admin

Avatar

ແຂວງຫຼວງນໍ້າທາ ສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກກອງປະຊຸມປະຈຳປີ 2023 ແລະ ວາງແຜນການປີ 2024 ຢູ່ທີ່ສະໂມສອນແຂວງ.

ວັນທີ 9 ກຸມພາ 2024 ແຂວງຫຼວງນໍ້າທາ ສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກກອງປະຊຸມປະຈຳປີ 2023 ແລະ ວາງແຜນການປີ 2024 ຢູ່ທີ່ສະໂມສອນແຂວງ. ເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ປອ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ສີວິໄລ ປັນແກ້ວ ຮອງເຈົ້າແຂວງໆຫລວງນ້ຳທາ, ທ່ານ ຕຽງສະໜອນ ພອນປະເສີດ ກຳມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງ, ມີຜູ້ຕາງໜ້າຈາກພະແນກການອ້ອມຂ້າງ ຫົວໜ້າ-ຮອງຫົວໜ້າຫ້ອງການສາທາລະນະສຸກ 5 ເມືອງ ພ້ອມດ້ວຍພະນັກ ງານວິຊາການພາຍໃນພະແນກເຂົ້າຮ່ວມ. ​ ໃນກອງປະຊຸມ ທ່ານ ດຣ ບຸນນຳ ເພັດສີຄາມ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກປະຈຳປີ 2023 ແລະ ທິດທາງແຜນການປີ 2024 ໃນໄລຍະຜ່ານມາຄະນະນຳພະແນກສາທາລະນະສຸກແຂວງ ໄດ້ເອົາໃຈໃສ່ເຄື່ອນໄຫວຕາມພາລະບົດບາດ,ໜ້າທີ່,ຂອບເຂດສິດ, ໂຄງປະກອບ ການຈັດຕັ້ງ ແລະ ລະບອບແບບແຜນວິທີເຮັດວຽກເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງສາທາລະນະສຸກ ສະບັບເລກທີ 770 /ສທ;ໃຫ້ເປັນອັລະອຽດ,ຄົບຖ້ວນ,ຊັດເຈນເປັນບ່ອນອີງໃຫ້ແກ່ການຄຸ້ມຄອງບໍລິຫານໜ້າທີ່ວຽກງານຕາມຂອບເຂດສິດທີ່ຕົນຮັບຜິດຊອບ […]

ແຂວງຫຼວງນໍ້າທາ ສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກກອງປະຊຸມປະຈຳປີ 2023 ແລະ ວາງແຜນການປີ 2024 ຢູ່ທີ່ສະໂມສອນແຂວງ. Read More »

ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມ ຜ່ານມາດຕະຖານການປິ່ນປົວພະຍາດແກ່ນຕາຂຸ້ນ

ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມ ຜ່ານມາດຕະຖານການປິ່ນປົວພະຍາດແກ່ນຕາຂຸ້ນ ຂຶ້ນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທ່ານ ຂອງ ທ່ານ ດຣ ຄຳພົ້ວ ສຸດທິສົມບັດ ຫົວໜ້າກົມກວດກາ, ທ່ານ ດຣ ຄຳຄູນ ໂຫລານຸພາບ ຫົວໜ້າສູນປິ່ນປົວ ແລະ ຮັກສາສຸຂະພາບຕາ, ທ່ານ ດຣ ວິທູນ ວິສອນນະວົງ ອະດີດຫົວໜ້າສູນປິ່ນປົວ ແລະ ຮັກສາສຸຂະພາບຕາ, ມີ ຜູ້ຕາງໜ້າຈາກ ອົງການ CBM, FHF ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມດັ່ງກ່າວມີຄວາມສຳຄັນຍິ່ງຕໍ່ກັບວຽກງານຮັກສາສຸຂະພາບຕາ ໂດຍສະເພາະຜູ້ເຂົ້າຮ່ວມຈະໄດ້ພ້ອມກັນຜ່ານມາດຕະຖານການປິ່ນປົວພະຍາດແກ່ນຕາຂຸ້ນ ເຊິ່ງເປັນຕົວຊີ້ວັດໜຶ່ງທີ່ສຳຄັນໃນການປິ່ນປົວຜ່າຕັດແກ່ນຕາຂຸ້ນໃຫ້ມີຄວາມເອກະພາບ ແລະ ໄດ້ມາດຕະຖານຕາມຫຼັກສາກົນທີ່ເພີ່ນວາງໄວ້. ວັນທີ 2 ກຸມພາ 2024 ທີ່ນະຄອນຫຼວງວຽງຈັນ

ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມ ຜ່ານມາດຕະຖານການປິ່ນປົວພະຍາດແກ່ນຕາຂຸ້ນ Read More »

ກອງປະຊຸມສະຫລຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ກຳມະບານ ຂອງກະຊວງສາທາລະລະສຸກ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024

ກອງປະຊຸມສະຫລຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ກຳມະບານ ຂອງກະຊວງສາທາລະລະສຸກ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024 ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ເລັດ ໄຊຍະພອນ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ທ່ານ ດຣ. ໄພວັນ ແກ້ວປະເສີດ ກຳມະການຄະນະພັກກະຊວງ, ປະທານກວດກາພັກກະຊວງສາທາລະນະສຸກ, ຮອງລັດຖະມົນຕີ, ຜູ້ຊີ້ນຳວຽກອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍ ທ່ານ ດຣ. ເພັດວິວັນ ພອນແກ້ວ ກຳມະການສູນກາງສະຫະພັນກຳມະບານລາວ, ປະທານຄະນະບໍລິຫານງານສະຫະ ພັນກຳມະບານ ກະຊວງສາທາລະນະສຸກ ແລະ ຄະນະກົມ ຄະນະ ຈາກສູນກາງສະຫະພັນກຳມະບານລາວ, ປະທານ ສະຫະພັນກຳມະບານ ກະຊວງ ກະສິກຳ ແລະ ປ່າໄມ້ ແລະ ຜູ້ຕ່າງໜ້າອຖງການຈັດຈັ້ງມະຫາຊົນ ອ້ອມຂ້າງກະຊວງສາທາລະນະສຸກ ລວມທັງໝົດ 204 ສະຫາຍ. ພ້ອມ ຮັບຟັງປາຖະກະຖາມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງກໍາມະບານລາວ ຄົບຮອບ 68

ກອງປະຊຸມສະຫລຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ກຳມະບານ ຂອງກະຊວງສາທາລະລະສຸກ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024 Read More »

ກະຊວງສາທາລະນະສຸກ ຕ້ອນຮັບການຢ້ຽມຢາມ ຄະນະຈາກມະຫາວິທະຍາໄລຕ້າລີ ສປ ຈີນ

ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະກົມກອງຂອງກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຫຼີທາວ ເລຂາພັກມະຫາວິທະຍາໄລຕ້າລີ ສປ ຈີນ ພ້ອມດ້ວຍ ຄະນະ ເນື່ອງໃນໂອກາດທີ່ໄດ້ມາຢ້ຽມຢາມມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນຂົງຈື ຢູ່ ສປປ ລາວ. ມະຫາວິທະຍາໄລຕ້າລີ ແມ່ນມະຫາວິທະຍາໄລໜຶ່ງທີ່ນຳໜ້າດ້ານການແພດ ແລະ ມີການຮ່ວມມືນຳມະຫາວິທະຍາໄລແຫ່ງຊາດຢ່າງໃກ້ຊິດຕິດແທດ. ວັນທີ 18 ຕຸລາ 2023 ທີ່ກະຊວງສາທາລະນະສຸກ.

ກະຊວງສາທາລະນະສຸກ ຕ້ອນຮັບການຢ້ຽມຢາມ ຄະນະຈາກມະຫາວິທະຍາໄລຕ້າລີ ສປ ຈີນ Read More »

ກະຊວງສາທາລະນະສຸກຈັດກອງປະຊຸມຄະນະຊີ້ນຳ ແຜນງານສະໜັບສະໜູນງົບປະມານໃຫ້ແກ່ ວຽກງານໂພຊະນາການ

ກະຊວງສາທາລະນະສຸກຈັດກອງປະຊຸມຄະນະຊີ້ນຳ ແຜນງານສະໜັບສະໜູນງົບປະມານໃຫ້ແກ່ ວຽກງານໂພຊະນາການ ໂດຍມີຈຸດປະສົງເພື່ຶອ ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດແຜນງານສະໜັບສະໜູນດ້ານງົບປະມານ ສະຫະພາບເອີລົບ ໃຫ້ແກ່ກະຊວງສາທາລະນະສຸກ ຂອງ ສປປ ລາວ ໃນວຽກງານໂພຊະນາການ ຄື: ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດ, ການສະໜັບສະໜູນງົບປະມານໃຫ້ແກ່ວຽກງານໂພຊະນາການ, ການປັບປຸງດ້ານນະໂຍບາຍຂອງຂະແໜງການ ແລະ ການສະໜັບສະໜູນດ້ານງົບປະມານຂອງສະຫະພາບເອີລົບໃຫ້ແກ່ວຽກງານໂພຊະນາການ ຢູ່ໃນ ສປປ ລາວ; ແລະ ລາຍງານຜົນສຳເລັດໃນການຈັດຕັ້ງປະຕິບັດໃນປີ 2021 ແລະ 2022. ກອງປະຊຸມດັ່ງກ່າວແມ່ນໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ອີນາ ມາຈູລໍນີແຕ ເອກອັກຄະລັດຖະທູດ ສະຫະພາບເອີລົບ ປະຈໍາ ສປປ ລາວ, ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທືນ, ທ່ານ ປອ. ດຣ. ນາງ ຈັນທະໜອມ ມະນີທິບ ຫົວໜ້າຫ້ອງການກະຊວງສາທາລະນະສຸກ, ທ່ານ

ກະຊວງສາທາລະນະສຸກຈັດກອງປະຊຸມຄະນະຊີ້ນຳ ແຜນງານສະໜັບສະໜູນງົບປະມານໃຫ້ແກ່ ວຽກງານໂພຊະນາການ Read More »

ສປປ ລາວ ໄດ້ສຳເລັດການລົບລ້າງພະຍາດຂາຊ້າງແລ້ວ!

ມື້ນີ້, ອົງການອະນາໄມໂລກ ໄດ້ປະກາດຢ່າງເປັນທາງການວ່າ ສປປ ລາວ ໄດ້ລົບລ້າງພະຍາດຂາຊ້າງ ບໍ່ໃຫ້ເປັນບັນຫາທາງສາທາລະນະສຸກອີກຕໍ່ໄປ. ພາຍໃນກອງປະຊຸມທີ່ມະນິລາ ປະເທດຟິລິບປິນ, ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຮັບການສະແດງຄວາມຊົມເຊີຍຈາກ ດຣ ເທດຣອສ ອັດຮານອມ ເກເເບຣເຢຊັສ Dr Tedros Adhanom Ghebreyesus, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ. ພະຍາດຂາຊ້າງ ແມ່ນພະຍາດແມ່ກາຝາກທີ່ມີຍຸງເປັນພາຫະນໍາເຊື້ອ ເຊິ່ງຈະພາໃຫ້ອະໄວຍະວະບາງສ່ວນຂອງຮ່າງກາຍໃຫຍ່ຂຶ້ນ ເຊິ່ງສົ່ງຜົນໃຫ້ມີອາການເຈັບປວດ, ພິການແບບຮຸນແຮງ, ຖືກລັງກຽດ ແລະ ມີຄວາມຫຍຸ້ງຍາກໃນທາງດ້ານການເງິນຕາມມາ. ໃນປີ 2002, ໃນ ສປປ ລາວ ມີພຽງແຂວງອັດຕະປືເທົ່ານັ້ນທີ່ມີການລະບາດແບບບົ່ມຊ້ອນ ເຊິ່ງພະນັກງານສາທາລະນະສຸກໃນທ້ອງຖິ່ນ ສົມທົບກັບຄູ່ຮ່ວມງານສາກົນ ກໍໄດ້ມີການດຳເນີນກິດຈະກໍາການກິນຢາປິ່ນປົວໃນຊຸມຊົນທີ່ມີຄວາມສ່ຽງ ນັບແຕ່ປີ 2012-2017 ແລະ ຍັງມີການຊ່ວຍເຫຼືອໃນດ້ານການປິ່ນປົວ, ການລົງເກັບກຳຂໍ້ມູນ ແລະ ການຊ່ວຍເຫຼືອທາງດ້ານວິຊາການ. ດຣ ບຸນແຝງ ພູມມະໄລສິດ ໄດ້ກ່າວວ່າ: “ຜົນສໍາເລັດຂອງພວກເຮົາທີ່ຍາດມາໄດ້ໃນຄັ້ງນີ້ ແມ່ນມາຈາກເຫື່ອແຮງການຈັດຕັ້ງປະຕິບັດວຽກງານຮ່ວມກັນ

ສປປ ລາວ ໄດ້ສຳເລັດການລົບລ້າງພະຍາດຂາຊ້າງແລ້ວ! Read More »

ພິທີ ມອບ-ຮັບ ຢາອິນຊຸລິນ (Insulin) ແບບໃໝ່ໃຫ້ໂຮງໝໍມະໂຫສົດ

ພິທີ ມອບ-ຮັບ ຢາອິນຊຸລິນ (Insulin) ແບບໃໝ່ໃຫ້ໂຮງໝໍມະໂຫສົດ ມູນຄ່າ : 109,058 $ ໂດລາ ສະຫະລັດ ໂຄງການນີ້ແມ່ນໄດ້ຊ່ວຍເຫຼືອຄົນເຈັບເປັນພະຍາດເບົາຫວານແຕ່ ປີ 2016 ໄດ້ລົງນາມເຊັນ MOA ໃນ ວັນທີ 26 ກຸມພາ 2019 ຈົນຮອດປະຈຸບັນນີ້ 20 ກັນຍາ 2023, ໄດ້ຮັບການຊ່ວຍເຫຼືອຈາກບໍລິສັດ ເອ່ລີ້ ລິນລີ້ (Eli lilly) ຂົນສົ່ງໂດຍໜ່ວຍງານ ດີເຣັກ ຣິລິບ (Direct Relief) ໄປໃຫ້ອົງການ Action4 (Diabetes R4D) ແລະ ໄດ້ມາມອບໃຫ້ໂຮງໝໍມະໂຫສົດເພື່ອສະໜອງການດູແລທີ່ຈຳເປັນແກ່ໄວໜຸ່ມ ເປັນພະຍາດເບົາຫວານ ທີ່ດຳລົງຊິວິດຮ່ວມກັບພະຍາດເບົາຫວານປະເພດທີ 1 (T1D) ທັງເປັນການຊ່ວຍເຫຼືອໃນການພັດທະນາ ແລະ ຍົກສູງຄຸນະພາບທາງດ້ານການປິ່ນພະຍາດເບົາຫວານ ໃຫ້ນັບມື້ດີຂື້ນໄປເລື້ອຍໆ ລວມເຖິງການປ້ອງກັນບໍ່ໃຫ້ເກີດມີອາການສົນກະທັນຫັນ, ຊຳເຣຶ້ອ ແລະ ຫຼຸດອັດຕາການເສຍຊິວິດ ຂອງເດັກນ້ອຍທີ່ເປັນບົາຫວານຊະນິທີ 1.

ພິທີ ມອບ-ຮັບ ຢາອິນຊຸລິນ (Insulin) ແບບໃໝ່ໃຫ້ໂຮງໝໍມະໂຫສົດ Read More »