ກອງປະຊຸມສະຫລຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ກຳມະບານ ຂອງກະຊວງສາທາລະລະສຸກ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024

ກອງປະຊຸມສະຫລຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ກຳມະບານ ຂອງກະຊວງສາທາລະລະສຸກ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024 ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ເລັດ ໄຊຍະພອນ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ທ່ານ ດຣ. ໄພວັນ ແກ້ວປະເສີດ ກຳມະການຄະນະພັກກະຊວງ, ປະທານກວດກາພັກກະຊວງສາທາລະນະສຸກ, ຮອງລັດຖະມົນຕີ, ຜູ້ຊີ້ນຳວຽກອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍ ທ່ານ ດຣ. ເພັດວິວັນ ພອນແກ້ວ ກຳມະການສູນກາງສະຫະພັນກຳມະບານລາວ, ປະທານຄະນະບໍລິຫານງານສະຫະ ພັນກຳມະບານ ກະຊວງສາທາລະນະສຸກ ແລະ ຄະນະກົມ ຄະນະ ຈາກສູນກາງສະຫະພັນກຳມະບານລາວ, ປະທານ ສະຫະພັນກຳມະບານ ກະຊວງ ກະສິກຳ ແລະ ປ່າໄມ້ ແລະ ຜູ້ຕ່າງໜ້າອຖງການຈັດຈັ້ງມະຫາຊົນ ອ້ອມຂ້າງກະຊວງສາທາລະນະສຸກ ລວມທັງໝົດ 204 ສະຫາຍ. ພ້ອມ ຮັບຟັງປາຖະກະຖາມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງກໍາມະບານລາວ ຄົບຮອບ 68 ປີ (01 ກຸມພາ 1956 – 01 ກຸມພາ 2024)