February 2021

ກະຊວງພະລັງງານ ແລະ ບໍ່ແຮ່ ຂົນຂວາຍ ການສະໜັບສະໜູນຈາກວິສາຫະກິດ ຊື້ເຄື່ອງຟອກໄຂ່ຫລັງໃຫ້ໂຮງໝໍແຂວງຄຳມ່ວນ

ປະຈຸບັນ ໂຮງໝໍແຂວງຄຳມ່ວນ ເຫັນວ່າມີຄົນເຈັບທີ່ເປັນພະຍາດໝາກໄຂ່ຫລັງຊຸດໂຊມ ມີຈຳນວນເພີ່ມຂຶ້ນເປັນຈຳນວນຫຼວງຫຼາຍ ແຕ່ອຸປະກອນການແພດທີ່ນຳໃຊ້ໃນປະຈຸບັນແມ່ນມີພຽງ 2 ຊຸດ ເຊິ່ງບໍ່ພຽງພໍໃນການປິ່ນປົວໃຫ້ທັນເວລາ, ສະນັ້ນ ກະຊວງສາທາລະນະສຸກ ຮ່ວມມືກັບ  ກະຊວງພະລັງງານ ແລະ ບໍ່ແຮ່ ຈຶ່ງໄດ້ຂໍການສະໜັບສະໜູນດ້ານທຶນຮອນຈາກວິສາຫະກິດ ເພື່ອປະກອບສ່ວນເຂົ້າໃນການຈັດຊື້ອຸປະກອນການແພດ ເພື່ອນຳໃຊ້ເຂົ້າໃນການຈັດຊື້ ເຄື່ອງຟອກໄຂ່ຫລັງ ພ້ອມດ້ວຍລະບົບຕອງນ້ຳສຳລັບເຄື່ອງຟອກໄຂ່ຫລັງ ເພື່ອມອບໃຫ້ໂຮງໝໍແຂວງຄຳມ່ວນໄປນຳໃຊ້ເຂົ້າໃນການປິ່ນປົວຄົນເຈັບທີ່ເປັນພະຍາດໝາກໄຂ່ຫລັງຊຸດໂຊມ. ດັ່ງນັ້ນ ອີງຕາມຄວາມຈຳເປັນດ່ວນທີ່ລັດຖະບານຮຽກຮ້ອງຕ້ອງການ ແລະ ຄວາມຈຳເປັນ ຂອງການປະກອບອຸປະກອນການແພດທັນສະໄໝເຂົ້າໃນການປິ່ນປົວໃຫ້ແກ່ພໍ່ແມ່ປະຊາຊົນລາວ ລັດວິສາຫະກິດຖືຮຸ້ນລາວ, ບໍລິສັດ ນ້ຳເທີນ-ຫີນບູນ ພາວເວີ້ ຈຳກັດ, ບໍລິສັດນ້ຳເທີນ2 ຈຳກັດ ຈຶ່ງໄດ້ປະກອບສ່ວນຈັດຊື້ອຸປະກອນການແພດ  ເງິນຈັດຊື້ເຄື່ອງຟອກໄຂ່ຫລັງລວມທັງໝົດ 3 ຊຸດ (1 ຊຸດ ລາຄາ 28.000 ໂດລາສະຫະລັດ) ລາຍລະອຽດມີຄື: ລັດວິສາຫະກິດຖືຮຸ້ນລາວ ປະກອບສ່ວນເງິນຈັດຊື້ເຄື່ອງຟອກໄຂ່ຫລັງ 1 ຊຸດ ບໍລິສັດ ເທີນ-ຫີນບູນ ພາວເວີ້ ຈຳກັດ ປະກອບສ່ວນເງິນຈັດຊື້ເຄື່ອງຟອກໄຂ່ຫລັງ 1 ຊຸດ ບໍລິສັດນ້ຳເທີນ 2 […]

ກະຊວງພະລັງງານ ແລະ ບໍ່ແຮ່ ຂົນຂວາຍ ການສະໜັບສະໜູນຈາກວິສາຫະກິດ ຊື້ເຄື່ອງຟອກໄຂ່ຫລັງໃຫ້ໂຮງໝໍແຂວງຄຳມ່ວນ Read More »

ກະຊວງພະລັງງານ ແລະ ບໍ່ແຮ່ ຂົນຂວາຍ ການສະໜັບສະໜູນຈາກວິສາຫະກິດ ຊື້ເຄື່ອງຟອກໄຂ່ຫລັງໃຫ້ໂຮງໝໍແຂວງຄຳມ່ວນ

ປະຈຸບັນ ໂຮງໝໍແຂວງຄຳມ່ວນ ເຫັນວ່າມີຄົນເຈັບທີ່ເປັນພະຍາດໝາກໄຂ່ຫລັງຊຸດໂຊມ ມີຈຳນວນເພີ່ມຂຶ້ນເປັນຈຳນວນຫຼວງຫຼາຍ ແຕ່ອຸປະກອນການແພດທີ່ນຳໃຊ້ໃນປະຈຸບັນແມ່ນມີພຽງ 2 ຊຸດ ເຊິ່ງບໍ່ພຽງພໍໃນການປິ່ນປົວໃຫ້ທັນເວລາ, ສະນັ້ນ ກະຊວງສາທາລະນະສຸກ ຮ່ວມມືກັບ ກະຊວງພະລັງງານ ແລະ ບໍ່ແຮ່ ຈຶ່ງໄດ້ຂໍການສະໜັບສະໜູນດ້ານທຶນຮອນຈາກວິສາຫະກິດ ເພື່ອປະກອບສ່ວນເຂົ້າໃນການຈັດຊື້ອຸປະກອນການແພດ ເພື່ອນຳໃຊ້ເຂົ້າໃນການຈັດຊື້ ເຄື່ອງຟອກໄຂ່ຫລັງ ພ້ອມດ້ວຍລະບົບຕອງນ້ຳສຳລັບເຄື່ອງຟອກໄຂ່ຫລັງ ເພື່ອມອບໃຫ້ໂຮງໝໍແຂວງຄຳມ່ວນໄປນຳໃຊ້ເຂົ້າໃນການປິ່ນປົວຄົນເຈັບທີ່ເປັນພະຍາດໝາກໄຂ່ຫລັງຊຸດໂຊມ. ດັ່ງນັ້ນ ອີງຕາມຄວາມຈຳເປັນດ່ວນທີ່ລັດຖະບານຮຽກຮ້ອງຕ້ອງການ ແລະ ຄວາມຈຳເປັນ ຂອງການປະກອບອຸປະກອນການແພດທັນສະໄໝເຂົ້າໃນການປິ່ນປົວໃຫ້ແກ່ພໍ່ແມ່ປະຊາຊົນລາວ ລັດວິສາຫະກິດຖືຮຸ້ນລາວ, ບໍລິສັດ ນ້ຳເທີນ-ຫີນບູນ ພາວເວີ້ ຈຳກັດ, ບໍລິສັດນ້ຳເທີນ2 ຈຳກັດ ຈຶ່ງໄດ້ປະກອບສ່ວນຈັດຊື້ອຸປະກອນການແພດ ເງິນຈັດຊື້ເຄື່ອງຟອກໄຂ່ຫລັງລວມທັງໝົດ 3 ຊຸດ (1 ຊຸດ ລາຄາ 28.000 ໂດລາສະຫະລັດ) ລາຍລະອຽດມີຄື: ລັດວິສາຫະກິດຖືຮຸ້ນລາວ ປະກອບສ່ວນເງິນຈັດຊື້ເຄື່ອງຟອກໄຂ່ຫລັງ 1 ຊຸດ ບໍລິສັດ ເທີນ-ຫີນບູນ ພາວເວີ້ ຈຳກັດ ປະກອບສ່ວນເງິນຈັດຊື້ເຄື່ອງຟອກໄຂ່ຫລັງ 1 ຊຸດ ບໍລິສັດນ້ຳເທີນ 2

ກະຊວງພະລັງງານ ແລະ ບໍ່ແຮ່ ຂົນຂວາຍ ການສະໜັບສະໜູນຈາກວິສາຫະກິດ ຊື້ເຄື່ອງຟອກໄຂ່ຫລັງໃຫ້ໂຮງໝໍແຂວງຄຳມ່ວນ Read More »

ລາວເຮົາຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ໄດ້ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຖະແຫລງໃຫ້ຮູ້ວ່າ: ໃນວັນທີ 18 ກຸມພາ 2021 ນີ້, ທົ່ວປະເທດມີຜູ້ເດີນທາງເຂົ້າມາທັງໝົດ 2.003 ຄົນ. ໃນນັ້ນຜ່ານດ່ານ ລາວ-ໄທ ມີ 1.815 ຄົນ, ດ່ານ ລາວ-ຈີນ 24 ຄົນ ແລະ ດ່ານ ລາວ-ຫວຽດນາມ 164 ຄົນ. ທັງໝົດໄດ້ແທກອຸນຫະພູມຮ່າງກາຍ, ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງມາກວດກ່ອນນຳສົ່ງໄປສະ ຖານທີ່ຈຳກັດບໍລິເວນ ຈົນຄົບກຳນົດ 14 ວັນ. ປັດຈຸບັນ, ມີຜູ້ຖືກຈໍາກັດບໍລິເວນຈໍານວນ 2.853 ຄົນຢູ່ໃນ 35 ສູນທົ່ວປະເທດ. ໄດ້ເກັບຕົວຢ່າງຈໍານວນ 314 ຄົນ ມາກວດວິເຄາະແຕ່ບໍ່ພົບຜູ້ຕິດເຊື້ອ COVID-19 ເພີ່ມ, ໝາຍຄວາມວ່າ

ລາວເຮົາຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ Read More »

ຮຽກຮ້ອງຜູ້ເດີນທາງເຂົ້າລາວ ໃຫ້ການຮ່ວມມື ຈໍາກັດບໍລິເວນຕົນເອງຈົນຄົບ 14ວັນ

ຄະນະສະເພາະກິດຖະແຫຼງ ວັນທີ 10 ກຸມພາ 2021 ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແຕ່ຮຽກຮ້ອງທຸກພາກສ່ວນເອົາໃຈໃສ່ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ໂດຍສະເພາະ ຜູ້ເດີນທາງເຂົ້າລາວ ຂໍໃຫ້ການຮ່ວມມື ຈໍາກັດບໍລິເວນຕົນເອງ ຈົນຄົບກໍານົດ 14 ວັນ. ໃນວັນທີ 11 ກຸມພາ 2021 ທີ່ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ວ່າ:  ຮອດ 5 ໂມງແລງ ຂອງວັນທີ 10 ກຸມພາ 2021 ທົ່ວປະເທດມີຜູ້ເດີນທາງເຂົ້າມາຜ່ານຈຸດຜ່ານແດນຕ່າງໆ ທັງໝົດ 2.310 ຄົນ, ເຊິ່ງທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນທີ່ກຳນົດໄວ້ ຈົນກວ່າຈະຄົບກຳນົດ 14 ວັນ.

ຮຽກຮ້ອງຜູ້ເດີນທາງເຂົ້າລາວ ໃຫ້ການຮ່ວມມື ຈໍາກັດບໍລິເວນຕົນເອງຈົນຄົບ 14ວັນ Read More »

ລາວ​ບໍ່​ພົບ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ​ເພີ່ມ​ ສາທາຮຽກຮ້ອງ ຢ່າ​ປະໝາດ ​ໃຫ້​ເອົາ​ໃຈ​ໃສ່ ​ເຝົ້າ​ລະວັງ

​ປັດຈຸບັນ ສປປ ລາວ ຍັງ​ບໍ່​ພົບ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ​ເພີ່ມ​ຂຶ້ນ​ໃໝ່, ຕົວ​ເລກ ​ຜູ້​ຕິດ​ເຊື້ອສະ​ສົ​ມ ຍັງ​ຢູ່ 45 ຄົນ, ປິ່ນປົວ​ຫາຍ​ດີ 41 ຄົນ, ຍັງ​ສືບ​ຕໍ່ ນອນຕິດຕາມອາການ ແລະ ປິ່ນປົວຢູ່ໂຮງໝໍ 4 ຄົນ, ​ເຖິງ​ຢ່າງ​ໃດ​ກໍ່ຕາມ​ເຖິງ​ແມ່ນ​ວ່າ ສປປ ລາວ ຈະ​ບໍ່ມີ​ຜູ້​ຕິດ​ເຊື້ອ​ເ ພີ່ມ​ຂຶ້ນ​ໃໝ່ກໍ່ຕາມ ຄະນະ​ສະ​ເພະ​ກິດ ກໍ່​ຄື ກະຊວງ​ສາທາລະນະ​ສຸກ ກໍບໍ່​ໄດ້​ລະ​ເຫ​ລິງ ​ໄດ້​ເອົາ​ໃຈ​ໃສ່​ເຝົ້າ​ລະວັງຕິດຕາມ​ກວດກາ ຄົນ​ເຂົ້າ​-ອອກ​ເມືອງ ຢ່າງ​ເຄັ່ງ​ຄັດ ​ຢູ່​ບັນດາ​ດ່ານ ​ເຂົ້າ​-ອອກ​ຕ່າງໆ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະ ນະສຸກ ລາຍ​ງານ​ໃຫ້​ຮູ້​ໃນ​ວັນ​ທີ 10 ກຸມພາ 2021 ນີ້​ວ່າ: ນັບແຕ່ ເດືອນມັງກອນ 2020 ຮອດປັດຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 107.013 ຕົວຢ່າງ, ກວດພົບເຊື້ອສະສົມ 45 ຄົນ

ລາວ​ບໍ່​ພົບ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ​ເພີ່ມ​ ສາທາຮຽກຮ້ອງ ຢ່າ​ປະໝາດ ​ໃຫ້​ເອົາ​ໃຈ​ໃສ່ ​ເຝົ້າ​ລະວັງ Read More »

ລັດຖະບານລາວ ຕີລາຄາສູງ ຕໍ່ການຊ່ວຍເຫລືອ ວັກແຊງ ທີ່ລ້ຳຄ່າ ຂອງ ສປ ຈີນ

ກະຊວງ ສາທາລະນະສຸກ ກໍຄື ລັດຖະບານລາວ ຕີລາຄາສູງ ຕໍ່ການຊ່ວຍເຫລືອ ອັນລ້ຳຄ່າຂອງ ລັດຖະບານ ສປ ຈີນ ທີ່ໄດ້ມອບ ວັກແຊງ ປ້ອງກັນ ພະຍາດໂຄວິດ-19 ຈຳນວນ 300.000 ໂດສ ພ້ອມດ້ວຍເຊີແລງ ຈຳນວນ 300.800 ອັນ ໃຫ້ແກ່ ສປປ ລາວ ເພື່ອນຳມາໃຊ້ເຂົ້າໃນວຽກງານປ້ອງກັນພະຍາດໂຄວິດ-19 ຢູ່ພາຍໃນປະເທດ ໄດ້ຢ່າງທັນການ.​ ທ່ານ ຮສ.ດຣ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ໃຫ້ສຳພາດໃນໂອກາດຕ້ອນຮັບການຂົນສົ່ງວັກແຊງປ້ອງກັນພະຍາດໂຄວິດ-19 ຈຳນວນ 300.000 ໂດສ ທີ່ມາຈາກ ສປ ຈີນ ໃນຕອນເຊົ້າຂອງວັນທີ 8 ກຸມພາ 2021 ທີ່ສະໜາມບິນສາກົນວັດໄຕ ວ່າ: ການຊ່ວຍເຫລືອຄັ້ງນີ້, ເຊິ່ງເປັນຮອບທີສອງ ແມ່ນມີຄວາມໝາຍສຳຄັນຫລາຍ ເພາະຈະເຮັດໃຫ້ ສປປ ລາວ ສາມາດສັກວັກແຊງປ້ອງກັນພະຍາດໂຄວິດ-19 ໃຫ້ບຸກຄະລາກອນຜູ້ທີ່ມີຄວາມສ່ຽງສູງສຸດໄດ້ຄົບໝົດ ເປັນຕົ້ນແມ່ນບຸກຄະລາກອນການແພດ

ລັດຖະບານລາວ ຕີລາຄາສູງ ຕໍ່ການຊ່ວຍເຫລືອ ວັກແຊງ ທີ່ລ້ຳຄ່າ ຂອງ ສປ ຈີນ Read More »

14 ມາດຕະການ ຮັບມື Covid-19 ໄລຍະ ກຸມພາ-ມີນາ 2021

ໃນໂອກາດຖະແຫລງຂ່າວກ່ຽວກັບການສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດພະຍາດໂຄວິດ19 ໃນວັນທີ 2 ກຸມພາ 2021, ທີ່ກະຊວງສາທາລະນະສຸກ ຮອງສາສະດາຈານ ດຣ ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດພະ ຍາດໂຄວິດ19 ຊີ້ໃຫ້ເຫັນວ່າ: ເພື່ອສືບຕໍ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ລັດຖະບານໄດ້ຕົກລົງ ແລະຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງສືບຕໍ່ປະຕິບັດບັນດາມາດຕະການຕ່າງໆ ຄືກັບມາດຕະການທີ່ໄດ້ປະຕິບັດໃນເດືອນທັນວາ 2020 ແລະ ເດືອນມັງກອນ 2021 ຜ່ານມາ ຕາມທີ່ໄດ້ລະບຸໃນແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1414/ຫສນຍ, ລົງວັນທີ 23 ທັນວາ. ຍ້ອນວ່າມີການລະບາດເພີ້ມຂື້ນໃນທຸກປະເທດອ້ອມຂ້າງ ຈື່ງຕ້ອງໄດ້ປະຕິບັດມາດຕະການເພີ່ມຕື່ມ ຈຳນວນນື່ງໃຫ້ເຂັ້ມງວດກວ່າເກົ່າ ສຳລັບໄລຍະແຕ່ວັນທີ 01 ກຸມພາ ຫາ ວັນທີ 31 ມີນາ 2021 ດັ່ງນີ້: 1. ໃຫ້ສືບຕໍ່ໂຈະການອະນຸມັດຖ້ຽວບິນເໝົາລຳ ຈາກປະເທດ/ຂົງເຂດ ທີ່ມີການລະບາດຂອງພະຍາດ COVID-19 ຢູ່ພາຍໃນ,

14 ມາດຕະການ ຮັບມື Covid-19 ໄລຍະ ກຸມພາ-ມີນາ 2021 Read More »

ນາຍົກ ເນັ້ນຂະແໜງສາລະນະສຸກ ສືບຕໍ່ມູນ ເຊື້ອແພດປະຕິວັດ ຂອງປະຊາຊົນຢ່າງແທ້ຈິງ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມໃຫ້ທິດຊີ້ນຳ ຕໍ່ກອງປະຊຸມສາທາລະນະສຸກທົ່ວປະເທດ ຄັ້ງທີ VIII ໃນວັນທີ 29 ມັງກອນ 2021, ທີ່ນະຄອນຫລວງວຽງຈັນ ພາຍໃຕ້ຄຳຂວັນທີ່ວ່າ “ຍົກສູງຄຸນນະພາບການບໍລິການສຸຂະພາບ” ເຊິ່ງທ່ານ ນາຍົກ ໄດ້ຊົມເຊີຍການປະຕິບັດໜ້າທີ່ຂອງພະນັກງານແພດໝໍ, ນັກຮົບເສື້ອຂາວ ແລະ ທຸກຄົນໃນສັງຄົມ ທີ່ຮ່ວມມືຕໍ່ສູ້ກັບພະຍາດໂຄວິດ-19 ຢ່າງເປັນຈິດໜຶ່ງໃຈດຽວ. ຢ່າງໃດກໍຕາມ ທ່ານ ນາຍົກລັດຖະມົນຕີ ຍັງໄດ້ເນັ້ນໃຫ້ຂະແໜງສາທາລະນະສຸກສືບຕໍ່ມູນເຊື້ອແພດປະຕິວັດ ທີ່ມີຄວາມເສຍສະຫລະ, ຖືເອົາຄົນເຈັບເປັນເປົ້າໝາຍ ປຽບສະເໝືອນຄົນທີ່ຕົນຮັກ, ມີຈັນຍາບັນຈັນຍາທຳ ແລະ ເປັນແພດຂອງປະຊາຊົນຢ່າງແທ້ຈິງ; ພ້ອມເນັ້ນ ບາງບັນຫາທີ່ສາທາລະນະສຸກຕ້ອງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໃນຕໍ່ໜ້າ. ໃນໄລຍະຜ່ານມາ ພະນັກງານແພດໝໍໄດ້ເປັນຈິດໜຶ່ງໃຈດຽວຕໍ່ສູ້ຕ້ານພະບາດໂຄວິດ-19 ແລະ ໄດ້ຂະໜານນາມໃຫ້ກັບພະນັກງານແພດໝໍວ່າ ເປັນນັກຮົບເສື້ອຂາວ, ພ້ອມທັງໄດ້ເນັ້ນບາງບັນຫາທີ່ຂະແໜງສາທາລະ ນະສຸກ ຕ້ອງໄດ້ສືບຕໍ່ປະຕິບັດໃນຕໍ່ໜ້າ ເປັນຕົ້ນແມ່ນ ໃຫ້ສືບຕໍ່ມູນເຊື້ອແພດປະຕິວັດ, ໝັ່ນອ່ານ, ໝັ່ນຮຽນ, ສຶກສາໃຫ້ຮູ້ແທ້ວ່າແພດປະຕິວັດຄິດແນວໃດ, ເຮັດແນວໃດ, ທໍາຕົວແນວໃດ,

ນາຍົກ ເນັ້ນຂະແໜງສາລະນະສຸກ ສືບຕໍ່ມູນ ເຊື້ອແພດປະຕິວັດ ຂອງປະຊາຊົນຢ່າງແທ້ຈິງ Read More »