ແຂວງຫຼວງນໍ້າທາ ສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກກອງປະຊຸມປະຈຳປີ 2023 ແລະ ວາງແຜນການປີ 2024 ຢູ່ທີ່ສະໂມສອນແຂວງ.

ວັນທີ 9 ກຸມພາ 2024 ແຂວງຫຼວງນໍ້າທາ ສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກກອງປະຊຸມປະຈຳປີ 2023 ແລະ ວາງແຜນການປີ 2024 ຢູ່ທີ່ສະໂມສອນແຂວງ.

ເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ປອ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ສີວິໄລ ປັນແກ້ວ ຮອງເຈົ້າແຂວງໆຫລວງນ້ຳທາ, ທ່ານ ຕຽງສະໜອນ ພອນປະເສີດ ກຳມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງ,
ມີຜູ້ຕາງໜ້າຈາກພະແນກການອ້ອມຂ້າງ ຫົວໜ້າ-ຮອງຫົວໜ້າຫ້ອງການສາທາລະນະສຸກ 5 ເມືອງ ພ້ອມດ້ວຍພະນັກ
ງານວິຊາການພາຍໃນພະແນກເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ດຣ ບຸນນຳ ເພັດສີຄາມ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກປະຈຳປີ 2023 ແລະ ທິດທາງແຜນການປີ 2024 ໃນໄລຍະຜ່ານມາຄະນະນຳພະແນກສາທາລະນະສຸກແຂວງ ໄດ້ເອົາໃຈໃສ່ເຄື່ອນໄຫວຕາມພາລະບົດບາດ,ໜ້າທີ່,ຂອບເຂດສິດ, ໂຄງປະກອບ ການຈັດຕັ້ງ ແລະ ລະບອບແບບແຜນວິທີເຮັດວຽກເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງສາທາລະນະສຸກ ສະບັບເລກທີ 770 /ສທ;ໃຫ້ເປັນອັລະອຽດ,ຄົບຖ້ວນ,ຊັດເຈນເປັນບ່ອນອີງໃຫ້ແກ່ການຄຸ້ມຄອງບໍລິຫານໜ້າທີ່ວຽກງານຕາມຂອບເຂດສິດທີ່ຕົນຮັບຜິດຊອບ ຄຽງຄູ່ກັບການຊີ້ນຳດ້ານວິຊາການໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງແຕ່ລະພາກສ່ວນ ໂດຍເລັ່ງໃສ່ຄວາມສາມັກຄີພາຍໃນ ເຮັດວຽກເປັນໝູ່ຄະນະ, ບຸກຄົນຮັບຜິດຊອບໃນໜ້າໜ້າທີ່ວຽກງານຂອງໄຜລາວ, ເພື່ອຈັດຕັ້ງປະຕິບັດ ບັນດາຕົວເລກເປົ້າໝາຍສະຫັດສະຫວັດ ເພື່ອການພັດທະນາ ແລະ 11 ຕົວຊີ້ບອກ ທີ່ສະພາແຫ່ງຊາດໄດ້ຮັບຮອງໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້ ເຊີ່ງມັນສະແດງອອກ: ໄດ້ຜັນຂະຫຍາຍເປັນພາລະບົດຂອງແຕ່ລະເມືອງຄື: ເມືອງນໍ້ທາ ສະບັບເລກທີ 422/ຈມ; ເມືອງສີງສະບັບເລກທີ 196 /ຈມ ; ເມືອງລອງສະບັບເລກທີ 293 /ຈມ ; ເມືອງວຽງພູຄາ ສະບັບເລກທີ 289 /ຈມ ; ເມືອງນາແລ ສະບັບເລກທີ 227 /ຈມ ພ້ອມທັງໄດ້ແບ່ງຂັ້ນຄຸ້ມຄອງພະນັກງານ-ລັດຖະກອນ ທົ່ວແຂວງມີສະຖິຕິລວມຢູ່ຂະແໜງຈັດຕັ້ງ-ພະນັກງານ ໃນນັ້ນມີ ຂັ້ນແຂວງ, ຫ້ອງການສາທາລະນະສຸກເມືອງ, ໂຮງໝໍຊຸມຊົນເມືອງ ແລະ ໂຮງໝໍນ້ອຍອອກເປັນ 05 ເມືອງ, ມີ 17 ຊົນເຜົ່າ ທີ່ມີຮີດຄອງປະເພນີ, ວັດທະນະທໍາທີ່ແຕກຕ່າງກັນ, ມີ 46 ກຸ່ມບ້ານ, 352 ບ້ານ, ມີ 456 ຈຸດສັກຢາ, ມີ 40.427 ຄົວເຮືອນ, 44.222 ຄອບຄົວ, ມີພົນລະເມືອງ 208.855 ຄົນ, ຍິງ 105.438 ຄົນ, ລະດັບຄວາມໜາແໜ້ນຂອງພົນລະເມືອງ ສະເລ່ຍ 22ຄົນ/ກມ, ມີຈຳນວນ 329 ບ້ານສາທາລະນະສຸກແບບຢ່າງ ສຳລັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານວິຊາສະເພາະແຕ່ລະກຸ່ມໄລຍະຜ່ານມາ: ສຳເລັດການສະຫຼຸບລາຍງານຜົນຂອງການເຊື່ອມຊຶມເອກະສານດຳລັດ 205 ແລະ 309, ສໍາເລັດການການອອກຂໍ້ຕົກລົງຍ້ອງຍໍຂັ້ນພະແນກໃຫ້ພະນັກງານສາທາລະນະສຸກເມືອງສີງ ຜູ້ທີ່ມີຜົນງານດີເດັ່ນປະຈຳປີ2022 ສໍາເລັດການສົມທົບກັບຂະແໜງແຜນການ-ການຮ່ວມມືຈັດກອງປະຊຸມສະຫຼຸບວຽກງານສາທາລະນະສຸກປະຈຳ 3, ປະຈຳ 6 ເດືອນ, 9 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 9 ເດືອນ, 6 ເດືອນ ແລະ 3 ເດືອນທ້າຍປີ 2023. ສັງລວມແຜນການເຄື່ອນໄຫວປະຈຳອາທິດຂອງບັນດາຂະແໜງ ລາຍງານໃຫ້ການນຳພະແນກເປັນປົກະຕິ ພ້ອມວຽກງານອື່ນໆ ກໍ່ໄດ້ປະຕິບັດ ແລະ ມີຜົນສຳເລັດເປັນກ້າວໆມາ.

ສຳລັບທິດທາງແຜນການໃນຕໍ່ໜ້າແມ່ນ: ຈະສຶບຕໍ່ສືບຕໍ່ຜັນຂະຫຍາຍມະຕິກອງປະຊຸໃຫຍ່ ຄັ້ງທີ່ X ແລະ ກະກຽມຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ່XI ຂອງພັກ ແລະ ແຜນພັດທະນາເສດຖະກິດສັງຄົມ;ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ່ VIII ຂອງອົງຄະນະພັກແຂວງ ຫຼວງນໍ້າທາໃຫ້ກາຍເປັນວຽກງານ ອັນລະອຽດໃນການຈັດຕັ້ງປະຕິບັດ ແລະ ລົບລ້າງຄວາມທຸກຍາກຂອປະຊາຊົນ;ແຜນພັດທະນາສາທາລະນະສຸກຄັ້ງທີ່ IX (2020 – 2025) ຂອງກະຊວງສາທາລະນະສຸກ ວາງອອກ ໃຫ້ປະກົດ ຜົນເປັນຈີ່ງ.

ຈັດຕັ້ງປະຕິບັດການລົງເຄື່ອນທີ່ບໍລິການແມ່ ແລະ ເດັກ ແບບເຊື່ອມສານໃຫ້ໄດ້ 04 ຮອບ/ປີ ແລະ ເພີ້ມຮອບຕະລຸມບອນບອນ ທີ່ມີອັດຕາການບໍລິການຕົວເລກຕໍ່າ ແລະ ບໍ່ໄດ້ຄາດໝາຍ 02 ຮອບ ພ້ອມສຸມໃສ່ວຽກງານສັກຢາໃຫ້ບັນລຸຄາດໝາຍ 95% ຂື້ນໄປ;ສືບຕໍ່ໂຄສະນາສຸຂະສຶກສາໃຫ້ຫຼາຍຮູບແບບ ເພື່ອໃຫ້ປະຊາຊົນເຂົ້າໃຈ ແລະ ນຳໄປຈັດຕັ້ງປະຕິບັດໃນການຮັກສາອານາໄມ 3 ສະອາດ ເພື່ອປ້ອງກັນບໍໃຫ້ເກີດພະຍາດຕາມລະດູການ;ໂຄສະນາສົ່ງເສີມດ້ານສຸຂະອະນາໄມທຸກຄອບຄົວ ຕ້ອງໄດ້ມີວິດຖ່າຍພ້ອມທັງຖ່າຍໃສ່ວິດ ແລະ ນຳໄຊ້ນໍາຈັດຕັ້ງປະຕິບັດການຫັນປ່ຽນພຶດຕິກຳຊຸມຊົນເຈົ້າ ໃນການຢຸດຕິການຖ່າຍຊະຊາຍ ແລະ ໄດ້ປະກາດເປັນແຂວງຢຸດຕິການຖ່າຍຊະຊາຍຕາມແຜນທີ່ວາງໄວ້.