ພິທີ ມອບ-ຮັບ ຢາອິນຊຸລິນ (Insulin) ແບບໃໝ່ໃຫ້ໂຮງໝໍມະໂຫສົດ

ພິທີ ມອບ-ຮັບ ຢາອິນຊຸລິນ (Insulin) ແບບໃໝ່ໃຫ້ໂຮງໝໍມະໂຫສົດ ມູນຄ່າ : 109,058 $ ໂດລາ ສະຫະລັດ ໂຄງການນີ້ແມ່ນໄດ້ຊ່ວຍເຫຼືອຄົນເຈັບເປັນພະຍາດເບົາຫວານແຕ່ ປີ 2016 ໄດ້ລົງນາມເຊັນ MOA ໃນ

ວັນທີ 26 ກຸມພາ 2019 ຈົນຮອດປະຈຸບັນນີ້ 20 ກັນຍາ 2023, ໄດ້ຮັບການຊ່ວຍເຫຼືອຈາກບໍລິສັດ ເອ່ລີ້ ລິນລີ້ (Eli lilly) ຂົນສົ່ງໂດຍໜ່ວຍງານ ດີເຣັກ ຣິລິບ (Direct Relief) ໄປໃຫ້ອົງການ Action4 (Diabetes R4D) ແລະ ໄດ້ມາມອບໃຫ້ໂຮງໝໍມະໂຫສົດເພື່ອສະໜອງການດູແລທີ່ຈຳເປັນແກ່ໄວໜຸ່ມ ເປັນພະຍາດເບົາຫວານ ທີ່ດຳລົງຊິວິດຮ່ວມກັບພະຍາດເບົາຫວານປະເພດທີ 1 (T1D) ທັງເປັນການຊ່ວຍເຫຼືອໃນການພັດທະນາ ແລະ ຍົກສູງຄຸນະພາບທາງດ້ານການປິ່ນພະຍາດເບົາຫວານ ໃຫ້ນັບມື້ດີຂື້ນໄປເລື້ອຍໆ ລວມເຖິງການປ້ອງກັນບໍ່ໃຫ້ເກີດມີອາການສົນກະທັນຫັນ, ຊຳເຣຶ້ອ ແລະ ຫຼຸດອັດຕາການເສຍຊິວິດ ຂອງເດັກນ້ອຍທີ່ເປັນບົາຫວານຊະນິທີ 1. ເຂົ້າຮ່ວມໃນພິທີດັ່ງກ່ານແມ່ນທ່ານ ດຣ. ໄຄສີ ລາດສະວົງ ຮອງຜຸ້ອຳນວຍການໂຮງໝໍມະໂຫສົດ ,ທ່ານ ມີເຊວ ວາຍ ເອົ່າລໍ (Mr. Michelle Y. Outlaw) ອຸປະທູດສາຫະລັດອາເມລິການ ປະຈຳ ສປປ ລາວ. ທານ ຊາກເລີ ໂທເມ (Charle Toomey) ຜູ້ຮ່ວມກໍ່ຕັ້ງອົງການ A4D. ມີພະແນກການທີ່ກ່ຽວຂ້ອງຂອງໂຮງໝໍມະໂຫສົດ, ບໍລິສັດວຽງທອງການຢາ ແລະ ພໍ໋ແມ່, ເດັກນ້ອຍທີ່ເປັນພະຍາດເບົາຫວານປະເພດນຶ່ງເຂົ້າຮ່ວມ.

 

 

 

 

 

ໃນວັນທີ 20 ກັນຍາ 2023 ທີ່ໂຮງໝໍມະໂຫສົດ.