ວັກຊີນໂຄວິດ-19 ຈໍານວນ 3 ແສນໂດສຖືກແຈກຢາຍໄປທົ່ວປະເທດແລ້ວ

ທ່ານດຣ. ພອນປະເສີດ ອຸນາພົມ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ໃຫ້ສໍາພາດໃນວັນທີ 2 ມີນາ 2021 ວ່າ: ກຸ່ມເປົ້າໝາຍຢູ່ແຕ່ລະແຂວງທົ່ວປະ ເທດຈະໄດ້ຮັກວັກຊີນຄັ້ງນີ້ ຈະບໍ່ເທົ່າກັນເພາະການແຈກຢາຍວັກຊິນແມ່ນຂຶ້ນກັບຈຳນວນປະຊາກອນ ແລະ ດ່ານສາກົນທີ່ມີຢູ່ແຕ່ລະແຂວງ ໂດຍຈະອະນຸຍາດໃຫ້ກຸ່ມເປົ້າ ໝາຍເຂົ້າໄປຮັບການສັກວັກຊີນຢູ່ໂຮງໝໍສູນ ກາງ, ໂຮງໝໍແຂວງ ແລະ ໂຮງໝໍເມືອງທີ່ກໍານົດໄວ້ເທົ່ານັ້ນ, ສ່ວນແພດໝໍທີ່ຈະບໍລິການສັກວັກຊິນແມ່ນໄດ້ຮັບການເຝິກອົບຮົມຈາກພາກສ່ວນກ່ຽວຂ້ອງຮຽບຮ້ອຍແລ້ວ. ວັກຊີນໂຄວິດ-19 ຈຳນວນ 3 ແສນໂດສດັ່ງກ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຈກຢາຍ ໃຫ້ແຕ່ລະແຂວງ ມີດັ່ງນີ້: ອັດຕະປື 4.000 ຄົນ,​ ບໍ່ແກ້ວ 4.900 ຄົນ,​ ບໍລິຄຳໄຊ 4.700 ຄົນ, ຈຳປາສັກ 16.600 ຄົນ, ຫົວພັນ 4.400 ຄົນ, ຄຳມ່ວນ 6.800 ຄົນ, ຫຼວງນໍ້າທາ 5.000 […]

ວັກຊີນໂຄວິດ-19 ຈໍານວນ 3 ແສນໂດສຖືກແຈກຢາຍໄປທົ່ວປະເທດແລ້ວ Read More »