ຄຳຖະແຫຼງ ຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບສະພາບການສະກັດກັ້ນ ແລະ ຕ້ານການແຜ່ລະບາດ ຂອງພະຍາດ COVID-19 ຢູ່ ສປປ ລາວ

ພໍ່ແມ່, ພີ່ນ້ອງ ຊາວລາວ ໃນທົ່ວປະເທດ ທີ່ເຄົາລົບ ຮັກແພງ ທັງຫຼາຍ !    ໃນນາມລັດຖະບານ ແລະ ຕາງໜ້າ ໃຫ້ຄະນະສະເພາະກິດ ເພື່ອການປ້ອງກັນ,​ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດ COVID-19 ຂ້າພະເຈົ້າ ຂໍແຈ້ງຂ່າວດີໃຫ້ພໍ່ແມ່ພີ່ນ້ອງຊາວລາວ ໃນທົ່ວປະເທດ ຊາບທົ່ວເຖິງກັນວ່າ :     ມາຮອດມື້ນີ້, ວັນທີ 10 ມິຖຸນາ 2020 ຜູ້ຕິດເຊື້ອພະຍາດ COVID-19 ຢູ່ປະເທດເຮົາໄດ້ກາຍເປັນ ເລກ 0 ແລ້ວ.     ຂ້າພະເຈົ້າ ຄິດວ່າປະຊາຊົນລາວ ຂອງພວກເຮົາຮູ້ຂ່າວນີ້ແລ້ວ ຕັ້ງແຕ່ມື້ວານນີ້    (ວັນທີ 09 ມິຖຸນາ 2020) ເພາະເປັນມື້ທີ່ ກະຊວງສາທາລະນະສຸກ ແລະ ໂຮງໝໍມິດຕະພາບ ໄດ້ປະກາດການອະນຸຍາດໃຫ້ຜູ້ຕິດເຊື້ອ ທີ່ປີ່ນປົວດີແລ້ວໄດ້ອອກໂຮງໝໍ ເປັນຄົນສຸດທ້າຍ ແລະ ແພດໝໍ ທີ່ປີ່ນປົວຮັກສາຜູ້ຕິດເຊື້ອ ກໍ່ປອດໄພທັງໝົດ (ບໍ່ມີຜູ້ຕິດເຊື້ອ).     ຂ້າພະເຈົ້າ ຄິດວ່ານີ້ ບໍ່ສະເພາະແຕ່ເປັນຂ່າວດີເທົ່ານັ້ນ, ແຕ່ຍັງເປັນຄວາມພູມໃຈ ແລະ ຄວາມທະນົງໃຈ ຂອງປະຊາຊົນລາວເຮົາໃນທົ່ວປະເທດ ນັບທັງຄົນເຊື້ອຊາດລາວ           ທີ່ດຳລົງຊີວິດ ຢູ່ຕ່າງປະເທດອີກດ້ວຍ.     ພະຍາດ COVID-19 ນີ້, ພວກເຮົາ ໄດ້ເຄີຍໃສ່ຊື່ໃຫ້ມັນວ່າ: “ ເປັນສັດຕູ              ທີ່ຮ້າຍກາດ, ເປັນເພັດສະຄາດ ທີ່ໄຮ້ສຽງ ”, ມາຮອດມື້ນີ້ COVID-19 ຍັງສືບຕໍ່ແຜ່ເຊື້ອໄປຢ່າງກວ້າງຂວາງເກືອບທຸກໆປະເທດ ແລະ ເຂດແຄ້ວນຂອງໂລກ, ມີຜູ້ຕິດເຊື້ອ 7.303.477 ຄົນ, ມີຜູ້ເສຍຊີວິດ 412.788 ຄົນ, ນັບທັງປະເທດໃຫຍ່-ນ້ອຍ,​ ປະເທດທີ່ພັດທະນາແລ້ວ-ກໍາລັງພັດທະນາ…     ການທີ່ປະເທດເຮົາ ໄດ້ເປັນປະເທດປອດຈາກ COVID-19 ໃນ​ມື້ນີ້ນັ້ນ, ກໍ່ໝາຍຄວາມວ່າ : ບັ້ນຮົບທີ 1 ທີ່ໄດ້ເປີດສາກ ນັບແຕ່ມີຄໍາສັ່ງ 06/ນຍ,​ ທີ່ໄດ້ປະກາດອອກໃນວັນທີ 29 ມີນາ 2020 ແລະ ຄຳສັ່ງເລກທີ 07/ຄລສພ, ລົງວັນທີ 06 ເມສາ 2020, ຊຶ່ງເປັນຄຳສັ່ງ ທີ່ທຸກໆຄົນໃນສັງຄົມລາວ ເຂົ້າຮ່ວມຢ່າງເປັນຂະບວນການ ແລະ ມີຄວາມຮັບຜິດຊອບສູງ ໃນການຈັດຕັ້ງປະຕິບັດນັ້ນ, ສາມາດເອົາຊະນະສັດຕູໂຕຮ້າຍກາດນີ້ໄດ້ໃນເບື້ອງຕົ້ນ ແລະ ເປັນບາດກ້າວທີ 1 ທີ່ສຳຄັນຍິ່ງ.     ຂ້າພະເຈົ້າ ຂໍຕາງໜ້າໃຫ້ສູນກາງພັກ, ລັດຖະບານ ຂໍອະນຸຍາດຕີລາຄາເບື້ອງຕົ້ນຂອງຜົນສຳເລັດ ຄັ້ງນີ້ ຍ້ອນວ່າ: ພວກເຮົາໄດ້ມີມາດຕະການປ້ອງກັນແຕ່ຫົວທີ, ເຫັນຄວາມອັນຕະລາຍໄວ້ລ່ວງໜ້າ ແລະ ເລີ່ມສະກັດກັ້ນໄວ້ກ່ອນ ຄືພວກເຮົາເຄີຍໃຊ້ຄຳເວົ້າວ່າ : ປ້ອງກັນດີກວ່າແກ້ ຫຼື ຕັດໄຟແຕ່ຕົ້ນລົມ … ເປັນຕົ້ນ. ຈຶ່ງໄດ້ອອກບັນດາມາດຕະການປ້ອງກັນໄວ້ເປັນໄລຍະໆ ຢ່າງມີການຄິດໄລ່; ການນຳຂັ້ນສູງສຸດ ໃຫ້ຄວາມສຳຄັນ ແລະ ມີການຊີ້ນຳເປັນປົກກະຕິ ແລະ ເປັນເອກະພາບສູງ ໃນການປະຕິບັດບັນດາມາດຕະການ ແລະ ໄດ້ຊີ້ນຳຢ່າງຈົດຈໍ່; ທຸກການຈັດຕັ້ງ, ທຸກອົງການຂອງພັກ, ລັດ, ອົງການຈັດຕັ້ງແນວໂຮມ,      ອົງການຈັດຕັ້ງມະຫາຊົນ, ການຈັດຕັ້ງສັງຄົມ ໄດ້ເປັນກຳລັງແຮງໃນການຈັດຕັ້ງປະຕິບັດ ບັນດາມາດຕະການທີ່ລັດຖະບານ ວາງອອກ ຢ່າງເປັນເອກະພາບ ແລະ ມີຄວາມຮັບຜິດ ຊອບສູງແທ້; ປະຊາຊົນທຸກຖ້ວນໜ້າ ເຂົ້າຮ່ວມຢ່າງມີສະຕິ ດ້ວຍຄວາມເປັນເຈົ້າ, ດ້ວຍຄວາມຕື່ນຕົວສູງ, ລວມທັງປະກອບສ່ວນທາງດ້ານວັດຖຸຸປັດໄຈ, ກຳລັງແຮງ ທັງກາຍ ແລະ ໃຈ ຫຼາຍຮູບ ຫຼາຍວິທີ ທີ່ກວ້າງຂວາງ, ປະດິດສ້າງ ທີ່ອຸດົມສົມບູນ ເຂົ້າໃນການຕໍ່ສູ້ກັບ COVID-19 ນີ້ ຢ່າງເປັນຂະບວນຟົດຟື້ນ ດ້ວຍຄວາມເປັນຈິດໜຶ່ງໃຈດຽວ ແລະ ເສຍສະຫຼະ;  ບັນດາໜ່ວຍງານທີ່ມີໜ້າທີ່ຮັບຜິດຊອບ ເຊັ່ນ: ຄະນະສະເພາະກິດທຸກຂັ້ນ, ທຸກລະດັບ, ພາຫະນະສື່ມວນຊົນ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພະນັກ ງານ ສາທາລະນະສຸກທຸກຂັ້ນ ເປັນຕົ້ນ: ແພດໝໍ ທີ່ໄດ້ຂະໜານນາມວ່າ: “ ເປັນນັກຮົບເສື້ອຂາວ, ຜູ້ປະຈັນບານ, …” ໄດ້ປະຕິບັດໜ້າທີ່ຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ ແລະ ປະດິດສ້າງ; ພວກເຮົາໄດ້ຮັບການສະໜັບສະໜູນ ຢ່າງທັນການ ແລະ ມີປະສິດທິຜົນ ຈາກປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ.    ໃນໂອກາດນີ້, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ, ສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈ ຕໍ່ທຸກໆພາກສ່ວນ, ທຸກໆຄົນ ທີ່ໄດ້ມີສ່ວນຮ່ວມໃນຜົນສຳເລັດ ໃນຄັ້ງນີ້ ຢ່າງສຸດອົກ ສຸດໃຈ.   ພໍ່ແມ່ພີ່ນ້ອງ ທີ່ຮັກແພງທັງຫຼາຍ !       ເຖິງວ່າ ພວກເຮົາໄດ້ມີຜົນສຳເລັດໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດ COVID-19 ດັ່ງກ່າວມານັ້ນແລ້ວ ກໍ່ຕາມ, ແຕ່ກໍ່ໃຫ້ຖືວ່າເປັນໄຊຊະນະ ແລະ ຜົນສຳເລັດເບື້ອງຕົ້ນ ໃນບັ້ນຮົບທີ 1 ເທົ່ານັ້ນ, ປະຈຸບັນ ແລະ ຕໍ່ໜ້າ ພວກເຮົາ ກໍ່ຍັງຢູ່ໃນສະພາບການທີ່ທ້າທາຍ ແລະ ຫຼໍ່ແຫຼມຫຼາຍດ້ານ ທີ່ບໍ່ອາດຈະປະໝາດ, ລະເຫຼີງ ແລະ ເຜີຕົວໄດ້ ເປັນອັນຂາດ. ພວກເຮົາ ຕ້ອງພ້ອມກັນມີສະຕິລະວັງຕົວ ໃຫ້ສູງກວ່າເກົ່າ, ສືບຕໍ່ປະຕິບັດ ຄຳສັ່ງ, ຄຳແນະນຳ, ແຈ້ງການ ທີ່ອອກມາແລ້ວໃຫ້ເຂັ້ມງວດ. ລັດຖະບານ ຈະຕິດຕາມ, ປະເມີນສະຖານະການ ທຸກໆໄລຍະ ເພື່ອຈະມີການປັບປຸງ ປ່ຽນແປງ ໄປຕາມສະພາບການ ຢ່າງສົມເຫດ ສົມຜົນ ເພື່ອສ້າງໂອກາດໃຫ້ປະຊາຊົນ ແລະ ຜູ້ປະກອບການ ໄດ້ດຳລົງຊີວິດ ທໍາມາຫາກິນ ແລະ ດຳເນີນກິດຈະການ ຢ່າງເປັນປົກກະຕິໄວ ເທົ່າທີ່ຈະໄວໄດ້. ແຕ່ພວກເຮົາ ຕ້ອງໄດ້ຕັດສິນໃຈ ປ້ອງກັນ, ຄວບຄຸມ ດ້ວຍທຸກກຳລັງແຮງ ແລະ ດ້ວຍມາດຕະການທີ່ເໝາະສົມ ເພື່ອບໍ່ໃຫ້ພະຍາດ COVID-19 ກັບຄືນມາລະບາດອີກ ຮອບ 2 ຫຼື ຮອບຕໍ່ໆໄປໄດ້. ເວລາດຽວກັນນີ້ ພະຍາດຕາມລະດູການ ກໍ່ລະບາດ ເປັນຕົ້ນ ໄຂ້ເລືອດອອກ ກໍເປັນວຽກສຳຄັນໜຶ່ງ ທີ່ຕ້ອງໄດ້ຊ່ວຍກັນ ປ້ອງກັນ ແລະ ແກ້ໄຂ. ໃນໂອກາດນີ້, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງພໍ່ແມ່ພີ່ນ້ອງ, ປະຊາຊົນລາວທຸກຖ້ວນໜ້າ ໃນທົ່ວປະເທດ ຈົ່ງສືບຕໍ່ຕິດຕາມສະພາບການຢ່າງໃກ້ຊິດ, ມີສະຕິລະວັງຕົວຢ່າງສູງ, ປະຕິບັດຖືກຕ້ອງຕາມຂໍ້ກຳນົດ, ຂໍ້ແນະນຳ ທີ່ທາງການວາງອອກ ແລະ ຈະວາງອອກ ໃນແຕ່ລະໄລຍະ ຢ່າງເຄັ່ງຄັດຕໍ່ໄປ, ຢ່າລະເຫຼີງ ທັງໃຫ້ເອົາໂອກາດນີ້ ໃຫ້ແຕ່ລະຄົນ, ແຕ່ລະຄອບຄົວ, ແຕ່ລະການຈັດຕັ້ງ ແຕ່ເທິງລົງລຸ່ມຕ້ອງໄດ້ປັບວິຖີຊີວິດ ຫຼື ເວົ້າຢ່າງໜຶ່ງວ່າ ການດໍາລົງຊີວິດແບບໃໝ່ (New Normal) ນັ້ນ ທີ່ມີສະຕິລະວັງຕົວກວ່າ,​ ກ້າວໜ້າ ທັນສະໄໝ, ສີວິໄລ ກວ່າ, ປະຢັດມັດທະຍັດ ແລະ ມີລະບຽບວິໄນ ກວ່າ… ເພື່ອບໍ່ໃຫ້ພະຍາດ COVID-19 ກັບມາສູ່ສັງຄົມເຮົາເປັນຮອບທີ 2 ອີກ ແລະ ທັງຖືເອົາໂອກາດນີ້ ປັບປຸງແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ໃນການປະຕິບັດໜ້າທີ່ວຽກງານ, ການດຳເນີນທຸລະກິດ, ການດຳລົງຊີວິດ ທີ່ແນໃສ່ເຮັດໃຫ້ຊີວິດການເປັນຢູ່ ຂອງແຕ່ລະຄອບຄົວ, ແຕ່ລະຄົນ ດີຂຶ້ນ ເພື່ອເອົາປະເທດຊາດຂອງພວກເຮົາປັບຕົວເຂົ້າກັບສະພາບໃໝ່ຂອງໂລກ, ຂອງພາກພື້ນ ເພື່ອແກ້ໄຂຄວາມຫຍຸ້ງຍາກຕ່າງໆ ໃຫ້ຄ່ອຍໆຕົກໄປ ນໍາເອົາປະເທດຊາດຂອງພວກເຮົາກ້າວໄປໜ້າ ຢ່າງບໍ່ຢຸດຢັ້ງ. ຂ້າພະເຈົ້າ ຂໍອວຍພອນໃຫ້ທຸກໆຄົນ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກ ໃນຊີວິດ ແລະ ມີຜົນສຳເລັດ ໃນໜ້າທີ່ວຽກງານຂອງຕົນ. ອີກເທື່ອໜຶ່ງ ຂ້າພະເຈົ້າຂໍຂອບໃຈ ມາຍັງຄະນະສະເພາະກິດ ແລະ ພິເສດ ຕົວແທນອົງການອະນາໄມໂລກ ທີ່ໄດ້ໃກ້ຊິດຕິດແທດ ໃຫ້ການສະໜັບສະໜູນ, ໃຫ້ການປຶກສາແກ່ພວກເຮົາຕະຫຼອດມາ. ສຳລັບຄະນະສະເພາະກິດ ນີ້ ຍັງບໍ່ທັນລົບລ້າງ ຈົນກວ່າມື້້ໃດຈະມີຢາວັກຊີນປ້ອງກັນພະຍາດ COVID-19.

(ຂໍຂອບໃຈ)