ວັກຊີນຕ້ານໂຄວິດ 19 (ຄໍາວ່າ ຕ້ານ ກັບ ປ້ອງກັນ ມີຄວາມໝາຍບໍ່ຄືກັນ)

ໃນໄລຍະເວລາທີ່ຄະນະສະເພາະກິດລາຍງານໂຕເລກຜູ້ຕິດເຊື້ອທີ່ເພີ່ມຂຶ້ນທຸກມື້, ທ່ານຫົວໜ້າກົມປິ່ນປົວ ຍັງບອກອີກວ່າຕາມການສົມທົບກັບວິຊາການຂອງອົງການອະນາໄມໂລກ ໄດ້ປະເມີນຈະມີຜູ້ຕິດເຊື້ອຢູ່ລາວໄລຍະນີ້ ປະມານ 2.000 ຄົນ, ພ້ອມເຫັນພາບການກະກຽມສະຖານທີ່ ກະກຽມຕຽງ ເພື່ອໃຫ້ພຽງພໍ ຍິ່ງເຮັດໃຫ້ຢ້ານ. ຫຼາຍໆຄົນທັງຮ້າຍທັງດ່າຜູ້ນໍາເຊື້ອເຂົ້າມາແພ່ (ຍ້ອນເຫັນແກ່ເງິນ) ກໍເມື່ອຍຮ້າຍເມື່ອຍດ່າ ເພາະຜູ້ກ່ຽວກໍນອນເສີຍເອີດເຕີດຢູ່ໂຮງໝໍ (ໝັ້ນໃຈຕົວເອງສຸດໆ, ທຸກຄົນອ້ອມຂ້າງຕົນເອງຜິດໝົດນອກຈາກຕົນເອງ) ໃຫ້ແພດໝໍໃຫ້ ການປິ່ນປົວຢູ່ (ຈັກຈະໄດ້ອ່ານໄດ້ຟັງຜູ້ຂຽນ ຜູ້ເວົ້າ ທີ່ ໂພສລົງໃຫ້ອ່ານຫຼືບໍ່, ແຕ່ເຖິງອ່ານກໍຄົງບໍ່ສະດຸ້ງສະເທືອນດອກ). ເມື່ອແກ້ໄຂສິ່ງທີ່ເກີດຂຶ້ນຜ່ານມາບໍ່ໄດ້ແລ້ວ, ທີ່ເພິ່ງທາງກາຍ ແລະ ໃຈ ດຽວນີ້ກໍແມ່ນວັກຊີນຕ້ານໂຄວິດ 19. ວັກຊີນແມ່ນຫຍັງ? ນັກວິທະຍາສາດເອົາຫຍັງມາເຮັດວັກຊີນ? ເອົາສານເຄມີ ຫຼື ເອົາພືດຢາທີ່ເປັນທໍາມະຊາດຄືເຮັດຢາປົວພະຍາດ ມາສະກັດເຮັດວັກຊີນບໍ່? ກົງກັນຂ້າມ ວັກຊີນ (ລວມທັງວັກຊີນທີ່ສັກໃຫ້ເດັກນ້ອຍ) ແມ່ນເອົາເຊື້ອພະຍາດໂຕດັ່ງກ່າວ (ເຊັ່ນຕ້ານວັນນະໂລກກໍເອົາເຊື້ອວັນນະໂລກ, ຕ້ານໂຄວິດ 19 ກໍເອົາເຊື້ອໂຄວິດ 19) ທີ່ຕາຍແລ້ວ ຫຼື ຍັງມີຊີວິດຢູ່ ແຕ່ມາເຮັດໃຫ້ມັນອ່ອນແອລົງທີ່ສຸດຈົນບໍ່ສາມາດກໍ່ໃຫ້ເກີດພະຍາດໄດ້ (ດັ່ງນັ້ນການເກັບຮັກສາວັກຊິນ ຈຶ່ງຢູ່ໃນອຸນຫະພູມ ທີ່ແຕກຕ່າງ). ນັກວິທະຍາສາດສະກັດເອົາສິ່ງເຫຼົ່ານີ້ມາເຮັດເປັນວັກຊີນ. ເມື່ອເຮົາໄດ້ຮັບວັກຊີນ, ເຊິ່ງເໝືອນສົ່ງໜ້າຕາແມ່ພະຍາດເຂົ້າຮ່າງກາຍ. ດ້ວຍຄວາມພິເສດຂອງການເຮັດວຽກຂອງຮ່າງກາຍ, ຮ່າງກາຍເຮົາຈະຮູ້ວ່ານີ້ແມ່ນສັດຕູ, ຮ່າງກາຍຈະສ້າງພູມຕ້ານທານເຊິ່ງເໝືອນກັບທະຫານອອກມາ. ສັກເຂັມທໍາອິດ ການສ້າງທະຫານຍັງບໍ່ພໍ ສັກອີກເຂັມທີ 2 ເພື່ອໃຫ້ມີທະຫານຫຼາຍຂຶ້ນ ພຽງພໍໃນການຕ້ານ (ແຕ່ມີບາງຊະນິດວັກຊິນຕ້ານໂຄວິດທີ່ສັກເຂັມດຽວ). ເພາະທະຫານຮູ້ຈັກໜ້າຕາຂອງໂຄວິດ, ເມື່ອເຮົາຮັບເຊື້ອ ພູມຕ້ານທານຂອງເຮົາທີ່ຖືກສ້າງຂຶ້ນ ເພາະເຮົາສັກວັກຊີນ ຈະຕ້ານມັນໄວ້, ພວກມັນຈະສູ້ກັນ ເພື່ອບໍ່ໃຫ້ພະຍາດໂຄວິດທໍາລາຍຮ່າງກາຍເຮົາ ແລະ ກໍ່ໃຫ້ເກີດການເປັນພະຍາດໂຄວິດ 19. ປັດຈຸບັນ ພະຍາດໂຄວິດ 19 ມັນກາຍພັນ ເພີ່ມຄວາມຮຸນແຮງ ເພີ່ມຄວາມໄວໃນການຕິດ, ນັກວິທະຍາສາດຈຶ່ງຖົກຖຽງກັນວ່າ ວັກຊີນທີ່ເຮົາສະກັດຈາກເຊື້ອພະຍາດໂຕເກົ່າ (ທີ່ເກີດຂຶ້ນທໍາອິດ) ຈະໃຊ້ໄດ້ກັບໂຕໃໝ່ນີ້ບໍ່, ຍັງບໍ່ມີຄໍາຕອບໃດຢັ້ງຢືນ, ແຕ່ສະຫຼຸບວ່າສັກດີກ່ອນບໍ່ສັກ. ເບິ່ງແລ້ວໜ້າຕາມັນກໍຄ້າຍໆກັນ, ຮູບຮ່າງມົນໆມີໜາມອ້ອມກາຍມັນ. ການສັກວັກຊີນບໍ່ແມ່ນການປ້ອງກັນໂຄວິດ ບໍ່ໃຫ້ຮ່າງກາຍມີການຮັບເຊື້ອ ແຕ່ແມ່ນການຕ້ານໂຄວິດ ເຊັ່ນເມື່ອຮັບເຊື້ອມາຮ່າງກາຍເຮົາກໍປ້ອງກັນ, ອາດຈະບໍ່ໄດ້ເປັນ ຫຼື ເປັນກໍບໍ່ຮ້າຍແຮງ. ດັ່ງນັ້ນ ເຖິງສັກວັກຊີນແລ້ວ ການຮັກສາໄລຍະຫ່າງ, ການສວມຜ້າປິດປາກປິດດັງ ການລ້າງມືດ້ວຍເຈວ ຫຼື ສະບູ, ການບໍ່ຢູ່ບ່ອນສ່ຽງ ຫຼື ພົວພັນກັບຄົນທີ່ຕິດເຊື້ອ ຫຼື ມີຄວາມສ່ຽງກໍຍັງຈໍາເປັນຕ້ອງປະຕິບັດ ເພາະບໍ່ແນ່ວ່າຮ່າງກາຍຈະສ້າງທະຫານໄດ້ພຽງພໍ ພໍທີ່ຈະຕ້ານພະຍາດໂຄວິດໄດ້. ຮ່າງກາຍຄົນເຮົາບໍ່ຄືກັນ, ດັ່ງນັ້ນເມື່ອຮັບວັກຊີນ ບາງຄົນອາດມີຜົນຂ້າງຄຽງ, ດັ່ງນັ້ນເພິ່ນຈຶ່ງຕ້ອງໃຫ້ຂຽນຟອມລະອຽດ. ບໍ່ມີຢາ ຫຼື ວັກຊີນຊະນິດດີ 100%, ໄດ້ 95% ຖືວ່າດີທີ່ສຸດແລ້ວ. ເມື່ອສັກວັກຊີນແລ້ວ ຮ່າງກາຍກໍຕ້ອງການໄລຍະເວລາໜຶ່ງເພື່ອສ້າງທະຫານ. ນອກເລື່ອງວັກຊີນໜ້ອຍໜຶ່ງ: ເຫັນຂ່າວທີ່ປະເທດຈີນສົ່ງແພດໝໍຊ່ຽວຊານ ພ້ອມອຸປະກອນການແພດ ມາຊ່ອຍ ແລ້ວ ຮູ້ສຶກຂອບໃຈ, ເໝືອນວ່າຮູ້ປັບແລ້ວຊ່ອຍທັນທີ…ຄົນເຮົາເຫັນນໍ້າໃຈກັນກໍຕອນເຈັບປ່ວຍນີ້ລະ. ເວລາເຫັນຫຼາຍບ່ອນ ເໝືອນສະພາບຈະກາຍເປັນ ຊາຍນາທາວ, ມີແຕ່ໂຕພາສາຈີນ, ກໍອົດຄິດອົດເວົ້າບໍ່ໄດ້, ແຕ່ເມື່ອເຫັນເຂົາມາຊ່ອຍກໍອົດຂອບໃຈບໍ່ໄດ້. ນີ້ລະເພິ່ນວ່າຊີ້ນໄປປາມາ, ມີໄດ້ກໍຕ້ອງມີເສຍ, ມີເສຍກໍຕ້ອງມີໄດ້. ເຖິງແນວໃດດຽວນີ້ກໍສົນໃຈແຕ່ວ່າໂຮງໝໍໃດ ຄົນບໍ່ຫຼາຍປານໃດ ເພາະຈະໄປສັກວັກຊີນ.