ກະຊວງສາທາລະນະສຸກໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຄະນະຜູ້ແທນຂອງອົງການ UNOPS

ທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບ ຄະນະຜູ້ແທນຂອງອົງການ UNOPS ເນື່ອງໃນໂອກາດທີ່ທີມງານໄດ້ເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນນັ້ນກໍ່ໄດ້ ປຶກສາຫາລືບັນຫາທີ່ກ່ຽວກັບວຽກສາທາລະນະສຸກໃນປະຈຸບັນ ແລະ ທິດທາງແຜນການຮ່ວມມືໃນຕໍ່ໜ້າ
ເຊີ່ງຝ່າຍຄະນະຜູ້ແທນຂອງອົງການ UNOPS ທີ່ເຂົ້າພົບແມ່ນ ທ່ານ Samina Kadwani – Director, UNOPS Southeast Asia and Pacific Multi-Country Office (EAPMCO), Bangkok, Thailand ແລະ ທີມງານທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ.

ວັນທີ 31 ກໍລະກົດ 2023 ທີ່ກະຊວງສາທາລະນະສຸກ