ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ກະຊວງສາທາລະນະສຸກ ຈັດກອງປະຊຸມສໍາມະນາລະບົບພາກພື້ນກ່ຽວກັບສຸຂະພາບໜຶ່ງດຽວ

May be an image of 3 people, dais and text
ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ກະຊວງສາທາລະນະສຸກ ຈັດກອງປະຊຸມສໍາມະນາລະບົບພາກພື້ນກ່ຽວກັບສຸຂະພາບໜຶ່ງດຽວ The Mekong One Health Innovation Program (MOHIP) One Health Regional Symposium. ແມ່ນການທົບທວນ ແລະ ວິເຄາະໂອ້ລົມຫຼັກການຕາມແຜນງານເພື່ອພັດທະນາວຽກງານສຸຂະພາບໜຶ່ງດຽວໃນຂົງເຂດລຸ່ມແມ່ນໍ້າຂອງ.ຈຸດປະສົງ : ກອງປະຊຸມສຳມະນາລະດັບພາກພື້ນກ່ຽວກັບສຸຂະພາບໜຶ່ງດຽວໃນຂົງເຂດລຸ່ມແມ່ນໍ້າຂອງ MOHIP ພາຍໃຕ້ການແບ່ງປັນປະສົບການຜົນງານຜ່ານມາ ແລະ ບາດກ້າວຕໍ່ໄປຂອງໂຄງການ ການປັບປຸງສຸຂະພາບໜຶ່ງດຽວ ເພື່ອສ້າງຄວາມເຂັ້ມແຂງດ້ານການປ້ອງກັນສຸຂະພາບ. ໂຄງການ MOHIP ແມ່ນໄດ້ຮ່ວມມືກັບເຄືອຂ່າຍ ມະຫາວິທະຍາໄລໜຶ່ງດຽວໃນລາວ (LAOHUN) ແລະ ມະຫາວິທະຍາໄລ ວິທະຍາສາດສຸ ຂະພາບ ປະເທດໄທ ແລະ ຫວຽດນາມ.ໂດຍການເປັນປະທານຮ່ວມ ຂອງ ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ; Madam Heather Roach Variava , ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ; ສາດສະດາຈານ Ramjee Ghimire ຜູ້ອຳນວຍການໂຄງການວັດຕະກຳສຸຂະພາບຂອງມະຫາວິທະຍາໄລແຫ່ງລັດ Michigan-Mekong One (MOHIP), ທ່ານ ສາດສະດາຈານ ມາຍຟອງ ມາຍຊາຍ ປະທານເຄືອຂ່າຍມະຫາວິທະຍາໄລ ວິທະຍາສາດ ສຸຂະພາບນຶ່ງດຽວໃນລາວ (LAOHUN) ທັງເປັນຮອງອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ມີແຂກທີ່ມີກຽດເຂົ້າຮ່ວມຈາກ ສປປ ລາວ, ໄທ, ຫວຽດນາມ ແລະ ສາຫະລັດ ອາເມລິກາ.
ໃນວັນທີ 13 ພຶດສະພາ 2024 ທີ່ ໂຮງແຮມ ລາວ-ພຣາຊາ.
May be an image of 3 people and textMay be an image of 8 people and text