ການເປີດນຳໃຊ້ເຄື່ອງຜະລິດອົກຊີແຊນທາງການແພດ ເຄື່ອງທີສອງຂອງ ສປປ ລາວ

ວັນທີ 8 ກັນຍາ 2023, ນະຄອນຫຼວງວຽງຈັນ, ສປປ ລາວ: ຖືວ່າເປັນບາດກ້າວອັນສໍາຄັນສໍາລັບວຽກງານການປິ່ນປົວສຸຂະພາບ ໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ທີ່ໄດ້ມີການເປີດການນຳໃຊ້ເຄື່ອງຜະລິດອົກຊີແຊນທາງການແພດ ເຄື່ອງທີ 2 ທີ່ໂຮງໝໍແຂວງສະຫວັນນະເຂດ ໂດຍໄດ້ຮັບການສະໜັບສະໜູນຈາກອົງການອະນາໄມໂລກ (WHO), ເຮັດໃຫ້ໂຮງໝໍແຂວງສາມາດຜະລິດອົກຊີແຊນໄດ້ເອງເປັນຄັ້ງທຳອິດ. ນອກຈາກນີ້, ຍັງມີເຄື່ອງຜະລິດອົກຊີແຊນອີກ 2 ເຄື່ອງທີ່ຄືກັນນີ້ ກຳລັງຢູ່ໃນຂັ້ນຕອນການຕິດຕັ້ງຢູ່ໂຮງໝໍແຂວງອຸດົມໄຊ ແລະ ໂຮງໝໍແຂວງຫຼວງພະບາງ ແລະ ຈະເປີດການໃຊ້ງານພາຍໃນເດືອນ, ສອງເດືອນຂ້າງໜ້ານີ້.
ເຄື່ອງຜະລິດອົກຊີແຊນທັງ 3 ເຄື່ອງ ແມ່ນສ່ວນໜຶ່ງຂອງການຊ່ວຍເຫຼືອຈາກອົງການອະນາໄມໂລກ ທີ່ມີມູນຄ່າ 33.5 ຕື້ ກີບ (1.7 ລ້ານ ໂດລາສະຫະລັດ) ເຊິ່ງເຄື່ອງຜະລິດອົກຊີແຊນເຫຼົ່ານີ້ ຈະສາມາດສະໜອງອົກຊີແຊນພຽງພໍເພື່ອຊ່ວຍເຫຼືອຄົນເຈັບຫຼາຍສິບພັນຄົນໄດ້ໃນແຕ່ລະປີ. ເຄື່ອງຜະລິດອົກຊີແຊນເຄື່ອງທຳອິດຂອງປະເທດ ແມ່ນໄດ້ຕິດຕັ້ງ ແລະ ເປີດການນຳໃຊ້ໃນເດືອນກຸມພາ ປີ 2023 ຢູ່ໂຮງໝໍແຂວງຈຳປາສັກ, ໂດຍໄດ້ຮັບການຊ່ວຍເຫຼືອຈາກກອງທຶນໂລກ (GF) ແລະ ກອງທຶນການເຂົ້າເຖິງການບໍລິການດ້ານສຸຂະພາບຂອງຄລິນເຕິນ (CHAI).
ການຊ່ວຍເຫຼືອຂອງອົງການອະນາໄມໂລກຄັ້ງນີ້ ຈະເຮັດໃຫ້ໂຮງໝໍແຂວງທັງ 3 ແຫ່ງ ສາມາດຜະລິດອົກຊີແຊນດ້ວຍຕົນເອງເປັນຄັ້ງທຳອິດ ເຊິ່ງຈະສາມາດຜະລິດໄດ້ສູງສຸດເຖິງ 75 000 ບັ້ງຕໍ່ປີ. ອົກຊີແຊນເຫຼົ່ານີ້ຈະສາມາດຊ່ວຍເຫຼືອຊີວິດຄົນເຈັບໃນລະຫວ່າງການຜ່າຕັດ, ການປິ່ນປົວແມ່ ແລະ ເດັກ ແລະ ສຳລັບຄົນເຈັບທີ່ເປັນພະຍາດຫົວໃຈວາຍ, ພະຍາດຫອບຫືດ ຫຼື ອັກເສບປອດ.
ອົກຊີແຊນທາງດ້ານການແພດ ເປັນການປິ່ນປົວທີ່ຊ່ວຍຮັກສາຊີວິດຈາກບັນດາພະຍາດຕ່າງໆ, ລວມທັງພະຍາດໂຄວິດ-19. ໃນ ສປປ ລາວ, ພື້ນຖານໂຄງລ່າງໃນການຜະລິດອົກຊີແຊນ ແມ່ນມີຈຳກັດ ແລະ ອາໄສການນຳເຂົ້າອົກຊີແຊນແຫຼວຈາກປະເທດເພື່ອນບ້ານ ຄື ປະເທດຫວຽດນາມ ຫຼື ປະເທດໄທ. ໃນລະຫວ່າງພາວະສຸກເສີນດ້ານສາທາລະນະສຸກ ເຊັ່ນ ການລະບາດຂອງພະຍາດໂຄວິດ-19 ສາມາດສົ່ງຜົນກະທົບຕໍ່ຄວາມສາມາດໃນການສະໜອງອົກຊີແຊນ ເນື່ອງຈາກມີຄວາມຕ້ອງການເພີ່ມຂຶ້ນ.
ໃນຂະນະລົງຢ້ຽມຢາມເບິ່ງເຄື່ອງຜະລິດອົກຊີແຊນ ທີ່ໂຮງໝໍແຂວງສະຫວັນນະເຂດ, ທ່ານ ດຣ ສະໜອງ ທອງຊະນະ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ສະແດງຄວາມຂອບໃຈມາຍັງອົງການອະນາໄມໂລກ ໂດຍໄດ້ກ່າວວ່າ: “ການຊ່ວຍເຫຼືອອັນສຳຄັນຄັ້ງນີ້ຈະຊ່ວຍຊີວິດຄົນ, ເຮັດໃຫ້ໂຮງໝໍແຂວງທັງ 3 ແຫ່ງມີຄວາມກຸ້ມຕົນເອງ ແລະ ຍັງສາມາດຊ່ວຍໂຮງໝໍເມືອງທີ່ຢູ່ໃກ້ຄຽງ ອີກດ້ວຍ. ສິ່ງເຫຼົ່ານີ້ບໍ່ພຽງແຕ່ຈະເປັນການຊ່ວຍເຫຼືອຊີວິດສໍາລັບຄົນເຈັບ ໃນປັດຈຸບັນເທົ່ານັ້ນ, ແຕ່ຍັງເປັນການຮັບປະກັນໃຫ້ລະບົບສາທາລະນະສຸກຂອງພວກເຮົາມີຄວາມກຽມພ້ອມທີ່ດີຂຶ້ນໃນການຮັບມືກັບເຫດການສຸກເສີນດ້ານສາທາລະນະສຸກໃນອະນາຄົດທີ່ອາດມີຄວາມຕ້ອງການອົກຊີແຊນຫຼາຍຂຶ້ນ.”
ຄຽງ​ຄູ່​ກັບ​ລະບົບ​ການ​ຜະລິດ ​ແລະ ຕື່ມ​ອົກຊີ​ແຊນ, ການ​ສະໜັບສະໜູນຍັງ​ລວມມີ​ການ​ກໍ່ສ້າງ​ສິ່ງ​ອຳນວຍ​ຄວາມ​ສະດວກ, ​ເຄື່ອງ​ຜະລິດ​ໄຟຟ້າ​ສຳຮອງ, ​ເຄື່ອງ​ອາ​ໄຫຼ່ ທີ່ສາມາດໃຊ້​ໃນ 3 ​ປີທຳອິດ, ບັ້ງບັນຈຸອົກຊີແຊນ ຈໍານວນ 200 ບັ້ງໃນແຕ່ລະ​ຈຸດ ​ແລະ ການ​ຝຶກ​ອົບຮົມ​ໃຫ້ນັກ​ວິຊາການແຕ່ລະໂຮງໝໍ.
ທ່ານ ນາງ ດຣ ຢິງ-ຣູ ແຈັກກະລິນ ໂລ, ຜູ້ຕາງໜ້າອົງການອະນາໄມໂລກ ໄດ້ກ່າວວ່າ: “ອົກຊີແຊນ ແມ່ນມີຄວາມສຳຄັນໃນການປິ່ນປົວຄົນເຈັບທີ່ມີອາການໜັກ ລວມທັງຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ-19, ພະຍາດທາງເດີນຫາຍໃຈ, ການຜ່າຕັດ ແລະ ການບາດເຈັບຕ່າງໆ. ການຊ່ວຍເຫຼືອໃນຄັ້ງນີ້ ຈະເຮັດໃຫ້ປະຊາຊົນໃນ ສປປ ລາວ ໂດຍສະເພາະກຸ່ມທີ່ມີຄວາມສ່ຽງ ເຊັ່ນ: ຜູ້ສູງອາຍຸ, ແມ່ຍິງຖືພາ ແລະ ເດັກເກີດໃໝ່ສາມາດປິ່ນປົວຫາຍດີ ແລະ ກັບບ້ານສູ່ຄອບຄົວ ແລະ ຄົນຮັກຂອງເຂົາເຈົ້າ ແລະ ເປັນບາດກ້າວທີ່ໜ້າຊົມເຊີຍຕໍ່ການປັບປຸງລະບົບສາທາລະນະສຸກຂອງ ສປປ ລາວ. ການຊ່ວຍເຫຼືອຄັ້ງນີ້ ຍັງເປັນໂອກາດໃນການປັບປຸງລະບົບໄຟຟ້າ ແລະ ລະບົບພື້ນຖານໂຄງລ່າງອື່ນໆ ພາຍໃນໂຮງໝໍ ອີກດ້ວຍ.”
ການສະໜອງອົກຊີແຊນຖືເປັນໜຶ່ງໃນບັນດາວຽກງານບູລິມະສິດສຳລັບອົງການອະນາໄມໂລກໃນການຊ່ວຍເຫຼືອ ສປປ ລາວ ທັງລະຫວ່າງ ແລະ ພາຍຫຼັງການລະບາດຂອງພະຍາດໂຄວິດ-19 ເຊິ່ງອົງການອະນາໄມໂລກໄດ້ເຮັດວຽກປະສານງານຢ່າງໃກ້ຊິດກັບບັນດາຄູ່ຮ່ວມພັດທະນາຕໍ່ກັບວຽກງານດັ່ງກ່າວ. ການຊ່ວຍເຫຼືອດັ່ງກ່າວລວມມີ ການສະໜອງອົກຊີແຊນ ແລະ ອຸປະກອນອົກຊີແຊນທາງການແພດ, ການຝຶກອົບຮົມພະນັກງານແພດໝໍ ແລະ ການຊ່ວຍເຫຼືອດ້ານວິຊາການ ເຊິ່ງເປັນສ່ວນໜຶ່ງຂອງການສະໜັບສະໜູນໃນໄລຍະຍາວ ເພື່ອປັບປຸງການບໍລິການທາງດ້ານສາທາລະນະສຸກ ແລະ ສ້າງລະບົບສາທາລະນະສຸກທີ່ໝັ້ນຄົງ ແລະ ຍືນຍົງ.