ບໍ່ວ່າຈະກໍລະນີໃດໆກໍ່ຕາມ ສສຫວຽດນາມ ຈະຢູ່ຄຽງຂ້າງ ສປປລາວຕະຫຼອດໄປ

ເພື່ອນຫວຽດນາມໃຫ້ຄຳໝັ້ນສັນຍາວ່າ:ບໍ່ວ່າຈະກໍລະນີໃດໆກໍ່ຕາມຫວຽດນາມຈະຢູ່ຄຽງຂ້າງສປປລາວຕະຫຼອດໄປໃນບັ້ນຮົບຕ້ານການແຜ່ລະບາດຂອງເຊື້ອພະຍາດໂຄວິ ດ ໃຫ້ໄດ້ຮັບໄຊຊະນະ.ທ່ານລັດຖະມົນຕີກະຊວງສາທາລະນະສຸກ ສສ ຫວຽດນາມຢັ້ງຢືນວ່າ:ລັດຖະບານຫວຽດນາມຈະໃຫ້ການຊວ່ຍເຫຼືອແກ່ລາວເຊັ່ນ:ເຄືີ່ອງຊວ່ຍຫາຍໃຈຈຳນວນ200ເຄື່ອງ,ຜ້າອັດປາກ-ດັງສຳລັບແພດໝໍຈຳນວນ 2 ລ້ານອັນ,ຢາ ChlorominBຈຳນວນ10ໂຕນແລະອຸປະກອນການແພດອື່ນໆອີກ.

ກະຊວງສາທາລະນະສຸກຫວຽດນາມກໍ່ຈະສົ່ງຊ່ຽວຊານດ້ານການວິເຄາະມາຊວ່ຍລາວເພື່ອກວດຫາເຊື້ອພະຍາດໃຫ້ໄດ້ໄວຂື້ນແລະພອ້ມຈະສົ່ງຊ່ຽວຊານດ້ານການຕິດຕັ້ງລະບົບສູນປີ່ນປົວຜູ່ຕິດເຊື້ອ,ໂດຍສະເພາະແມ່ນອຸປະກອນການແພດໃນຫອ້ງ ICUສຳລັບຜູ່ຕີດເຊື້ອໂຄວິ ດ.
ນອກນັ້ນກໍ່ຈະຕິດຕັ້ງລະບົບການປີ່ນປົວທາງໄກໂດຍຈະເຊືີ່ອມຕໍ່ໃສ່ກັບບັນດາໂຮງໝໍໃຫ່ຍທີ່ທັນສະໄໝຕ່າງໆຂອງຫວຽດນາມ,ຖ້າຫາກຝາ່ຍລາວມີຄວາມຕອ້ງການ.ມີດຕະພາບລາວ-ຫວຽດນາມເພື່ອນຫວຽດນາມໄດ້ມີຄວາມເປັນຫວ່ງເປັນໄຍຕໍ່ສະຖານະການ,ການຕິດເຊື້ອໂຄວິດຢູ່ລາວຈີ່ງໄດ້ຈັດສົ່ງເຄືີ່ອງຊວ່ຍເຫຼືອມາໃຫ້ຫຼາຍລາຍການສຳລັບຜູ່ທີ່ຕິດເຊື້ອໂຄວິດ.ເພື່ອນຫວຽດນາມ,ເພື່ອນຈີນເຫັນສະພາບການເພື່ອນລາວກຳລັງຕົກຢູ່ໃນສະພາບເຈັບໄຂ້ໄດ້ປວ່ຍບໍ່ສະບາຍ2ເພື່ອນກໍ່ໄດ້ຢື່ນມືເຂົ້າມາໃຫ້ການຊວ່ຍເຫຼືອບັນເທົາທຸກຫຼາຍດ້ານ.