ສປປ ລາວ ໄດ້ສຳເລັດການລົບລ້າງພະຍາດຂາຊ້າງແລ້ວ!

ມື້ນີ້, ອົງການອະນາໄມໂລກ ໄດ້ປະກາດຢ່າງເປັນທາງການວ່າ ສປປ ລາວ ໄດ້ລົບລ້າງພະຍາດຂາຊ້າງ ບໍ່ໃຫ້ເປັນບັນຫາທາງສາທາລະນະສຸກອີກຕໍ່ໄປ.

ພາຍໃນກອງປະຊຸມທີ່ມະນິລາ ປະເທດຟິລິບປິນ, ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຮັບການສະແດງຄວາມຊົມເຊີຍຈາກ ດຣ ເທດຣອສ ອັດຮານອມ ເກເເບຣເຢຊັສ Dr Tedros Adhanom Ghebreyesus, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ.

ພະຍາດຂາຊ້າງ ແມ່ນພະຍາດແມ່ກາຝາກທີ່ມີຍຸງເປັນພາຫະນໍາເຊື້ອ ເຊິ່ງຈະພາໃຫ້ອະໄວຍະວະບາງສ່ວນຂອງຮ່າງກາຍໃຫຍ່ຂຶ້ນ ເຊິ່ງສົ່ງຜົນໃຫ້ມີອາການເຈັບປວດ, ພິການແບບຮຸນແຮງ, ຖືກລັງກຽດ ແລະ ມີຄວາມຫຍຸ້ງຍາກໃນທາງດ້ານການເງິນຕາມມາ.

ໃນປີ 2002, ໃນ ສປປ ລາວ ມີພຽງແຂວງອັດຕະປືເທົ່ານັ້ນທີ່ມີການລະບາດແບບບົ່ມຊ້ອນ ເຊິ່ງພະນັກງານສາທາລະນະສຸກໃນທ້ອງຖິ່ນ ສົມທົບກັບຄູ່ຮ່ວມງານສາກົນ ກໍໄດ້ມີການດຳເນີນກິດຈະກໍາການກິນຢາປິ່ນປົວໃນຊຸມຊົນທີ່ມີຄວາມສ່ຽງ ນັບແຕ່ປີ 2012-2017 ແລະ ຍັງມີການຊ່ວຍເຫຼືອໃນດ້ານການປິ່ນປົວ, ການລົງເກັບກຳຂໍ້ມູນ ແລະ ການຊ່ວຍເຫຼືອທາງດ້ານວິຊາການ.

ດຣ ບຸນແຝງ ພູມມະໄລສິດ ໄດ້ກ່າວວ່າ: “ຜົນສໍາເລັດຂອງພວກເຮົາທີ່ຍາດມາໄດ້ໃນຄັ້ງນີ້ ແມ່ນມາຈາກເຫື່ອແຮງການຈັດຕັ້ງປະຕິບັດວຽກງານຮ່ວມກັນ ຂອງບັນດາບຸກຄະລາກອນສາທາລະນະສຸກ ແລະ ຍັງໄດ້ການສະໜັບສະໜູນຊ່ວຍເຫຼືອຈາກອົງການອະນາໄມໂລກ ແລະ ບັນດາຄູ່ຮ່ວມງານ ລວມທັງ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID), ທະນາຄານພັດທະນາອາຊີ (ADB), ມູນນິທິ Margaret A. Cargill Foundation, ອົງການສາກົນເພື່ອສຸຂະພາບ ຄອບຄົວ 360 (FHI 360) ແລະ ອົງການ RTI International. ພະຍາດຂາຊ້າງ ຈະບໍ່ກັບຄືນມາມີທີ່ຢືນໃນປະເທດຂອງພວກເຮົາອີກ. ພວກເຮົາຈະສືບຕໍ່ຈັດຕັ້ງປະຕິບັດການກັນ ແລະ ຄວບຄຸມພະຍາດຜ່ານການເຝົ້າລະວັງ ແລະ ຕອບໂຕ້ທຸກກໍລະນີທີ່ເກີດຂື້ນໃໝ່ຢ່າງຮີບດ່ວນ.”

ພິທີສະເຫຼີມສະຫຼອງການລົບລ້າງພະຍາດ ແມ່ນຈະຈັດຂຶ້ນທີ່ແຂວງອັດຕະປື ໃນວັນທີ 27 ຕຸລາ ເພື່ອເປັນການ ສະເຫຼີມສະຫຼອງຂີດໝາຍຄວາມສໍາເລັດດັ່ງກ່າວ.