ກະຊວງສາທາລະນະສຸກ ຕ້ອນຮັບການຢ້ຽມຢາມ ຄະນະຈາກມະຫາວິທະຍາໄລຕ້າລີ ສປ ຈີນ

ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະກົມກອງຂອງກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຫຼີທາວ ເລຂາພັກມະຫາວິທະຍາໄລຕ້າລີ ສປ ຈີນ ພ້ອມດ້ວຍ ຄະນະ ເນື່ອງໃນໂອກາດທີ່ໄດ້ມາຢ້ຽມຢາມມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນຂົງຈື ຢູ່ ສປປ ລາວ.
ມະຫາວິທະຍາໄລຕ້າລີ ແມ່ນມະຫາວິທະຍາໄລໜຶ່ງທີ່ນຳໜ້າດ້ານການແພດ ແລະ ມີການຮ່ວມມືນຳມະຫາວິທະຍາໄລແຫ່ງຊາດຢ່າງໃກ້ຊິດຕິດແທດ.

ວັນທີ 18 ຕຸລາ 2023 ທີ່ກະຊວງສາທາລະນະສຸກ.