ສະຫຼຸບມາດຕະການຜ່ອນຜັນໃໝ່ນັບແຕ່ວັນທີ 2 – 30 ມິຖຸນາ 2020

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການລະບາດ ຂອງພະຍາດໂຄວິດ-19 ອອກມາດຕະການຜ່ອນຜັນໃໝ່ຕື່ມ, ເຊິ່ງເລີ່ມປະຕິບັດນັບແຕ່ວັນທີ 2 ຫາ 30 ມິຖຸນາ 2020 ມາດຕະການຜ່ອນຜັນນີ້ ແມ່ນເປັນການຊົ່ວຄາວ, ຖ້າມີການລາຍງານກໍລະນີມີຜູ້ຕິດເຊື້ອເກີດຂຶ້ນຢູ່ໃນແຂວງໃດແຂວງໜຶ່ງຈະໄດ້ຈຳກັດການເຂົ້າ-ອອກ ແລະ ປະຕິບັດຄືນມາດຕະການຕ່າງໆຢ່າງເຂັ້ມງວດສະເພາະແຂວງນັ້ນ ເຊິ່ງແມ່ນຄະນະສະເພາະກິດແຂວງນັ້ນຈະເປັນຜູ້ພິຈາລະນາ ຖ້າຫາກເກີດມີຜູ້ຕິດເຊື້ອເປັນຈຸ້ມແຕ່ 2 ແຂວງຂຶ້ນໄປແມ່ນຈະໄດ້ກັບມາປະຕິບັດບັນດາມາດຕະການຕ່າງໆທີ່ໄດ້ກຳນົດໃນຄໍາສັ່ງສະບັບເລກທີ 06/ນຍ ຄືນໃໝ່ຢ່າງເຂັ້ມງວດ.

ມາດຕະການຜ່ອນຜັນອະນຸຍາດໃຫ້ເປີດການຮຽນການສອນໃນທຸກລະດັບການສຶກສານັບແຕ່ໂຮງຮຽນລ້ຽງເດັກ ແລະ ອະນຸບານຮອດມະຫາວິທະຍາໄລ, ເປີດຕະຫຼາດກາງຄືນ, ຮ້ານກິນດື່ມ, ໂຮງສາຍຮູບເງົາ, ການແຂ່ງຂັນກິລາຕ່າງໆ ແລະ ອື່ນໆ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຕາມທີ່ທາງຄະນະສະເພາະກິດໄດ້ວາງອອກ.

ກະຊວງສຶກສາທິການ ແລະ ກິລາ ແລະ ຂະແໜງອື່ນໆທີ່ມີ ໂຮງຮຽນ ຫຼື ສະຖາບັນການສຶກສາ ເປີດໂຮງຮຽນຄືນໃໝ່ໃນຊັ້ນໂຮງຮຽນລ້ຽງເດັກ ແລະ ອະນຸບານ, ຊັ້ນ ປ 1 ຫາ ປ 4, ມ 1 ຫາ ມ 3, ມ 5 ຫາ ມ 6, ປີສຸດທ້າຍຂອງວິຊາອາຊີວະສຶກສາ, ວິທະຍາໄລຄູ ແລະ ມະຫາວິທະຍາໄລ, ການຈັດຝຶກອົບຮົມ ຫຼື ຮຽນໄລຍະສັ້ນ ໃຫ້ເລີ່ມເປີດແຕ່ວັນທີ 2 ມິຖຸນາ 2020 ເປັນຕົ້ນໄປ. ສ່ວນຊັ້ນຮຽນອື່ນທີ່ຍັງເຫຼືອໃຫ້ເປີດວັນທີ 15 ມິຖຸນາ 2020 ແຕ່ຕ້ອງຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ມີບ່ອນລ້າງມືດ້ວຍເຈວລ້າງມື ຫຼື ສະບູ, ມີການວັດແທກອຸນຫະພູມຮ່າງກາຍ ແລະ ມີຜ້າອັດດັງ-ປາກ ແລະ ອະນາໄມສະຖານທີ່ເປັນປະຈໍາ.

ມາດຕະການຜ່ອນຜັນໃໝ່ນີ້ຍັງມີການອະນຸຍາດໃຫ້ຈັດການແຂ່ງຂັນກິລາທຸກປະເພດແຕ່ບໍ່ໃຫ້ມີຜູ້ເຂົ້າຊົມ, ໃຫ້ເປີດຮ້ານຂາຍເຄື່ອງກາງຄືນ (ຕະຫຼາດກາງຄືນ), ຮ້ານກິນດື່ມ (ບໍ່ແມ່ນຮ້ານຂາຍເຫຼົ້າ-ເບຍ ແລະ ສິ່ງມຶນເມົາ ເພື່ອຊຸມແຊວ) ທີ່ໄດ້ຮັບອະນຸຍາດຖືກຕ້ອງຕາມລະບຽບ ແລະ ເປີດໂຮງຮູບເງົາແຕ່ຕ້ອງປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອ. ນອກນັ້ນຍັງອະນຸຍາດໃຫ້ບັນດາໂຄງການ, ກິດຈະການ ແລະ ໂຮງງານສາມາດດໍາເນີນເປີດກິດຈະການໄດ້ແຕ່ຕ້ອງປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ທາງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.

ທາງຄະນະສະເພາະກິດຍັງບໍ່ອະນຸຍາດໃຫ້ເປີດບັນດາກິດຈະການຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານເກມ ແລະ ກາຊິໂນ. ຫ້າມຈັດກິດຈະການຊຸມນຸມທີ່ບໍ່ເປັນທາງການ, ຊຸມແຊວ ແລະງານສັງສັນ. ນອກນັ້ນຍັງຫ້າມຈັດງານປະເພນີທີ່ບໍ່ສາມາດຮັກສາໄລຍະຫ່າງເກີນກວ່າ 1 ແມັດໄດ້ ແລະ ມີຄວາມສ່ຽງຕໍ່ການຕິດເຊື້ອ. ສືບຕໍ່ປິດດ່ານປະເພນີ ແລະດ່ານທ້ອງຖິ່ນສໍາລັບການເຂົ້າ-ອອກຂອງບຸກຄົນທົ່ວໄປ ແລະ ການຂົນສົ່ງສິນຄ້າ, ຍົກເວັ້ນບາງດ່ານ​ປະ​ເພ​ນີ ຫຼື ດ່ານ​ທ້ອງ​ຖິ່ນທີ່​ໄດ້​ຮັບ​ອະ​ນຸ​ຍາດຈາກ​ລັດ​ຖະ​ບ​ານ​ໃຫ້​ລົດ​ຂົນ​ສົ່ງ​ສິນ​ຄ້າ ເຂົ້າ-ອອກ​ ໄດ້.

ສ່ວນດ່ານສາກົນ ກໍ່ສືບຕໍ່ປິດສຳລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ, ຍົກເວັ້ນພົນລະເມືອງລາວ ແລະ ຊາວຕ່າງປະເທດທີ່ມີຄວາມຈຳເປັນຮີບດ່ວນໃນການເ​ດີນທາງເຂົ້າ-ອອກ ສປປ ລາວ ທີ່​ໄດ້​ຮັບອະນຸຍາດຈາກຄະນະສະເພາະກິດ. ສຳລັບການຂົນສົ່ງສິນຄ້າຜ່ານດ່ານສາ​ກົນແມ່ນສາມາດ​ເຂົ້າ-ອອກ​ໄດ້ຕາມປົກກະຕິ.

ສໍາລັບການແຕ່ງດອງໃຫ້ຖືເອົາການຈົດທະບຽນການແຕ່ງດອງນໍາກັນແລ້ວກໍ່ແມ່ນມີຖານະເປັນຄູ່ຜົວ-ເມຍທີ່ຖືກຕ້ອງຕາມກົດໝາຍ, ສ່ວນການຈັດງານແຕ່ງດອງນັ້ນໃຫ້ຈັດພິທີບາສີສູ່ຂວັນ ຕາມຮີດຄອງປະເພນີອັນດີງາມຂອງຊາດ ບົນຈິດໃຈປະຢັດມັດທະຍັດໂດຍໃຫ້ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ ແລະ ຕ້ອງຮັບປະກັນບໍ່ໃຫ້ມີຄວາມສ່ຽງໃນການຕິດເຊື້ອ.

ສືບຕໍ່ໂຈະການອອກວີຊາທ່ອງ​ທ່ຽວ ແລະ ຢ້ຽມ​ຢາມ ສຳ​ລັບບຸກຄົນ ທີ່ເດີນທາງມາຈາກ ຫຼື ຜ່ານປະເທດ ທີ່ຍັງມີການລະບາດ ຂອງພະຍາດໂຄວິດ-19 ສຳ​ລັບນັກການທູດ, ພະ​ນັກ​ງານ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ຊ່ຽວຊານ, ວິຊາການ ແລະ ແຮງງານຕ່າງປະເທດທີ່ມີຄວາມຈໍາເປັນ ແລະ ຮີບດ່ວນ ​ສາ​ມາດເຂົ້າມາປະຕິບັດວຽກງານຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆໄດ້, ແຕ່ຕ້ອງຜ່ານ​ການ​ພິ​ຈາ​ລະ​ນາເຫັນ​ດີຈາກຄະນະສະເພາະກິດ.