ມອບ-ຮັບ ລົດຂົນສົ່ງວັກຊິນຈໍານວນ 09 ຄັນໃຫ້ແກ່ແຂວງ

ລົດຈໍານວນ 09 ຄັນໃນມູນຄ່າ 481,500 ໂດລາສະຫະລັດ ໄດ້ມອບໃຫ້ແກ່ນະຄອນຫຼວງວຽງຈັນ, ແຂວງ ໄຊສົມບູນ, ບໍລິຄໍາໄຊ, ວຽງຈັນ, ອັດຕະປື, ເຊກອງ, ຫົວພັນ ແລະໄຊຍະບູລີ, ລົດດັ່ງກ່າວຈະໄດ້ນຳໃຊ້ເຂົ້າໃນການຂົນສົ່ງວັກຊິນຈາກແຂວງ ຫາ ເມືອງ, ເມືອງ ຫາ ສຸກສາລາ ທັ້ງນີ້ກໍເພື່ອ ເປັນການຮັບປະກັນຄຸນນະພາບຂອງວັກຊີນໃຫ້ມີຄວາມປອດໄພ ຮັກສາຄວາມເຢັນໃຫ້ຢູ່ໃນເກນມາດຕະຖານ ກ່ອນທີ່ຈະບໍລິການໃຫ້ກັບປະຊາຊົນ; ກະຊວງສາທາລະນະສຸກ ຍາມໃດກໍ່ມີຄວາມພະຍາຍາມ ທີ່ຈະພັດທະນາ ແລະ ສ້າງເງື່ອນໄຂ ຕ່າງໆ ໂດຍນຳໃຊ້ຊັບພະຍາກອນທີ່ມີຢູ່ພາຍໃນ ພ້ອມທັງປະຕິບັດນະໂຍບາຍການຕ່າງປະເທດ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອ, ການສະໜັບສະໜູນດ້ານງົບປະມານເພື່ອຕອບສະໜອງການພັດທະນາພື້ນຖານໂຄງລ່າງ ໂດຍສະເພາະແມ່ນໄດ້ສຸມໃສ່ຊຸກຍູ້, ຊີ້ນຳ ແລະ ໃຫ້ການສະໜັບສະໜູນ ການຈັດຕັ້ງປະຕິບັດບັນດາ 11 ຕົວຊີ້ວັດ ທີ່ສະພາຮັບຮອງ ເປັນຕົ້ນ ການຫຼຸດຜ່ອນອັດຕາການຕາຍ ຂອງແມ່ ແລະ ເດັກ ເປັນຕົວຊີ້ວັດທີ່ສຳຄັນທີ່ພວກເຮົາຈະຕ້ອງໄດ້ບັນລຸ ພ້ອມນັ້ນ ກໍ່ມີຕົວຊີ້ວັດອື່ນໆ ທີ່ປີ່ນອ້ອມ, ໜື່ງໃນນັ້ນກໍແມ່ນການສັກວັກຊີນກັນພະຍາດຮອບປົກກະຕິ ແລະ ວັກຊີນໂຄວິດ-19 ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.