ງານເປີດໂຕຂະບວນການສັກວັກຊິນພະຍາດ ໝາກແດງໃຫ່ຍ ແລະ ໝາກແດງນ້ອຍ

May be an image of 8 people, crowd and text

📢 ງານເປີດໂຕຂະບວນການສັກວັກຊິນພະຍາດ ໝາກແດງໃຫ່ຍ ແລະ ໝາກແດງນ້ອຍ ❗❗❗
ມື້ນີ້, ເປັນການ ເປີດໂຕທີ່ມີຄວາມໝາຍຄວາມສຳຄັນເພື່ອສະແດງໃຫ້ເຫັນວ່າ ຂະບວນການສັກວັກຊິນກັນພະຍາດ ໝາກແດງໃຫ່ຍ ແລະ ໝາກແດງນ້ອຍໄດ້ເລີ່ມຕົ້ນຂື້ນໃນຂອບເຂດທົ່ວປະເທດ; ພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມໂດຍທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີ ທ່ານຮອງລັດຖະມົນຕີກະຊວງພາຍໃນ, ກະຊວງຖະແຫຼງຂ່າວວັດທະນາທຳ ແລະ ທ່ອງທ່ຽວ, ກະຊວງສຶກສາທິການ ແລະ ກິລາ, ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ດຣ. ເພຍ ເຣເບນໂລ ບຣິໂຕ ຜູ້ຕາງໜ້າອົງການ ຢູນິເຊບ ປະຈຳລາວ, ອຸປະທູດ ອົດສະຕາລີ່ ປະຈຳລາວ, ຮັກສາການຜູ້ຕາງໜ້າອົງການ ອະນາໄມໂລກ ປະຈຳລາວ, ຜູ້ຕາງໜ້າອົງການ ກາວີ, ຫົວໜ້າກົມ, ຮອງກົມ, ຫົວໜ້າສູນ, ຮອງສູນ, ທ່ານເຈົ້າເມືອງ, ຮອງເຈົ້າເມືອງຈາກ 9 ໂຕເມືອງຂອງນະຄອນຫຼວງວຽງຈັນ, ຫົວໜ້າຫ້ອງສາທາລະນະສຸກເມືອງ, ຫ້ອງການສຶກສາເມືອງ, ຄູອາຈານ ແລະ ນ້ອງໆນັກຮຽນເຂົ້າຮ່ວມ. ພະຍາດໝາກແດງໃຫ່ຍ ແລະ ໝາກແດງນ້ອຍ ເປັນພະຍາດຕິດເຊຶ້ອທີ່ເກີດຈາກໄວຣັສທີ່ມີອັດຕາການແຜ່ເຊື້ອສູງ ແລະ ເປັນສາເຫດໜຶ່ງທີ່ສໍາຄັນຂອງການເຈັບປ່ວຍ ແລະ ມີອັດຕາການເສຍຊີວິດໃນເດັກນ້ອຍສູງ; ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໝາກແດງໃຫ່ຍ ແລະ ໝາກແດງນ້ອຍ ມີຄວາມຈຳເປັນຕ້ອງໄດ້ສັກວັກຊິນຢ່າງເປັນຂະບວນ, ເຊິ່ງ ສປປ ລາວ ໃນປີນີ້ຈະຈັດຂື້ນໃນລະຫວ່າງວັນທີ 20-31 ພຶດສະພາ 2024 ເຊິ່ງຈະຈັດເປັນຂະບວນການໃຫ່ຍໃນທຸກແຂວງ, ທຸກເມືອງໃນຂອບເຂດ ທົ່ວປະເທດ ແລະ ກຸ່ມເປົ້າໝາຍທີ່ຈະໄດ້ຮັບວັກຊິນໃນຊຸດນີ້ແມ່ນເດັກອາຍຸລຸ່ມ 5 ປີ (9-59 ເດືອນ);
ວັນທີ 17 ພຶດສະພາ 2024 ທີ່ນະຄອນຫຼວງວຽງຈັນ
May be an image of 8 people, hospital and text
May be an image of 3 people, table, dais and textMay be an image of 6 people, crowd and text