March 2021

ກະຊວງສາທາລະນະສຸກ ແລະ ບໍລິສັດເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈຳກັດຜູ້ດຽວ ຮ່ວມມືກັນເຮັດໂຄງການພັດທະນາທີ່ດິນຂອງ ວິທະຍາໄລວິທະຍາສາດການແພດ ແຂວງຫຼວງພະບາງ.

ວັນທີ 22 ມີນາ 2021 ກະຊວງສາທາລະນະສຸກ ແລະ ບໍລິສັດເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈຳກັດຜູ້ດຽວ ໄດ້ຈັດພິທີເຊັນສັນຍາໂຄງການຮ່ວມລົງທຶນພັດທະນາທີ່ດິນຂອງວິທະຍາໄລວິທະຍາສາດການແພດ ທີ່ບ້ານທາດຫຼວງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເປັນໂຮງແຮມ 5 ດາວ ແລະ ກໍ່ສ້າງວິທະຍາໄລ ວິທະຍາສາດສຸຂະພາບ ແຂວງຫຼວງພະບາງ(ຫຼັງໃໝ່) ຂື້ນ, ເພື່ອເປັນການສົ່ງເສີມການລົງທຶນພາຍໃນ ສປປ ລາວ ແລະ ເປັນການພັດທະນາດ້ານສາທາລະນະສຸກຂອງພາກເໜືອ ເພື່ອຕອບສະໜອງໃບໜ້າໃໝ່ ໃຫ້ແກ່ກະຊວງສາທາລະນະສຸກ, ເຊີ່ງໂຄງການດັ່ງກ່າວແມ່ນໄດ້ເລີ້ມມາແຕ່ປີ 2018 ເຊີ່ງມີຄະນະກຳມະການຂອງກະຊວງສາທາລະນະສຸກ, ກົມຊັບສິນທີ່ດິນ, ພະແນກແຜນການ, ພະແນກຊັບພະຍາກອນປະເມີນຫຼັກຊັບ ແລະ ຊັບສົມບັດ, ປະເມີນຜົນໄດ້ຮັບ ແລະ ຜົນເສຍຂອງການຮ່ວມມືໃນຄັ້ງນີ້. ເຊັນລົງນາມໃນຄັ້ງນີ້ໂດຍ ທ່ານ ດຣ. ເນົາ ບຸດຕາ ຫົວໜ້າຫ້ອງການກະຊວງສາທາລະນະສຸກ  ແລະ ທ່ານ ພຶດສະພາ ພູມມະສັກ ປະທານເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈຳກັດຜູ້ດຽວ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໃນການເຊັນສັນຍາໂດຍ ທ່ານ ຮສ.ດຣ. […]

ກະຊວງສາທາລະນະສຸກ ແລະ ບໍລິສັດເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈຳກັດຜູ້ດຽວ ຮ່ວມມືກັນເຮັດໂຄງການພັດທະນາທີ່ດິນຂອງ ວິທະຍາໄລວິທະຍາສາດການແພດ ແຂວງຫຼວງພະບາງ. Read More »

ພົບຜູ້ຕິດເຊື້ອໃໝ່ໃນລາວ​ 1​ ຄົນ​ ສັນຊາດອິນໂດເນເຊຍ

ວັນທີ​ 13​ ມີນາ​ 2021​ນີ້​ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19​ ໃຫຮູ້ວ່າ: ໃນວັນທີ 12 ມີນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 466 ຄົນ,​ ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 1 ຄົນ,​ເປັນຜູ້ຕິດເຊື້ອນ້ຳເບີ 49  ເພດຊາຍ,ອາຍຸ 53 ປີ, ສັນຊາດ: ອິນໂດເນເຊຍ, ເຮັດວຽກຢູ່ບໍລິສັດແຫ່ງໜຶ່ງຢູ່ຕ່າງແຂວງ;  ຜູ້ກ່ຽວຈຳກັດບໍລິເວນ ຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ ໃນນະຄອນຫຼວງວຽງຈັນ.  ປະຫວັດຂອງຜູ້ກ່ຽວ  ຜູ້ກ່ຽວແຂງແຮງດີ, ບໍ່ມີອາການສະແດງຫຍັງ ແລະ ໄດ້ກວດຊອກຫາໂຄວິດ-19 ຢຸ່ປະເທດອິນໂດເນເຊຍ ກ່ອນເດີນທາງເຂົ້າມາ ສປປ ລາວ ຜົນກວດແມ່ນບໍ່ພົບເຊື້ອ;  ໃນວັນທີ 10 ມີນາ 2021 ໄດ້ເດີນທາງຈາກປະເທດອິນໂດເນເຊຍ ຫາ ປະເທດມາເລເຊຍ

ພົບຜູ້ຕິດເຊື້ອໃໝ່ໃນລາວ​ 1​ ຄົນ​ ສັນຊາດອິນໂດເນເຊຍ Read More »

ອອກໂຮງໝໍແລ້ວ ຜູ້ຕິດເຊື້ອ ທີ່ຈໍາປາສັກ 2 ຄົນ

ໃນຕອນເຊົ້າຂອງວັນທີ13/03/2021ຢູ່ທີສູນຄຸ້ມຄອງກໍລະນີພະຍາດໂຄວິດ19ເມືອງໂພນທອງ ໃດ້ສົ່ງຜູ້ຕິດເຊື້ອຜູ້ທີ44ແລະ45ກັບບ້ານ ເປັນກຽດມອບດອກໃມ້ອວຍພອນ ແມ່ນ ທ່ານ ດຣ ວຽງສີ ສຸພັກດີ ຫົວຫນ້າພະແນກສາທານະສຸກແຂວງ ແລະ ຄະນະອຳນວຍການໂຮງໝໍແຂວງ, ໂຮງໝໍເມືອງ ເຂົ້າຮ່ວມ;  ກໍລະນີ້ຜູ້ຕິດເຊື້ອຜູ້ທີ 44 ແມ່ນເຂົ້າມາກັກໂຕ ແລະ ເຜົ້າຕິດຕາມອາການ ແຕ່ວັນທີ 21/01/21 ແລະ ຜູ້ທີ 45 ແມ່ນເຂົ້າມາສູນໂພນທອງແຕ່ວັນທີ 2/2/21 ລວມມື້ນອນປະມານ 50 ວັນ ຜູ້ຕິດເຊື້ອທັງສອງ ແມ່ນບໍ່ມີອາການສະແດງໃດໃດ ແລະ ໃດ້ກວດຕິດຕາມໂຄວິດເປັນໄລຍະ ແລະ ຜົນກວດ ເປັນລົບ 2ຄັ້ງຕິດຕໍ່ກັນ ຈີ່ງອະນຸຍາດໃຫ້ກັບບ້ານໃດ້    ທ່ານ ດຣ ວຽງສີ ສຸພັກດີ ໃດ້ໃຫ້ທິດທາງໂອ້ລົມ, ການປະຕິບັດໂຕ , ການໃຊ້ຊິວິດປະຈຳວັນ ແລະ ກັກບໍລິເວນຢູ່ບ້ານຕື່ມ 14 ວັນ ຈື່ງມາກວດຄືນ;  ຜູ້ຕິດເຊື້ອທັງສອງກໍລະນີກໍກ່າວຂອບໃຈມາຍັງທ່ານຫົວຫນ້າພະແນກ ພະນັກງານແພດຈາກ ໂຮງຫມໍແຂວງຈຳປາສັກ ແລະ

ອອກໂຮງໝໍແລ້ວ ຜູ້ຕິດເຊື້ອ ທີ່ຈໍາປາສັກ 2 ຄົນ Read More »

ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດຂອງແຜນງານອະນາໄມ ແລະ ສົ່ງເສີມສຸຂະພາບປະຈຳປີ 2020 ແລະ ແຜນການປີ 2021 ວາງທິດທາງແຜນການ 5 ປີ 2021–2025

ວັນທີ 10 ມີນາ 2021 ທີ່ຜ່ານມາ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດຂອງແຜນງານອະນາໄມ ແລະ ສົ່ງເສີມສຸຂະພາບ ປະຈຳ ປີ 2020 ແລະ ແຜນການ 2021 ແລະ ວາງທິດທາງແຜນການ 5 ປີ 2021-2025 ຂື້ນທີ່ ເມືອງວັງວຽງແຂວງວຽງຈັນ, ກອງປະຊຸມໄດ້ຮັບກຽດການເປັນປະທານຂອງທ່ານ ຮຈ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍທ່ານຫົວໜ້າກົມ,ຮອງກົມ,ຫົວໜ້າສູນ,ຮອງສູນ,ຄະນະພະແນກສາທາລະນະສຸກແຂວງ17ແຂວງ,ອົງການຈັດຕັ້ງສາກົນ ແລະ ພະນັກງານວິຊາການກໍ່ ໄດ້ເຂົ້າຮ່ວມ, ຈຸດປະສົງກໍ່ເພື່ອສະຫລຸບຕີລາຄາຄືນກ່ຽວກັບວຽກງານອະນາໄມ ແລະ ສົ່ງເສີມສຸຂະພາບ ເພື່ອຖອດຖອນບົດຮຽນປີ 2020 ແລະ ກຳນົດບູລິມະສິດການຈັດຕັ້ງປະຕິບັດວຽກງານໃນປີ 2021,ຕີ ລາຄາຜົນສຳເລັດ ແລະ ສະເໜີແຜນ 5 ປີ 2021-2025 ຂອງແຜນອະນາໄມ ແລະ ສົ່ງເສີມສຸຂະພາບ ເພື່ອເຜີຍແຜ່ບັນດາໂຄງການທີ່ຕິດພັນກັບວຽກງານການປັບປຸງ,ວຽກງານນໍ້າ,ສຸຂະພິບານ ແລະ

ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດຂອງແຜນງານອະນາໄມ ແລະ ສົ່ງເສີມສຸຂະພາບປະຈຳປີ 2020 ແລະ ແຜນການປີ 2021 ວາງທິດທາງແຜນການ 5 ປີ 2021–2025 Read More »

ໄຊຍະບູລີ ສັກວັກແຊັງປ້ອງກັນພະຍາດໂຄວິດ-19 ຮອບທີ 1 ໃຫ້ບັນດາກຸ່ມສ່ຽງ

ແຂວງໄຊຍະບູລີ ເປີດຂະບວນການສັກວັກແຊັງປ້ອງກັນພະຍາດໂຄວິດ-19 ໃຫ້ບັນດາກຸ່ມທີ່ມີຄວາມສ່ຽງສູງ ຮອບທີ 1 ເຊິ່ງໄດ້ຈັດຂຶ້ນຢູ່ທີ່ໂຮງໝໍແຂວງ ແລະ ຫ້ອງການສາທາລະນະສຸກຂອງເມືອງໄຊຍະບູລີ ໃນວັນທີ 5 ມີນາ 2021. ເຊິ່ງນໍາພາໂດຍ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ມີການນໍາຂອງແຂວງ, ພະແນກການ, ກົມກອງອ້ອມຂ້າງແຂວງ ແລະ ຈະໄດ້ດໍາເນີນການສັກຢາໃນຮອບທີ 1 ຈົນເຖິງ ວັນທີ 12 ມີນາ 2021 ນີ້ ເປັນຕົ້ນ ການນໍາຂອງແຂວງ, ການນໍາຂອງເມືອງໄຊຍະບູລີ, ພະແນກສາທາລະນະສຸກ ແລະ ໂຮງໝໍແຂວງ, ພະນັກງານສາທາລະນະສຸກເມືອງ ແລະ ໂຮງໝໍນ້ອຍ, ຫ້ອງວ່າການແຂວງ, ກໍາມະບານແຂວງ, ຫ້ອງປະກັນສັງຄົມ, ພະແນກການຕ່າງປະເທດ, ໄອຍະການແຂວງ, ແນວລາວສ້າງຊາດ, ພະແນກພາຍໃນ, ພະລັງງານບໍ່ແຮ່, ພະນກ ຍທຂ, ພະແນກ ຖວທ, ຊາວໜຸ່ມແຂວງ, ສຶກສາແຂວງ, ພາສີ, ຈັດຕັ້ງ, ສານແຂວງ,

ໄຊຍະບູລີ ສັກວັກແຊັງປ້ອງກັນພະຍາດໂຄວິດ-19 ຮອບທີ 1 ໃຫ້ບັນດາກຸ່ມສ່ຽງ Read More »

ສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 2 ກໍລະນີ

ສປປ ລາວ ພົບຜູ້ຕິດເຊື້ອພະຍາດ ໂຄວິດ19 ເພີ່ມ 2 ກໍລະນີ. ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ລາຍງານໃຫ້ຮູ້ວ່າ: ວັນທີ 4 ມີນາ 2011 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 726 ຄົນ ເຊິ່ງຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 2 ກໍລະນີ ດັ່ງນີ້: ກໍລະນີທີ 46 ເພດຊາຍ, ອາຍຸ 28 ປີ, ອາຊີບກຳມະກອນ ເຮັດວຽກຢູ່ແຂວງ ປະທຸມທານີ, ປະເທດໄທ. ກໍລະນີທີ 47 ເພດຊາຍ, ອາຍຸ 26 ປີ, ອາຊີບກໍາມະກອນ ເຮັດວຽກຢູ່ແຂວງປະທຸມທານີ, ປະເທດໄທ ທັງ 2 ຄົນເປັນປະຊາຊົນເມືອງນານ ແຂວງຫຼວງພະບາງ. ປະຫວັດເດີນທາງ: ໃນວັນທີ 2 ມີນາ 2021 ພວກຜູ້ກ່ຽວທັງ 2

ສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 2 ກໍລະນີ Read More »

ວັກຊີນປ້ອງກັນພະຍາດໂຄວິດ-19 ເຂັມທຳອິດທີ່ໂຮງໝໍຈຳປາສັກ

ໃນຕອນເຊົ້າຂອງວັນທີ 4/3/2021 ໂຮງໝໍຈຳປາສັກໄດ້ເປີດກອງປະຊຸມຊີ້ແຈງການໃຫ້ວັກຊີນກັນພະຍາດ ໂຄວິດ-19 ແລະ ການສັກວັກຊີນກັນພະຍາດໂຄວີດ-19 ເຂັມທຳອິດທີ່ແຂວງຈຳປາສັກ ໃຫ້ກຽດເປັນປະທານໂດຍ: ທ່ານ ຮສ.ດຣ ພູທອນ ເມືອງປາກ ລັດຖະມົນຕີກະຊວງສາທາ ລະນະສຸກ, ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ, ແຂກເຂົ້າຮ່ວມມີຄະນະກໍາມະການສະເພາະກິດຂັ້ນແຂວງ, ເຈົ້ານະຄອນປາກເຊ , ຫົວຫນ້າດ່ານສາກົນ, ຫົວໜ້າໂຮງໝໍອ້ອມຂ້າງ, ພະນັກງານແພດ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ. ພະນັກງານຜູ້ທຳອິດທີ່ສັກວັກຊີນ ເຂັມທຳອິດ ແມ່ນ ທ່ານ ດຣ ວຽງສີ ສຸພັກດີ ກຳມະການພັກແຂວງ ຫົວຫນ້າພະແນກສາທາແຂວງຈຳປາສັກ ເພື່ອສ້າງຄວາມໝັ້ນໃຈ ແລະ ຂວັນກຳລັງໃຈໃຫ້ແກ່ພະນັກງານທີ່ຈະສັກວັກຊີນ.ໂດຍແຂວງຈຳປາສັກ ຈະໄດ້ຮັບວັກຊິນທັງໝົດ 16.600 ຄົນ ໃນນີ້ປະກອບມີ: ພະນັກງານແພດໝໍ , ພະນັກງານດ່ານກວດກາຄົນເຂົ້າເມືອງ ແລະ ບຸກຄົນທີ່ມີຄວາມສ່ຽງສູງໃນການສຳພັດກັບພະຍາດໂຄວິດ-19.

ວັກຊີນປ້ອງກັນພະຍາດໂຄວິດ-19 ເຂັມທຳອິດທີ່ໂຮງໝໍຈຳປາສັກ Read More »

ຄະນະນໍາຢ້ຽມຢາມໂຮງງານໄຟຟ້າຫົງສາ ເບິ່ງມາດຕະການປ້ອງກັນໂຄວິດ – 19

ວັນທີ 1 ມີນາ 2021 ບໍລິສັດ ໄຟຟ້າຫົງສາ ຈໍາກັດ ນໍາໂດຍ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ໃຫ້ການຕ້ອນຮັບ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທ່ານ ຮສ ດຣ. ບຸນກອງສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ  ພ້ອມດ້ວຍຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ – 19 ຂັ້ນສູນກາງ ເຂົ້າຢ້ຽມຕິດຕາມໂຄງການໄຟຟ້າຫົງສາ ໂດຍມີຈຸດປະສົງເພື່ອຮັບຮູ້ເຖິງການດໍາເນີນມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19.ໃນໂອກາດດັ່ງກ່າວ, ຄະນະສະເພາະກິດຂອງ ບໍລິສັດ ໄຟຟ້າຫົງສາ ກໍໄດ້ລາຍງານການຈັດຕັ້ງປະຕິບັດມາດຕະການຢູ່ພາຍໃນໂຄງການໄຟຟ້າຫົງສາຢ່າງເຂັ້ມງວດໃນໄລຍະທີ່ຜ່ານມາ. ພ້ອມກັນນີ້, ທາງຄະນະສະເພາະກິດ ໄດ້ເຂົ້າຢ້ຽມຊົມພາຍໃນໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ແລະ ສູນປິ່ນປົວ, ປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19 ຂອງທາງ ບໍລິສັດ ( HPC COVID

ຄະນະນໍາຢ້ຽມຢາມໂຮງງານໄຟຟ້າຫົງສາ ເບິ່ງມາດຕະການປ້ອງກັນໂຄວິດ – 19 Read More »