ກະຊວງສາທາລະນະສຸກ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ​ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາປະເທດຮົງກາລີ ແລະ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາປະເທດແບນຊິກ

ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຄໍາພອນ ວົງສັນຕິ ຫົວໜ້າການບໍລິການສະຖານທູດ ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປລາວ ປະຈໍາຢູ່ ສາທາລະນະລັດ ຮົງກາລີ ແລະ ທ່ານ ກິງໂພແກ້ວ ພົມມະຫາໄຊ ຫົວໜ້າກົມເສດຖະກິດ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປລາວ ປະຈໍາຢູ່ ປະເທດແບນຊິກ ເພື່ອຮັບຟັງການໂອ້ລົມ ແລະ ຂໍທິດຊີ້ນຳໄປຜັນຂະຫຍາຍໃນອະນາຄົດ

ວັນທີ 3 ສິງຫາ 2023 ທີ່ກະຊວງສາທາລະນະສຸກ