ກະຊວງສາທາລະນະສຸກຈັດກອງປະຊຸມຄະນະຊີ້ນຳ ແຜນງານສະໜັບສະໜູນງົບປະມານໃຫ້ແກ່ ວຽກງານໂພຊະນາການ

ກະຊວງສາທາລະນະສຸກຈັດກອງປະຊຸມຄະນະຊີ້ນຳ ແຜນງານສະໜັບສະໜູນງົບປະມານໃຫ້ແກ່ ວຽກງານໂພຊະນາການ ໂດຍມີຈຸດປະສົງເພື່ຶອ ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດແຜນງານສະໜັບສະໜູນດ້ານງົບປະມານ ສະຫະພາບເອີລົບ ໃຫ້ແກ່ກະຊວງສາທາລະນະສຸກ ຂອງ ສປປ ລາວ ໃນວຽກງານໂພຊະນາການ ຄື: ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດ, ການສະໜັບສະໜູນງົບປະມານໃຫ້ແກ່ວຽກງານໂພຊະນາການ, ການປັບປຸງດ້ານນະໂຍບາຍຂອງຂະແໜງການ ແລະ ການສະໜັບສະໜູນດ້ານງົບປະມານຂອງສະຫະພາບເອີລົບໃຫ້ແກ່ວຽກງານໂພຊະນາການ ຢູ່ໃນ ສປປ ລາວ; ແລະ ລາຍງານຜົນສຳເລັດໃນການຈັດຕັ້ງປະຕິບັດໃນປີ 2021 ແລະ 2022. ກອງປະຊຸມດັ່ງກ່າວແມ່ນໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ອີນາ ມາຈູລໍນີແຕ ເອກອັກຄະລັດຖະທູດ ສະຫະພາບເອີລົບ ປະຈໍາ ສປປ ລາວ, ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທືນ, ທ່ານ ປອ. ດຣ. ນາງ ຈັນທະໜອມ ມະນີທິບ ຫົວໜ້າຫ້ອງການກະຊວງສາທາລະນະສຸກ, ທ່ານ ດຣ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ຫົວໜ້າຄະນະກຳມະການກອງເລຂາແຫ່ງຊາດດ້ານໂພຊະນາການ, ພ້ອມທັງມີຕາງໜ້າກະຊວງສຶກສາທິການ ແລະ ກິລາ, ກະຊວງກະຊິກຳ ແລະ ປ່າໄມ້, ກະຊວງການເງິນ, ກະຊວງການຕ່າງປະເທດ, ອົງການກວດສອບແຫ່ງລັດ ແລະ ຄະນະຜູ້ແທນຈາກສະຫະພາບເອີລົບ.
ວັນທີ 13 ຕຸລາ 2023 ທີ່ ໂຮງແຮມ ລາວ-ພຣາຊາ.