
ກອງປະຊຸມຂໍການສະໜັບສະໜູນຈາກການນໍາທ້ອງຖີ່ນ ກ່ຽວກັບການເຝົ້າລະວັງພະຍາດວໍ້ໃນຊຸມຊົນ, ວັນທີ 14 ພຶດສະພາ 2024, ເມືອງປາກລາຍ, ແຂວງ ໄຊຍະບູລີສູນວິເຄາະລະບາດວິທະຍາ, ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຂໍການສະໜັບສະໜູນຈາກການນໍາທ້ອງຖີ່ນກ່ຽວກັບການເຝົ້າລະວັງພະຍາດວໍ້ໃນຊຸມຊົນ ໂດຍມີຈຸດປະສົງເພື່ອໃຫ້ການນໍາເຫັນໄດ້ເຖິງຄວາມສໍາຄັນຂອງການວຽກງານການເຝົ້າລະວັງພະຍາດວໍ້ໃນສະຖານບໍລິການສາທາລະນະສຸກ ແລະ ຊຸມຊົນ;ກອງປະຊຸມໄດ້ນໍາສະເໜີໃຫ້ເຫັນສະພາບການຕິດເຊື້ອພະຍາດວໍ້ໃນ ສປປ ລາວ, ຍຸດທະສາດການກັນ ແລະ ຄວບຄຸມພະຍາດວໍ້ (ເນັ້ນໜັກອົງປະກອບກ່ຽວກັບວຽກງານເຝົ້າລະວັງພະຍາດວໍ້ໃນຄົນ ແລະ ສັດ) ວຽກງານເຝົ້າລະວັງພະຍາດວໍ້ໃນຊຸມຊົມໃນແຂວງທີ່ຖືກຄັດເລືອກ, ຜົນການປະເມີນແບບໄວຂອງສັດກັດໃນສະຖານບໍລິການສາທາລະນະສຸກແຕ່ປີ 2020-2023, ລະບົບການລາຍງານພະຍາດວໍ້ໃນຊຸມຊົນ ໂດຍນຳໃຊ້ເຄື່ອງມືໃນການລາຍງານເຊັ່ນ: ແບບຟອມ ແລະ ປື້ມບັນທຶກລາຍງານຂັ້ນຕອນມາດຖານການປະຕິບັດງານ (SOP), ແຜ່ນພິກ ແລະ ປົດສະເຕີ ແລະ ສິ່ງອໍານວຍຄວາມສະດວກອື່ນໆ;ນອກຈາກນັ້ນກອງປະຊຸມຍັງໄດ້ສົນທະນາຫົວຂໍ້ທີ່ຕ້ອງການຂໍການສະໜັບສະໜູນຈາກການນໍາທ້ອງຖີ່ນ ເພື່ອເອົາວຽກງານເຝົ້າລະວັງພະຍາດວໍ້ເຂົ້າໃນວາລະປະຊຸມຂອງທ່ານເຈົ້າເມືອງ, ຫ້ອງການສາທາເມືອງ, ຫ້ອງການກະສິກຳເມືອງ ແລະ ພະແນກກະສິກໍາແຂວງ ພ້ອມກັນນັ້ນກໍຮຽກຮ້ອງໃຫ້ແຕ່ລະຂັ້ນເອົາໃຈໃສ່ປະຕິບັດຕາມຄູ່ມືການເຝົ້າລະວັງຢ່າງເຂັ້ມງວດ, ເຊື່ອມສານພະຍາດວໍ້ເຂົ້າໃນການລົງຕິດຕາມຊຸກຍູ້ກິດຈະກໍາອື່ນໆຂອງທ່ານເຈົ້າແຂວງ, ເມືອງ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ,ກອງປະຊຸມໄດ້ຮັບກຽດເຂົ້າຮ່ວມ ຂອງທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ໄຊຍະບູລີ, ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ; ທ່ານ ປອ ດຣ. ພອນປະດີດ ສັງໄຊຍະລາດ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ທ່ານ ດຣ. Satoko OTSU ຕາງໜ້າອົງການອະນາໄມໂລກ ປະຈໍາ ສປປ ລາວ ພ້ອມດ້ວຍຜູ້ຮ່ວມຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ, ແຂວງ ແລະ ເມືອງ, ສະໜັບສະໜູນໂດຍ DFAT ຜ່ານອົງການອະນາໄມໂລກ ປະຈໍາ ສປປ ລາວ.

