ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ໜ່ວຍພັກຄະນະເພສັຊສາດ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ IV

ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ໜ່ວຍພັກຄະນະເພສັຊສາດ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ IV ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ປອ. ດຣ. ບຸນແຝງ ພູມມະໄລສິດ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສາທາລະນະສຸກ, ສະຫາຍ ຮສ. ດຣ. ບຸນຖົມ ຊາມຸນຕຣີ ກຳມະການປະຈຳພັກກະຊວງ, ເລຂາຄະນະພັກຮາກຖານ, ອະທິການບໍດີ ມວສ ແລະ ສະຫາຍ ອຈ. ນ. ສຸນັນທາ ສຸວັນລາສີ ຄະນະພັກຮາກຖານ ມວສ, ເລຂາໜ່ວຍພັກ, ຄະນະບໍດີ ຄະນະເພສັຊສາດ. ມີແຂກທີ່ຖຶກເຊີນຈາກບັນດາໜ່ວຍພັກທີ່ຂື້ນ ກັບຮາກຖານພັກ ມວສ, ສາຍທີມງານທີ 5, ອົງການຈັດຕັ້ງມະຫາຊົນ, ຜູ້ແທນສົມບຸນເຂົ້າຮ່ວມທັງໝົດ 47 ສະຫາຍ, ຍິງ 27 ສະຫາຍ, ມີຜູ້ແທນສົມບູນ 22 ສະຫາຍ ຍິງ 12 ສະຫາຍ.
– ເພື່ອສະຫລຸບຕີລາຄາວຽກງານຂອງໜ່ວຍພັກຄະນະເພສັຊສາດ ໃນໄລຍະຜ່ານມາ (2019-2024).
– ເພື່ອເລືອກຕັ້ງເອົາ ຄະນະໜ່ວຍພັກຄະນະເພສັຊສາດຊຸດໃໝ່ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ X, ຂອງອົງຄະນະພັກກະຊວງສາທາລະນະສຸກ ພ້ອມ ໄດ້ມີເລືອກຕັ້ງເອົາຄະນະໜ່ວຍພັກສະໄໝທີ່ IV , ຜົນຂອງການເລຶອກຕັ້ງໄດ້ຕົກລົງເປັນເອກະພາບເລືອກໄດ້ 3 ທ່ານ ມີຊື່ລຸ່ມນີ້:
1. ສະຫາຍ ຄຳຫລ້າ ພົນໄຊຍະລິນຄຳ ເປັນເລຂາໜ່ວຍ
2. ສະຫາຍ ປອ. ສີໃສ ປາລະມີ ເປັນຮອງເລຂາ
3. ສະຫາຍ ນ. ວິໄລລັກ ພູປະເສີດ ເປັນກໍາມະການ
ຫຼັງຈາກນັ້ນ, ທ່ານປະທານຍັງ ໃຫ້ທິດຊີ້ນຳແກ່ຄະນະໜ່ວຍພັກຊຸດໃໝ່ ໃນການປັບປຸງແກ້ໄຂຂໍ້ຄົງຄ້າງບາງວຽກງານ, ພ້ອມກັນຜັນຂະຫຍາຍທິດທາງແຜນການປີ 2025-2030 ຂອງໜ່ວຍພັກ ໃຫ້ວຽກງານການເມືອງມີການພັດທະນາຢ່າງຕັ້ງໜ້າ ແລະ ມີຜົນສຳເລັດຜົນ.
ໃນວັນທີ 21 ພຶດສະພາ 2024, ທີ່ ຫ້ອງປະຊຸມໃຫຍ່ອໍາຟີ, ວິທະຍາເຂດເພຍວັດ
May be an image of 10 people, dais, temple and textMay be an image of text