ລັດຖະບານຣາຊະອານາຈັກລຸກຊໍາບວກ ສືບຕໍ່ໃຫ້ການສະໜັບສະໜູນແກ່ລັດຖະບານ ສປປ ລາວ

ລັດຖະບານຣາຊະອານາຈັກລຸກຊໍາບວກ ສືບຕໍ່ໃຫ້ການສະໜັບສະໜູນແກ່ລັດຖະບານ ສປປ ລາວ ຊື່ງເປັນປະເທດຄູ່ຮ່ວມພັດທະນາ ໃນວຽກງານແກ້ໄຂສິ່ງທ້າທາຍ ແລະ ຕອບໂຕ້ ສະພາບການລະບາດຂອງພະຍາດໂຄວິດ-19 ໃນປະຈຸບັນ. ເພື່ອແກ້ໄຂສະພາບການທີ່ຈຳນວນກໍລະນີຕິດເຊຶ້ອພະຍາດໂຄວິດ-19 ໄດ້ເພີ່ມຂື້ນຢ່າງຫຼວງຫຼາຍໃນໄລຍະໃໝ່ນີ້ ດັ່ງນັ້ນ, ລັດຖະບານລຸກຊຳບວກ ຈຶ່ງໄດ້ສັນຍາໃຫ້ການສະໜັບສະໜູນເພີ້ມເຕີມ 1,200,000 ເອີໂຣ. ພິທີມອບ-ຮັບການສະໜັບສະໜູນເພີ້ມເຕີມ 1,200,000 ເອີໂຣ, ແມ່ນໄດ້ຈັດຂື້ນຢ່າງເປັນທາງການທີ່ກະຊວງສາທາລະນະສຸກ, ໂດຍການເຂົ້າຮ່ວມທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ Sam Schreiner ອຸປະທູດແຫ່ງຣາຊະອານາຈັກລຸກຊຳບວກ, ທ່ານຜູ້ຕາງໜ້າສະຫະພາບເອີລົບ ອາເມລິກາ-ກະຊວງການຕ່າງປະເທດ, ກົມຮ່ວມມືສາກົນ-ກະຊວງການຕ່າງປະເທດ, ຕາງໜ້າອົງການລຸກຊຳບວກ ປະຈຳລາວ, ອົງການ WHO ປະຈໍາລາວ, ອົງການ ຈ້າຍ CHAI, ບັນດາຫົວໜ້າກົມ, ຫົວໜ້າສູນ, ຕາງໜ້າສະຖາບັນປັດສະເຕີລາວ IPL ແລະ ພະນັກງານຂັ້ນສູງອື່ນໆເຂົ້າຮ່ວມ. ກະຊວງສາທາລະນະສຸກ.

ລັດຖະບານຣາຊະອານາຈັກລຸກຊໍາບວກ ສືບຕໍ່ໃຫ້ການສະໜັບສະໜູນແກ່ລັດຖະບານ ສປປ ລາວ Read More »