ພິທີເຊັນບົດບັນທຶກຄວາມເຂົ້າໃຈການຈັດຕັ້ງປະຕິບັດໂຄງການ ການປະກອບສ່ວນເພື່ອບັນລຸການປົກຄຸມສຸຂະພາບທົ່ວປວງຊົນລາວ

ພິທີເຊັນບົດບັນທຶກຄວາມເຂົ້າໃຈການຈັດຕັ້ງປະຕິບັດໂຄງການ ການປະກອບສ່ວນເພື່ອບັນລຸການປົກຄຸມສຸຂະພາບທົ່ວປວງຊົນລາວ ຢູ່ ສປປລາວ ໄລຍະ3 ລະຫວ່າງກະຊວງສາທາລະນະສຸກ ແລະ ອົງການກາແດງສະວິດສ໌ ປະຈຳ ສປປ ລາວ ໄດ້ຈັດຂື້ນໃນວັນທີ່ 15 ທັນວາ 2021 ທີ່ກະຊວງສາທາລະນະສຸກ, ໂດຍການເຂົ້າຮ່ວມຂອງທ່ານ ດຮ. ສະໝອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຕ່າງໝ້າໃຫ້ຫ້ອງການປະກັນສຸຂະພາບແຫ່ງຊາດໂດຍ ທ່ານ ປທ ນາງ ອາພອນ ວິຊາເທບ ຫົວໝ້າຫ້ອງການປະກັນສຸຂະພາບແຫງຊາດ ແລະ ທ່ານ. ຊັງມາກ ໂຕເມ ຜູ້ຕ່າງໝ້າອົງການກາແດງສະວິດ໌ປະຈຳ ສປປ ລາວ. ພ້ອມກັນນັ້ນກໍມີຫ້ອງການກະຊວງ,ບັນດາກົມກອງ,ກະຊວງຕ່າງປະເທດ,ກະຊວງກະສີກຳແລະປ່າໄມ ແລະ ບັນດາຄູ່ຮ່ວມພັດທະນາ ທີ່ຜ່ານລະບົບປະຊຸມທາງໄກ. ໂຄງການດັ່ງກ່າວແມ່ນການຮ່ວມມື ແລະ ສະໝັບສະໝູນດ້ານວິຊາການ ແລະ ງົບປະມານພາຍໃຕ້ຂອບຂອງຫ້ອງການປະກັນສຸຂະພາບແຫ່ງຊາດ,ກະຊວງສາທາລະນະສຸກເຊິ່ງສຸມໃສ່ການປະຕິຮູບກອງທຶນປະກັນສຸຂະພາບແຫ່ງຊາດ ແລະ ສ້າງຄວາມເຂັມແຂງໃຫ້ແກ່ຫ້ອງການປະກັນສຸຂະພາບໃນຂອບເຂດທົ່ວປະເທດ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດນັບແຕ່ມື້ລົງລາຍເຊັນໃນບົດບັນທຶກຄວາມເຂົ້າໃຈເປັນຕົ້ນໄປ ແລະ ໂຄງການມີໄລຍະເວລາ 3ປີ ຈະສິ້ນສຸດໃນວັນທີ່ 31 ທັນວາ 2024. ໂດຍທຶນສະໝັບສະໝູນຂອງອົງການກາແດງສະວິດສ໌ລວມມູນຄ່າທັງໝົດ 1,330,000ຝຼັງສະວິດສ໌ (ປະມານ14 ຕື້ກີບ)