62 ວັນ ສປປ ລາວ ຍັງຄົງບໍ່ພົບຜູ້ຕິດເຊື້ອລາຍໃຫມ່

ໃນວັນທີ 13 ມີຖຸນາ 2020 ກະຊວງສາທາລະນະສຸກ ໄດ້ລາຍງານສະພາບ ການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວວ່າ: ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 12 ມິຖຸນາ 2020 ການຕິດຕາມຜູ້ເດີນທາງ ຈາກຈຸດຜ່ານແດນຕ່າງໆ ມີຈໍານວນຜູ້ເດີນທາງເຂົ້າມາ ສປປ ລາວ ມີທັງໝົດ 2,459 ຄົນ. ສຳລັບຈຸດຜ່ານດ່ານ ລາວ-ໄທ 1,802 ຄົນ ຊຶ່ງມີລາຍລະອຽດດັ່ງນີ້: ຈຸດຜ່ານດ່ານຂົວມິດຕະພາບແຫ່ງທີ I ມີ 168 ເຊິ່ງເປັນແຮງງານລາວທັງໝົດ, ຈຸດຜ່ານດ່ານ ຂົວມິດຕະພາບແຫ່ງທີ II ມີ ແຮງງານລາວ 41 ຄົນ (ມີຖິ່ນຖານຈາກ ສະຫວັນນະເຂດ 37 ຄົນ, ຄໍາມ່ວນ 03 ຄົນ, ຈໍາປາສັກ 01 ຄົນ), ຈຸດຜ່ານດ່ານ ຂົວມິດຕະພາບແຫ່ງທີ III ມີ ແຮງງານລາວ 68 ຄົນ (ມີຖິ່ນຖານຈາກ ຄໍາມ່ວນ 64 ຄົນ, ນະຄອນຫຼວງ 02 ຄົນ, ສະຫວັນນະເຂດ 01 ຄົນ ແລະ ວຽງຈັນ 01 ຄົນ) ແລະ ແຮງງານລາວເຂົ້າມາ ຜ່ານດ່ານວັງເຕົ່າ-ຊ່ອງເມັກ ມີ 48 ຄົນ (ມີຖິ່ນຖານຈາກຈໍາປາສັກ 29 ຄົນ, ສະຫວັນນະເຂດ 10 ຄົນ, ສາລະວັນ 06 ຄົນ ແລະ ນະຄອນຫຼວງວຽງຈັນ 03 ຄົນ), ເຫຼືອນັ້ນແມ່ນ ຄົນຂັບລົດສົ່ງສິນຄ້າ ທີ່ຜ່ານດ່ານລາວ -ຈີນ 34 ຄົນ, (ຄົນລາວ 01 ຄົນ ແລະ ຄົນຈີນເຂົ້າມາເຮັດວຽກຢູ່ລາວ 02 ຄົນ ,ເຫຼືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ. ສ່ວນຈຸດຜ່ານດ່ານລາວ – ຫວຽດນາມ 623 ຄົນ, (ຜ່ານດ່ານນໍ້າພ້າວ ແຂວງບໍລິຄໍາໄຊ 15 ຄົນ, ຜ່ານດ່ານນໍ້າໂສ້ຍ, ແຂວງຫົວພັນ ມີຄົນຫວຽດນາມ 02 ຄົນ, ຄົນລາວ 01 ຄົນ, ຜ່ານດ່ານລະໄລ ແຂວງສາລະວັນ ຄົນຫວຽດນາມ 01 ຄົນ, ເຫຼືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ) ແລະ ຈຳນວນຜູ້ເດີນທາງ ຜ່ານສະໜາມບິນສາກົນວັດໄຕ ແມ່ນບໍ່ມີ.ທຸກຄົນທີ່ເຂົ້າມາ ສປປ ລາວ ແມ່ນໄດ້ແທກອຸນຫະພູມຮ່າງກາຍ, ກວດຫາອາການຜິດປົກກະຕິ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບ ລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປ ຫາສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ, ປັດຈຸບັນນີ້ທົ່ວປະເທດ ມີສູນຈໍາກັດບໍລິເວນ ທັງໝົດ 96 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3,466 ຄົນ, ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.ສຳລັບວັນທີ 12 ມິຖຸນາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 227 ຄົນ, ໃນນັ້ນ ບຸກຄົນທົ່ວໄປບໍ່ມີອາການ 04 ຄົນ, ແຮງງານລາວກັບມາແຕ່ໄທ 221 ຄົນ, ແຮງງານຫວຽດນາມ 02 ຄົນ ແລະ ຜົນກວດທັງໝົດມື້ວານນີ້ ບໍ່ພົບຜູ້ຕິດເຊື້ອລາຍໃຫມ່. ສັງລວມການກວດ ວິເຄາະແຕ່ ເດືອນມັງກອນ ຮອດ ວັນທີ 12 ມິຖຸນາ 2020 ໄດ້ເກັບຕົວຢ່າງ ມາກວດທັງໝົດ 9,703 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (62 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).