ຽວຈຳກັດບໍລິເວນ ຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ ໃນນະຄອນຫຼວງວຽງຈັນ.  ປະຫວັດຂອງຜູ້ກ່ຽວ  ຜູ້ກ່ຽວແຂງແຮງດີ, ບໍ່ມີອາການສະແດງຫຍັງ ແລະ ໄດ້ກວດຊອກຫາໂຄວິດ-19 ຢຸ່ປະເທດອິນໂດເນເຊຍ ກ່ອນເດີນທາງເຂົ້າມາ ສປປ ລາວ ຜົນກວດແມ່ນບໍ່ພົບເຊື້ອ;  ໃນວັນທີ 10 ມີນາ 2021 ໄດ້ເດີນທາງຈາກປະເທດອິນໂດເນເຊຍ ຫາ ປະເທດມາເລເຊຍ ແລະ ເດີນທາງມາຮອດ ສປປ ລາວ ໃນວັນທີ 11 ມີນາ 2021 ດ້ວຍຖ້ຽວບິນ AK7554 ພ້ອມທັງ ໄດ້ເກັບຕົວຢ່າງຜູ້ກ່ຽວກວດຊອກຫາເຊື້ອໂຄວິດ-19. ໃນວັນທີ 12 ມີນາ 2021 ຜົນກວດວິເຄາະ ຢັ້ງຢືນວ່າ ພົບເຊື້ອ COVID-19 ຈຶ່ງໄດ້ນຳສົ່ງຜູ້ກ່ຽວ ເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້,​ ຜູ້ສຳຜັດໃກ້ຊິດທັງໝົດ 25 ຄົນ ແລະ ໄດ້ເກັບຕົວຢ່າງມາກວດວິເຄາະ, ເຫັນວ່າ ຜົນກວດທັງໝົດ ແມ່ນບໍ່ພົບເຊື້ອ, ພ້ອມດຽວກັນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົບຄົບ 14 ວັນ.