ພິທີມອບ-ຮັບວັກຊິນປ້ອງກັນພະຍາດໂຄວິດ-19. ຍີ່ຫໍ Astrazeneca ຈຳນວນ 283,400ໂດຮ

ພິທີມອບ-ຮັບວັກຊິນປ້ອງກັນພະຍາດໂຄວິດ-19. ຍີ່ຫໍ Astrazeneca ຈຳນວນ 283,400ໂດຮ ແລະ ເຂັມສັກຢາຈຳນວນໝຶ່ງ, ຊຶ່ງໄດ້ຮັບການຊ່ວຍເຫຼືອຈາກລັດຖະບານມາເລເຊຍ ການຊ່ວຍເຫຼືອແບບພິເສດໃນຄັ້ງນີ້ຈະເປັນການປະກອບສ່ວນທີ່ສຳຄັນເຂົ້າໃນວຽກງານການກັນ ແລະ ຕອບໂຕ້ຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ. ໂດຍສະເພາະກໍ່ແມ່ນການເພີ່ມທະວີອັດຕາການສັກຢາວັກຊິນປ້ອງກັນພະຍາດໂຄວິດ-19. ໃຫ້ແກ່ພົນລະເມືອງລາວໃຫ້ບັນລຸຕາມແຜນການ ແລະ ເປົ້າໝາຍຂອງລັດຖະບານໃຫ້ກວມເອົາຫຼາຍກວ່າ 50% ໃນທ້າຍປີ 2021 ແລະ ໃຫ້ເພີ່ມຂື້ນເປັນ 87,25% ໃນປີ 2022. ໃຫ້ກຽດຕ່າງໝ້າແກ່ລັດຖະບານມາເລເຊຍ ມອບໂດຍ ທ່ານ. ນາງ. ຮາຟີກາ ຮາຊູລະ, ອຸປະທູດມາເລເຊຍ ປະຈຳ ສປປ ລາວ ແລະ ຕ່າງໝ້າໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ຮັບການຊ່ວຍເຫຼືອໂດຍ ທ່ານ. ປອ. ດຮ.ບຸນແຝງ ພູມມະໄລສິດ , ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມກົມກອງຂະແໝງການທີ່ກ່ຽວຂ້ອງ. ທ່ານລັດຖະມົນຕີກະຊວງສາທາລະນະສຸກໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງລັດຖະບານ ແລະ ປະຊາຊົນມາເລເຊຍທີ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນສະພາບທີ່ມີຄວາມຫຍຸ້ງຍາກນີ້,ການຊ່ວຍເຫຼືອດັ່ງກ່າວຈະເປັນການຮັດແໝ້ນສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດໃຫ້ມີຄວາມແໝ້ນແຟ້ນຍິ່ງຂື້ນຕື່ມ. ທີ່ກະຊວງສາທາລະນະສຸກ 17 ທັນວາ 2021.