ການເປີດນຳໃຊ້ເຄື່ອງຜະລິດອົກຊີແຊນທາງການແພດ ເຄື່ອງທີສອງຂອງ ສປປ ລາວ
ວັນທີ 8 ກັນຍາ 2023, ນະຄອນຫຼວງວຽງຈັນ, ສປປ ລາວ: ຖືວ່າເປັນບາດກ້າວອັນສໍາຄັນສໍາລັບວຽກງານການປິ່ນປົວສຸຂະພາບ ໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ທີ່ໄດ້ມີການເປີດການນຳໃຊ້ເຄື່ອງຜະລິດອົກຊີແຊນທາງການແພດ ເຄື່ອງທີ 2 ທີ່ໂຮງໝໍແຂວງສະຫວັນນະເຂດ ໂດຍໄດ້ຮັບການສະໜັບສະໜູນຈາກອົງການອະນາໄມໂລກ (WHO), ເຮັດໃຫ້ໂຮງໝໍແຂວງສາມາດຜະລິດອົກຊີແຊນໄດ້ເອງເປັນຄັ້ງທຳອິດ. ນອກຈາກນີ້, ຍັງມີເຄື່ອງຜະລິດອົກຊີແຊນອີກ 2 ເຄື່ອງທີ່ຄືກັນນີ້ ກຳລັງຢູ່ໃນຂັ້ນຕອນການຕິດຕັ້ງຢູ່ໂຮງໝໍແຂວງອຸດົມໄຊ ແລະ ໂຮງໝໍແຂວງຫຼວງພະບາງ ແລະ ຈະເປີດການໃຊ້ງານພາຍໃນເດືອນ, ສອງເດືອນຂ້າງໜ້ານີ້. ເຄື່ອງຜະລິດອົກຊີແຊນທັງ 3 ເຄື່ອງ ແມ່ນສ່ວນໜຶ່ງຂອງການຊ່ວຍເຫຼືອຈາກອົງການອະນາໄມໂລກ ທີ່ມີມູນຄ່າ 33.5 ຕື້ ກີບ (1.7 ລ້ານ ໂດລາສະຫະລັດ) ເຊິ່ງເຄື່ອງຜະລິດອົກຊີແຊນເຫຼົ່ານີ້ ຈະສາມາດສະໜອງອົກຊີແຊນພຽງພໍເພື່ອຊ່ວຍເຫຼືອຄົນເຈັບຫຼາຍສິບພັນຄົນໄດ້ໃນແຕ່ລະປີ. ເຄື່ອງຜະລິດອົກຊີແຊນເຄື່ອງທຳອິດຂອງປະເທດ ແມ່ນໄດ້ຕິດຕັ້ງ ແລະ ເປີດການນຳໃຊ້ໃນເດືອນກຸມພາ ປີ 2023 ຢູ່ໂຮງໝໍແຂວງຈຳປາສັກ, ໂດຍໄດ້ຮັບການຊ່ວຍເຫຼືອຈາກກອງທຶນໂລກ (GF) ແລະ ກອງທຶນການເຂົ້າເຖິງການບໍລິການດ້ານສຸຂະພາບຂອງຄລິນເຕິນ […]
ການເປີດນຳໃຊ້ເຄື່ອງຜະລິດອົກຊີແຊນທາງການແພດ ເຄື່ອງທີສອງຂອງ ສປປ ລາວ Read More »







