admin

Avatar

ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ໜ່ວຍພັກຄະນະເພສັຊສາດ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ IV

ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ໜ່ວຍພັກຄະນະເພສັຊສາດ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ IV ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ປອ. ດຣ. ບຸນແຝງ ພູມມະໄລສິດ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສາທາລະນະສຸກ, ສະຫາຍ ຮສ. ດຣ. ບຸນຖົມ ຊາມຸນຕຣີ ກຳມະການປະຈຳພັກກະຊວງ, ເລຂາຄະນະພັກຮາກຖານ, ອະທິການບໍດີ ມວສ ແລະ ສະຫາຍ ອຈ. ນ. ສຸນັນທາ ສຸວັນລາສີ ຄະນະພັກຮາກຖານ ມວສ, ເລຂາໜ່ວຍພັກ, ຄະນະບໍດີ ຄະນະເພສັຊສາດ. ມີແຂກທີ່ຖຶກເຊີນຈາກບັນດາໜ່ວຍພັກທີ່ຂື້ນ ກັບຮາກຖານພັກ ມວສ, ສາຍທີມງານທີ 5, ອົງການຈັດຕັ້ງມະຫາຊົນ, ຜູ້ແທນສົມບຸນເຂົ້າຮ່ວມທັງໝົດ 47 ສະຫາຍ, ຍິງ 27 ສະຫາຍ, ມີຜູ້ແທນສົມບູນ 22 ສະຫາຍ ຍິງ 12 ສະຫາຍ. – ເພື່ອສະຫລຸບຕີລາຄາວຽກງານຂອງໜ່ວຍພັກຄະນະເພສັຊສາດ […]

ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ໜ່ວຍພັກຄະນະເພສັຊສາດ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ IV Read More »

ມອບ-ຮັບ ລົດຂົນສົ່ງວັກຊິນຈໍານວນ 09 ຄັນໃຫ້ແກ່ແຂວງ

ລົດຈໍານວນ 09 ຄັນໃນມູນຄ່າ 481,500 ໂດລາສະຫະລັດ ໄດ້ມອບໃຫ້ແກ່ນະຄອນຫຼວງວຽງຈັນ, ແຂວງ ໄຊສົມບູນ, ບໍລິຄໍາໄຊ, ວຽງຈັນ, ອັດຕະປື, ເຊກອງ, ຫົວພັນ ແລະໄຊຍະບູລີ, ລົດດັ່ງກ່າວຈະໄດ້ນຳໃຊ້ເຂົ້າໃນການຂົນສົ່ງວັກຊິນຈາກແຂວງ ຫາ ເມືອງ, ເມືອງ ຫາ ສຸກສາລາ ທັ້ງນີ້ກໍເພື່ອ ເປັນການຮັບປະກັນຄຸນນະພາບຂອງວັກຊີນໃຫ້ມີຄວາມປອດໄພ ຮັກສາຄວາມເຢັນໃຫ້ຢູ່ໃນເກນມາດຕະຖານ ກ່ອນທີ່ຈະບໍລິການໃຫ້ກັບປະຊາຊົນ; ກະຊວງສາທາລະນະສຸກ ຍາມໃດກໍ່ມີຄວາມພະຍາຍາມ ທີ່ຈະພັດທະນາ ແລະ ສ້າງເງື່ອນໄຂ ຕ່າງໆ ໂດຍນຳໃຊ້ຊັບພະຍາກອນທີ່ມີຢູ່ພາຍໃນ ພ້ອມທັງປະຕິບັດນະໂຍບາຍການຕ່າງປະເທດ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອ, ການສະໜັບສະໜູນດ້ານງົບປະມານເພື່ອຕອບສະໜອງການພັດທະນາພື້ນຖານໂຄງລ່າງ ໂດຍສະເພາະແມ່ນໄດ້ສຸມໃສ່ຊຸກຍູ້, ຊີ້ນຳ ແລະ ໃຫ້ການສະໜັບສະໜູນ ການຈັດຕັ້ງປະຕິບັດບັນດາ 11 ຕົວຊີ້ວັດ ທີ່ສະພາຮັບຮອງ ເປັນຕົ້ນ ການຫຼຸດຜ່ອນອັດຕາການຕາຍ ຂອງແມ່ ແລະ ເດັກ ເປັນຕົວຊີ້ວັດທີ່ສຳຄັນທີ່ພວກເຮົາຈະຕ້ອງໄດ້ບັນລຸ ພ້ອມນັ້ນ ກໍ່ມີຕົວຊີ້ວັດອື່ນໆ ທີ່ປີ່ນອ້ອມ, ໜື່ງໃນນັ້ນກໍແມ່ນການສັກວັກຊີນກັນພະຍາດຮອບປົກກະຕິ ແລະ ວັກຊີນໂຄວິດ-19 ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ມອບ-ຮັບ ລົດຂົນສົ່ງວັກຊິນຈໍານວນ 09 ຄັນໃຫ້ແກ່ແຂວງ Read More »

ງານເປີດໂຕຂະບວນການສັກວັກຊິນພະຍາດ ໝາກແດງໃຫ່ຍ ແລະ ໝາກແດງນ້ອຍ

ງານເປີດໂຕຂະບວນການສັກວັກຊິນພະຍາດ ໝາກແດງໃຫ່ຍ ແລະ ໝາກແດງນ້ອຍ ມື້ນີ້, ເປັນການ ເປີດໂຕທີ່ມີຄວາມໝາຍຄວາມສຳຄັນເພື່ອສະແດງໃຫ້ເຫັນວ່າ ຂະບວນການສັກວັກຊິນກັນພະຍາດ ໝາກແດງໃຫ່ຍ ແລະ ໝາກແດງນ້ອຍໄດ້ເລີ່ມຕົ້ນຂື້ນໃນຂອບເຂດທົ່ວປະເທດ; ພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມໂດຍທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີ ທ່ານຮອງລັດຖະມົນຕີກະຊວງພາຍໃນ, ກະຊວງຖະແຫຼງຂ່າວວັດທະນາທຳ ແລະ ທ່ອງທ່ຽວ, ກະຊວງສຶກສາທິການ ແລະ ກິລາ, ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ດຣ. ເພຍ ເຣເບນໂລ ບຣິໂຕ ຜູ້ຕາງໜ້າອົງການ ຢູນິເຊບ ປະຈຳລາວ, ອຸປະທູດ ອົດສະຕາລີ່ ປະຈຳລາວ, ຮັກສາການຜູ້ຕາງໜ້າອົງການ ອະນາໄມໂລກ ປະຈຳລາວ, ຜູ້ຕາງໜ້າອົງການ ກາວີ, ຫົວໜ້າກົມ, ຮອງກົມ, ຫົວໜ້າສູນ, ຮອງສູນ, ທ່ານເຈົ້າເມືອງ, ຮອງເຈົ້າເມືອງຈາກ 9 ໂຕເມືອງຂອງນະຄອນຫຼວງວຽງຈັນ, ຫົວໜ້າຫ້ອງສາທາລະນະສຸກເມືອງ, ຫ້ອງການສຶກສາເມືອງ, ຄູອາຈານ ແລະ ນ້ອງໆນັກຮຽນເຂົ້າຮ່ວມ. ພະຍາດໝາກແດງໃຫ່ຍ

ງານເປີດໂຕຂະບວນການສັກວັກຊິນພະຍາດ ໝາກແດງໃຫ່ຍ ແລະ ໝາກແດງນ້ອຍ Read More »

ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ກະຊວງສາທາລະນະສຸກ ຈັດກອງປະຊຸມສໍາມະນາລະບົບພາກພື້ນກ່ຽວກັບສຸຂະພາບໜຶ່ງດຽວ

ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ກະຊວງສາທາລະນະສຸກ ຈັດກອງປະຊຸມສໍາມະນາລະບົບພາກພື້ນກ່ຽວກັບສຸຂະພາບໜຶ່ງດຽວ The Mekong One Health Innovation Program (MOHIP) One Health Regional Symposium. ແມ່ນການທົບທວນ ແລະ ວິເຄາະໂອ້ລົມຫຼັກການຕາມແຜນງານເພື່ອພັດທະນາວຽກງານສຸຂະພາບໜຶ່ງດຽວໃນຂົງເຂດລຸ່ມແມ່ນໍ້າຂອງ.ຈຸດປະສົງ : ກອງປະຊຸມສຳມະນາລະດັບພາກພື້ນກ່ຽວກັບສຸຂະພາບໜຶ່ງດຽວໃນຂົງເຂດລຸ່ມແມ່ນໍ້າຂອງ MOHIP ພາຍໃຕ້ການແບ່ງປັນປະສົບການຜົນງານຜ່ານມາ ແລະ ບາດກ້າວຕໍ່ໄປຂອງໂຄງການ ການປັບປຸງສຸຂະພາບໜຶ່ງດຽວ ເພື່ອສ້າງຄວາມເຂັ້ມແຂງດ້ານການປ້ອງກັນສຸຂະພາບ. ໂຄງການ MOHIP ແມ່ນໄດ້ຮ່ວມມືກັບເຄືອຂ່າຍ ມະຫາວິທະຍາໄລໜຶ່ງດຽວໃນລາວ (LAOHUN) ແລະ ມະຫາວິທະຍາໄລ ວິທະຍາສາດສຸ ຂະພາບ ປະເທດໄທ ແລະ ຫວຽດນາມ.ໂດຍການເປັນປະທານຮ່ວມ ຂອງ ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ; Madam Heather Roach Variava , ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ; ສາດສະດາຈານ

ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ກະຊວງສາທາລະນະສຸກ ຈັດກອງປະຊຸມສໍາມະນາລະບົບພາກພື້ນກ່ຽວກັບສຸຂະພາບໜຶ່ງດຽວ Read More »

ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄຳນັ

ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄຳນັບ ຂອງ ທ່ານ Mr. Bokhodir Burkhanov ເນື່ອງໃນໂອກາດທີ່ໄດ້ຮັບຕຳແໜ່ງເປັນ ຜູ້ຕາງໜ້າງ ອົງການ UNRC = United Nation Resident Coordinator ຄົນໃໝ່. ໂດຍມີພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ. ວັນທີ 10 ພຶດສະພາ 2024 ທີ່ກະຊວງສາທາລະນະສຸກ

ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄຳນັ Read More »

ກອງປະຊຸມຂໍການສະໜັບສະໜູນຈາກການນໍາທ້ອງຖີ່ນ ກ່ຽວກັບການເຝົ້າລະວັງພະຍາດວໍ້ໃນຊຸມຊົນ

ກອງປະຊຸມຂໍການສະໜັບສະໜູນຈາກການນໍາທ້ອງຖີ່ນ ກ່ຽວກັບການເຝົ້າລະວັງພະຍາດວໍ້ໃນຊຸມຊົນ, ວັນທີ 14 ພຶດສະພາ 2024, ເມືອງປາກລາຍ, ແຂວງ ໄຊຍະບູລີສູນວິເຄາະລະບາດວິທະຍາ, ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຂໍການສະໜັບສະໜູນຈາກການນໍາທ້ອງຖີ່ນກ່ຽວກັບການເຝົ້າລະວັງພະຍາດວໍ້ໃນຊຸມຊົນ ໂດຍມີຈຸດປະສົງເພື່ອໃຫ້ການນໍາເຫັນໄດ້ເຖິງຄວາມສໍາຄັນຂອງການວຽກງານການເຝົ້າລະວັງພະຍາດວໍ້ໃນສະຖານບໍລິການສາທາລະນະສຸກ ແລະ ຊຸມຊົນ;ກອງປະຊຸມໄດ້ນໍາສະເໜີໃຫ້ເຫັນສະພາບການຕິດເຊື້ອພະຍາດວໍ້ໃນ ສປປ ລາວ, ຍຸດທະສາດການກັນ ແລະ ຄວບຄຸມພະຍາດວໍ້ (ເນັ້ນໜັກອົງປະກອບກ່ຽວກັບວຽກງານເຝົ້າລະວັງພະຍາດວໍ້ໃນຄົນ ແລະ ສັດ) ວຽກງານເຝົ້າລະວັງພະຍາດວໍ້ໃນຊຸມຊົມໃນແຂວງທີ່ຖືກຄັດເລືອກ, ຜົນການປະເມີນແບບໄວຂອງສັດກັດໃນສະຖານບໍລິການສາທາລະນະສຸກແຕ່ປີ 2020-2023, ລະບົບການລາຍງານພະຍາດວໍ້ໃນຊຸມຊົນ ໂດຍນຳໃຊ້ເຄື່ອງມືໃນການລາຍງານເຊັ່ນ: ແບບຟອມ ແລະ ປື້ມບັນທຶກລາຍງານຂັ້ນຕອນມາດຖານການປະຕິບັດງານ (SOP), ແຜ່ນພິກ ແລະ ປົດສະເຕີ ແລະ ສິ່ງອໍານວຍຄວາມສະດວກອື່ນໆ;ນອກຈາກນັ້ນກອງປະຊຸມຍັງໄດ້ສົນທະນາຫົວຂໍ້ທີ່ຕ້ອງການຂໍການສະໜັບສະໜູນຈາກການນໍາທ້ອງຖີ່ນ ເພື່ອເອົາວຽກງານເຝົ້າລະວັງພະຍາດວໍ້ເຂົ້າໃນວາລະປະຊຸມຂອງທ່ານເຈົ້າເມືອງ, ຫ້ອງການສາທາເມືອງ, ຫ້ອງການກະສິກຳເມືອງ ແລະ ພະແນກກະສິກໍາແຂວງ ພ້ອມກັນນັ້ນກໍຮຽກຮ້ອງໃຫ້ແຕ່ລະຂັ້ນເອົາໃຈໃສ່ປະຕິບັດຕາມຄູ່ມືການເຝົ້າລະວັງຢ່າງເຂັ້ມງວດ, ເຊື່ອມສານພະຍາດວໍ້ເຂົ້າໃນການລົງຕິດຕາມຊຸກຍູ້ກິດຈະກໍາອື່ນໆຂອງທ່ານເຈົ້າແຂວງ, ເມືອງ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ,ກອງປະຊຸມໄດ້ຮັບກຽດເຂົ້າຮ່ວມ ຂອງທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ໄຊຍະບູລີ, ທ່ານ ດຣ. ໄພວັນ ແກ້ວປະເສີດ

ກອງປະຊຸມຂໍການສະໜັບສະໜູນຈາກການນໍາທ້ອງຖີ່ນ ກ່ຽວກັບການເຝົ້າລະວັງພະຍາດວໍ້ໃນຊຸມຊົນ Read More »

ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາ

ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາ ຂອງ ທ່ານ H.E. KOBAYASHI Kenichi ເອກອັກຄະລັດຖະທູດ ປະເທດຍີ່ປຸ່ນ ປະຈຳ ສປປ ລາວ, ເນື່ອງຈາກປະຕິບັດໜ້າທີ່ ປະຈຳຢູ່ ສປປ ລາວ ສຳເລັດແລ້ວ. ວັນທີ 10 ພຶດສະພາ 2024 ທີ່ກະຊວງສາທາລະນະສຸກ

ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາ Read More »

ກະຊວງສາທາລະນະສຸກ ໃນນາມຕາງໜ້າໃຫ້ແກ່ ສປປ ລາວ, ເປັນເຈົ້າພາບຈັດກອງປະຊຸມປຶກສາຫາລື ຄັ້ງທີ 01 ຮ່ວມກັບບັນດາສະມາຊິກອາຊຽນ.

ກະຊວງສາທາລະນະສຸກ ໃນນາມຕາງໜ້າໃຫ້ແກ່ ສປປ ລາວ, ເປັນເຈົ້າພາບຈັດກອງປະຊຸມປຶກສາຫາລື ຄັ້ງທີ 01 ຮ່ວມກັບບັນດາສະມາຊິກອາຊຽນ. ເພື່ອການພັດທະນາມາດຕະຖານ ແລະ ຄູ່ມືຂັ້ນພື້ນຖານຮ່ວມສຳລັບຫຼັກສູດໂພຊະນາການ ໃນສະຖາບັນການສຶກສາ ສຳລັບພະນັກງານສາທາລະນະສຸກ ຮ່ວມກັບບັນດາປະເທດສະມາຊິກອາຊຽນ. ຊຶ່ງມີຈຸດປະສົງຊ່ວຍຊຸກຍູ້ໃນວຽກງານໂພຊະນາການແມ່ ແລະ ເດັກ ປະເທດສະມາຊິກອາຊຽນ.ກອງປະຊຸມປຶກສາຫາລືດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມເປັນປະທານ ໂດຍ ທ່ານ ດຣ ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ Dr. Pia Rebello Brito ຜູ້ຕາງໜ້າອົງການຢູນີເຊັບ ປະຈຳ ສປປ ລາວ, ມີບັນດານັກວິຊາການດ້ານໂພຊະນາການ, ຜູ້ຊ່ຽວຊານດ້ານໂພຊະນາການ ແລະ ພາກສ່ວນທີ່ກ່ຽວຂ້ອງຈາກທົ່ວພາກພື້ນກໍ່ໄດ້ເຂົ້າຮ່ວມ. ກອງປະຊຸມດັ່ງກ່າວເປັນການປຶກສາຫາລື ແລະ ວາງກອບແນະນຳການພັດທະນາຫຼັກສູດການສຶກສາດ້ານໂພຊະນາການ ສຳລັບແພດໝໍ, ພະຍາບານ ແລະ ຜະດຸງຄັນ ເພື່ອຊ່ວຍຮັບປະກັນວ່າເດັກ ແລະ ແມ່ທຸກຄົນ ສາມາດໄດ້ຮັບການບໍລິການດູແລສຸຂະພາບ ແລະ ໂພຊະນາການ ທີ່ມີຄຸນນະພາບທີ່ດີທີ່ສຸດ. ວັນທີ 06-08 ພຶດສະພາ

ກະຊວງສາທາລະນະສຸກ ໃນນາມຕາງໜ້າໃຫ້ແກ່ ສປປ ລາວ, ເປັນເຈົ້າພາບຈັດກອງປະຊຸມປຶກສາຫາລື ຄັ້ງທີ 01 ຮ່ວມກັບບັນດາສະມາຊິກອາຊຽນ. Read More »