ໄຊຊະນະຄັ້ງຍິ່ງໃຫຍ່!! ຜູ້ຕິດເຊື້ອໂຄວິດ-19 ຄົນສຸດທ້າຍຂອງ ສປປ ລາວປິ່ນປົວຫາຍດີແລ້ວ.

ຊົມເຊີຍຜົນສຳເລັດຄັ້ງຍິ່ງໃຫຍ່ຂອງສປປລາວ ທີ່ປິ່ນປົວຄົນຕິດເຊື້ອພະຍາດໂຄວິດ-19 ໄດ້ສຳເລັດໝົດແລ້ວ. ກໍລະນີທີ 8 ເພດຊາຍ ອາຍຸ 18 ປີ ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 28/3/2020 ໄດ້ປິ່ນປົວດີ ແລະ ໄດ້ອອກໂຮງໝໍມື້ນີ້ 9/6/2020 ເປັນຄົນສຸດທ້າຍ.

(ກ). ລະບຽບການປ່ອຍຕົວໃຫ້ອອກຈາກໂຮງໝໍ ຜູ້ປິ່ນປົວດີຈາກເຊື້ອໄວຣັດ ໂຄວິດ-19 ແມ່ນຕ້ອງຜ່ານການວິໄຈຫາເຊື້ອໃນເລືອດເປັນລົບ ຈຳນວນ 02 ຄັ້ງຕິດຕໍ່ກັນ (2×24 ຊົ່ວໂມງ), ເຊີ່ງເມື່ອຖືກປ່ອຍກັບບ້ານແລ້ວ ຈະຕ້ອງໄດ້ປະຕິບັດການກັກກັນຕົວພາຍໄຕ້ການຊີ້ນຳຂອງແພດຈຳນວນ 14 ວັນແລ້ວ ແລະ ຕ້ອງໄດ້ກັບມາກວດຫາເຊື້ອອີກຄັ້ງສຸດທ້າຍ:
(1). ວັນທີ 14 ເມສາ 2020, ຜູ້ປິ່ນປົວຫາຍຂາດຄົນທຳອິດ ແມ່ນກໍລະນີ (12), ນາງ ເພັດມະລີ ມົງຄົນວິໄລ, ອາຍຸ 20 ປີ, ນັກສຶກສາລາວ ເດີນທາງມາຈາກປະເທດອັງກິດ, ປະຊາຊົນ ບ້ານນາໄຊ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ເຂົ້ານອນໂຮງໝໍມິດຕະພາບ ວັນທີ 06 ເມສາ 2020),(2). ວັນທີ 16 ເມສາ 2020, ຜູ້ປິ່ນປົວຫາຍຂາດຄົນທີ່ສອງ ແມ່ນກໍລະນີ (14), ນາງ ສິລິວັນ ສີສົມບັດ, ອາຍຸ 19 ປີ, ນັກສຶກສາລາວ ເດີນທາງມາຈາກປະເທດອັງກິດ, ປະຊາຊົນ ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ເຂົ້ານອນໂຮງໝໍມິດຕະພາບວັນທີ 07 ເມສາ 2020, ພາຍຫຼັງ 14 ວັນຕິດຕາມອາການຢູ່ເຮືອນ ໄດ້ມາກວດຄືນແລ້ວຜົນກວດເປັນບວກ ຈື່ງໄດ້ກັບຄືນມານອນຕິດຕາມອາການຄືນໃໝ່ໃນວັນທີ 02 ພຶດສະພາ 2020 ແລະ ຜົນການກວດເຊື້ອ ໂຄວິດ-19 ຈຳນວນ 02 ຄັ້ງຕິດຕໍ່ກັນດ້ວຍ PCR ແມ່ນມີຜົນເປັນລົບ ແລະ ໄດ້ອອກໂຮງໝໍຄັ້ງທີ່ສອງໃນວັນນີ້ 13 ພຶດສະພາ 2020),
(3). ວັນທີ 22 ເມສາ 2020, ຜູ້ປິ່ນປົວຫາຍຂາດຄົນທີ່ສາມ ແມ່ນກໍລະນີ (5) ລຸງ ບຸນທ່ຽງ ອາຍຸ 52 ປີ, ປະຊາຊົນ ບ້ານວິຊຸນ ນະຄອນຫລວງພະບາງ ແຂວງຫລວງພະບາງ ພະນັກງານຂັບລົດໃຫ້ແກ່ກຸ່ມນັກທ່ອງທ່ຽວເອີຣົບ, ໂດຍພວກເຮົາໄດ້ຮັບແຈ້ງຈາກປະເທດກຳປູເຈັຍ ວ່າກຸ່ມທ່ອງທ່ຽວດັ່ງກ່າວຕິດເຊື້ອ ໂຄວິດ-19 (ເຂົ້ານອນໂຮງໝໍແຂວງຫຼວງພະບາງ ວັນທີ 26 ມີນາ 2020),(4). ວັນທີ 22 ເມສາ 2020, ຜູ້ປິ່ນປົວຫາຍຂາດຄົນທີ່ສີ່ ແມ່ນກໍລະນີ (7) ພັນລະຍາລຸງ ບຸນທ່ຽງ ອາຍຸ 50 ປີ, ປະຊາຊົນ ບ້ານວິຊຸນ ນະຄອນຫຼວງພະບາງ ແຂວງຫລວງພະບາງ (ເຂົ້ານອນໂຮງໝໍແຂວງຫຼວງພະບາງ ວັນທີ 28 ມີນາ 2020),
(5). ວັນທີ 25 ເມສາ 2020, ຜູ້ປິ່ນປົວຫາຍຂາດຄົນທີ່ຫ້າ ແມ່ນກໍລະນີ (1) ເພດຊາຍ ອາຍຸ 28 ປີ, ປະຊາຊົນ ບ້ານຈັນສະຫວ່າງ ນະຄອນຫລວງວຽງຈັນ (ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 24 ມີນາ 2020),
(6). ວັນທີ 25 ເມສາ 2020, ຜູ້ປິ່ນປົວຫາຍຂາດຄົນທີ່ຫົກ ແມ່ນກໍລະນີ (11) ເພດຊາຍ ອາຍຸ 55 ປີ ສັນຊາດປາປົວນິວກີເນຍ ຜູ້ຊ່ຽວຊານປະຈຳ ບໍລິສັດພູເບັ້ຍມາຍນິງ ແຂວງໄຊສົມບູນ (ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 05 ເມສາ 2020),
(7). ວັນທີ 25 ເມສາ 2020, ຜູ້ປິ່ນປົວຫາຍຂາດຄົນທີ່ເຈັດ ແມ່ນກໍລະນີ (15) ເພດຍິງ ອາຍຸ 20 ປີ, ນັກສຶກສາລາວ ເດີນທາງມາຈາກປະເທດອັງກິດ, ປະຊາຊົນ ບ້ານຈອມມະນີ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ (ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 07 ເມສາ 2020),

(8). ວັນທີ 29 ເມສາ 2020, ຜູ້ປິ່ນປົວຫາຍຂາດຄົນທີ່ແປດ ແມ່ນກໍລະນີ (4) ເພດຊາຍ ອາຍຸ 42 ປີ, ປະຊາຊົນ ບ້ານປ່ອງຄຳ ນະຄອນຫລວງພະບາງ ແຂວງຫລວງພະບາງ (ເຂົ້າປິ່ນປົວຢູ່ໂຮງໝໍແຂວງຫຼວງພະບາງ ວັນທີ 26 ມີນາ 2020),
(9) ວັນທີ 02 ພຶດສະພາ 2020, ຜູ້ປິ່ນປົວຫາຍຂາດຄົນທີ່ເກົ້າ ແມ່ນກໍລະນີ (2) ເພດຍິງ ອາຍຸ 36 ປີ, ພະນັກງານບໍລິສັດນຳທ່ຽວ, ປະຊາຊົນ ບ້ານຄຳຮູ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 24 ມີນາ 2020),
(10). ວັນທີ 02 ພຶດສະພາ 2020, ມີຜູ້ປິ່ນປົວຫາຍຂາດຄົນທີ່ສິບ ແມ່ນກໍລະນີ (13) ເພດຊາຍ ອາຍຸ 40 ປີ, ພະນັກງານບໍລິສັດພູເບັ້ຍມາຍນິງ, ປະຊາຊົນ ບ້ານດອນກອຍ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 06 ເມສາ 2020),
(11). ວັນທີ 09 ພຶດສະພາ 2020, ຜູ້ປິ່ນປົວຫາຍດີຄົນທີສິບເອັດ ແມ່ນກໍລະນີ (3) ເພດຊາຍ ອາຍຸ 26 ປີ, ນັກທຸລະກິດ ປະຊາຊົນ ບ້ານຫ້ວຍຫ້ອມ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ (ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 25 ມີນາ 2020),

(12). ວັນທີ 09 ພຶດສະພາ 2020, ຜູ້ປິ່ນປົວຫາຍດີຄົນທີສິບສອງ ແມ່ນກໍລະນີ (6) ເພດຊາຍ ອາຍຸ 41 ປີ, ປະຊາຊົນ ບ້ານຈຳປາ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ (ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 26 ມີນາ 2020),
(13). ວັນທີ 09 ພຶດສະພາ 2020, ຜູ້ປິ່ນປົວຫາຍດີຄົນທີສິບສາມ ແມ່ນກໍລະນີ (9) ເພດຍິງ ອາຍຸ 22 ປີ, ປະຊາຊົນ ບ້ານໂພນພະເນົາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 30 ມີນາ 2020),
(14). ວັນທີ 09 ພຶດສະພາ 2020, ຜູ້ປິ່ນປົວຫາຍດີຄົນທີສິບສີ່ ແມ່ນກໍລະນີ (19) ເພດຊາຍ ອາຍຸ 21 ປີ, ອາຊີບນັກສຶກສາ ພັກຢູ່ບ້ານພັກໂພນປ່າເປົ້າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ເຂົ້ານອນໂຮງໝໍມິດຕະພາບ ວັນທີ 12 ເມສາ 2020),
(15). ວັນທີ 27 ພຶດສະພາ 2020, ຜູ້ປິ່ນປົວຫາຍດີຄົນທີສິບຫ້າ ແມ່ນກໍລະນີ (16) ເພດຍິງ ອາຍຸ 23 ປີ, ອາຊີບນັກສຶກສາ ວິທະຍາໄລລັດຕະນະ, ປະຊາຊົນບ້ານໜອງດ້ວງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ (ເຂົ້ານອນໂຮງໝໍມິດຕະພາບ ວັນທີ 09 ເມສາ 2020),

(16). ວັນທີ 27 ພຶດສະພາ 2020, ຜູ້ປິ່ນປົວຫາຍດີຄົນທີສິບຫົກ ແມ່ນກໍລະນີ (18) ເພດຍິງ ອາຍຸ 32 ປີ, ອາຊີບຫວ່າງງານ ໃຊ້ຊິວິດຮ່ວມກັນຢູ່ຫ້ອງດຽວກັນກັບຜູ້ປ່ວຍກໍລະນີ (17), ບ້ານໜອງດ້ວງທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ (ເຂົ້ານອນໂຮງໝໍມິດຕະພາບ ວັນທີ 11 ເມສາ 2020),
(17). ວັນທີ 03 ມິຖຸນາ 2020, ຜູ້ປິ່ນປົວຫາຍດີຄົນທີສິບເຈັດ ແມ່ນກໍລະນີ (10) ເພດຍິງ ອາຍຸ 21 ປິ, ປະຊາຊົນ ບ້ານໜອງສະໂນຄຳ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ (ເຂົ້ານອນໂຮງໝໍມິດຕະພາບວັນທີ 01 ເມສາ 2020),
(18). ວັນທີ 03 ມິຖຸນາ 2020, ຜູ້ປິ່ນປົວຫາຍດີຄົນທີສິບແປດ ແມ່ນກໍລະນີ (17) ເພດຍິງ ອາຍຸ 32 ປີ, ອາຊີບຫວ່າງງານ, ປະຊາຊົນເຊົ່າ ຢູ່ເຮືອນຫ້ອງແຖວເບີ 07, ໜ່ວຍ01, ບ້ານໜອງດ້ວງທົ່ງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ (ເຂົ້ານອນໂຮງໝໍມິດຕະພາບ ວັນທີ 11 ເມສາ 2020).

(ຂ). ກໍລະນີທີ 8 ເພດຊາຍ ອາຍຸ 18 ປີ ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 28/3/2020 ໄດ້ປິ່ນປົວດີ ແລະ ໄດ້ອອກໂຮງໝໍມື້ນີ້ 9/6/2020 ເປັນຄົນສຸດທ້າຍ.

ຢ່າງໃດກໍດີທາງເຮົາຂໍຊົມເຊີຍ ແລະ ຍ້ອງຍໍການປະຕິດບັດໜ້າທີ່ຂອງທຸກຝ່າຍ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ, ໂດຍສະເພາະບຸກຄະລາກອນທາງການແພດທຸກທ່ານທີ່ໄດ້ທຸ່ມເທແຮງກາຍ ແຮງໃຈໃນການປິ່ນປົວຜູ້ຕິດເຊື້ອຈົນສາມາດຫາຍດີໝົດທຸກຄົນ.