December 18, 2021

ພິທີມອບ-ຮັບວັກຊິນປ້ອງກັນພະຍາດໂຄວິດ-19. ຍີ່ຫໍ Astrazeneca ຈຳນວນ 283,400ໂດຮ

ພິທີມອບ-ຮັບວັກຊິນປ້ອງກັນພະຍາດໂຄວິດ-19. ຍີ່ຫໍ Astrazeneca ຈຳນວນ 283,400ໂດຮ ແລະ ເຂັມສັກຢາຈຳນວນໝຶ່ງ, ຊຶ່ງໄດ້ຮັບການຊ່ວຍເຫຼືອຈາກລັດຖະບານມາເລເຊຍ ການຊ່ວຍເຫຼືອແບບພິເສດໃນຄັ້ງນີ້ຈະເປັນການປະກອບສ່ວນທີ່ສຳຄັນເຂົ້າໃນວຽກງານການກັນ ແລະ ຕອບໂຕ້ຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ. ໂດຍສະເພາະກໍ່ແມ່ນການເພີ່ມທະວີອັດຕາການສັກຢາວັກຊິນປ້ອງກັນພະຍາດໂຄວິດ-19. ໃຫ້ແກ່ພົນລະເມືອງລາວໃຫ້ບັນລຸຕາມແຜນການ ແລະ ເປົ້າໝາຍຂອງລັດຖະບານໃຫ້ກວມເອົາຫຼາຍກວ່າ 50% ໃນທ້າຍປີ 2021 ແລະ ໃຫ້ເພີ່ມຂື້ນເປັນ 87,25% ໃນປີ 2022. ໃຫ້ກຽດຕ່າງໝ້າແກ່ລັດຖະບານມາເລເຊຍ ມອບໂດຍ ທ່ານ. ນາງ. ຮາຟີກາ ຮາຊູລະ, ອຸປະທູດມາເລເຊຍ ປະຈຳ ສປປ ລາວ ແລະ ຕ່າງໝ້າໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ຮັບການຊ່ວຍເຫຼືອໂດຍ ທ່ານ. ປອ. ດຮ.ບຸນແຝງ ພູມມະໄລສິດ , ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມກົມກອງຂະແໝງການທີ່ກ່ຽວຂ້ອງ. ທ່ານລັດຖະມົນຕີກະຊວງສາທາລະນະສຸກໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງລັດຖະບານ ແລະ ປະຊາຊົນມາເລເຊຍທີ່ໃຫ້ການຊ່ວຍເຫຼືອແກ່ ສປປ […]

ພິທີມອບ-ຮັບວັກຊິນປ້ອງກັນພະຍາດໂຄວິດ-19. ຍີ່ຫໍ Astrazeneca ຈຳນວນ 283,400ໂດຮ Read More »

ພິທີເຊັນບົດບັນທຶກຄວາມເຂົ້າໃຈການຈັດຕັ້ງປະຕິບັດໂຄງການ ການປະກອບສ່ວນເພື່ອບັນລຸການປົກຄຸມສຸຂະພາບທົ່ວປວງຊົນລາວ

ພິທີເຊັນບົດບັນທຶກຄວາມເຂົ້າໃຈການຈັດຕັ້ງປະຕິບັດໂຄງການ ການປະກອບສ່ວນເພື່ອບັນລຸການປົກຄຸມສຸຂະພາບທົ່ວປວງຊົນລາວ ຢູ່ ສປປລາວ ໄລຍະ3 ລະຫວ່າງກະຊວງສາທາລະນະສຸກ ແລະ ອົງການກາແດງສະວິດສ໌ ປະຈຳ ສປປ ລາວ ໄດ້ຈັດຂື້ນໃນວັນທີ່ 15 ທັນວາ 2021 ທີ່ກະຊວງສາທາລະນະສຸກ, ໂດຍການເຂົ້າຮ່ວມຂອງທ່ານ ດຮ. ສະໝອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຕ່າງໝ້າໃຫ້ຫ້ອງການປະກັນສຸຂະພາບແຫ່ງຊາດໂດຍ ທ່ານ ປທ ນາງ ອາພອນ ວິຊາເທບ ຫົວໝ້າຫ້ອງການປະກັນສຸຂະພາບແຫງຊາດ ແລະ ທ່ານ. ຊັງມາກ ໂຕເມ ຜູ້ຕ່າງໝ້າອົງການກາແດງສະວິດ໌ປະຈຳ ສປປ ລາວ. ພ້ອມກັນນັ້ນກໍມີຫ້ອງການກະຊວງ,ບັນດາກົມກອງ,ກະຊວງຕ່າງປະເທດ,ກະຊວງກະສີກຳແລະປ່າໄມ ແລະ ບັນດາຄູ່ຮ່ວມພັດທະນາ ທີ່ຜ່ານລະບົບປະຊຸມທາງໄກ. ໂຄງການດັ່ງກ່າວແມ່ນການຮ່ວມມື ແລະ ສະໝັບສະໝູນດ້ານວິຊາການ ແລະ ງົບປະມານພາຍໃຕ້ຂອບຂອງຫ້ອງການປະກັນສຸຂະພາບແຫ່ງຊາດ,ກະຊວງສາທາລະນະສຸກເຊິ່ງສຸມໃສ່ການປະຕິຮູບກອງທຶນປະກັນສຸຂະພາບແຫ່ງຊາດ ແລະ ສ້າງຄວາມເຂັມແຂງໃຫ້ແກ່ຫ້ອງການປະກັນສຸຂະພາບໃນຂອບເຂດທົ່ວປະເທດ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດນັບແຕ່ມື້ລົງລາຍເຊັນໃນບົດບັນທຶກຄວາມເຂົ້າໃຈເປັນຕົ້ນໄປ ແລະ ໂຄງການມີໄລຍະເວລາ 3ປີ ຈະສິ້ນສຸດໃນວັນທີ່ 31 ທັນວາ 2024. ໂດຍທຶນສະໝັບສະໝູນຂອງອົງການກາແດງສະວິດສ໌ລວມມູນຄ່າທັງໝົດ

ພິທີເຊັນບົດບັນທຶກຄວາມເຂົ້າໃຈການຈັດຕັ້ງປະຕິບັດໂຄງການ ການປະກອບສ່ວນເພື່ອບັນລຸການປົກຄຸມສຸຂະພາບທົ່ວປວງຊົນລາວ Read More »