November 2021

ສປປ ລາວ ໄດ້ຮັບການບໍລິຈາກວັກຊີນປ້ອງກັນພະຍາດ ໂຄວິດ-19 AstraZeneca ຈໍານວນ 600,000 ກ່ວາໂດສ໌

ໃນມື້ນີ້, ສປປ ລາວ ໄດ້ຮັບການບໍລິຈາກວັກຊີນປ້ອງກັນພະຍາດ ໂຄວິດ-19 AstraZeneca ຈໍານວນ 600,000 ກ່ວາໂດສ໌ ໂດຍຜ່ານ COVAX Facility – ເຊີ່ງແມ່ນການຮ່ວມມືກັນລະຫວ່າງອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ອົງການກາວີ (Gavi) ແລະ ອົງການອະນາໄມໂລກ (WHO), ໂດຍມີ ອົງການຢູນິເຊັບ ເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ – ເເລະ ເປັນການຈັດສົ່ງວັກຊີນຊຸດທີ 6 ພາຍໃຕ້ COVAX. ການຈັດສັນວັກຊີນກັນພະຍາດ ໂຄວິດ-19 ຊຸດໃໝ່ນີ້ປະກອບມີວັກຊີນ AstraZeneca 132,000 ໂດສ໌ ເຊີ່ງເປັນການປະກອບສ່ວນໂດຍກົງຈາກ COVAX Facility, ແລະ ການບໍລິຈາກວັກຊີນຊະນີດດຽວກັນຈາກປະເທດ ຟິນແລນ, ສວີເດນ ແລະ ເນເທີແລນ ໂດຍຜ່ານ COVAX Facility, ເຊິ່ງປະກອບມີ 100,800 ໂດສ໌ ຈາກປະເທດຟິນແລນ, 199,200 ໂດສ໌ ຈາກປະເທດສວີເດນ ແລະ […]

ສປປ ລາວ ໄດ້ຮັບການບໍລິຈາກວັກຊີນປ້ອງກັນພະຍາດ ໂຄວິດ-19 AstraZeneca ຈໍານວນ 600,000 ກ່ວາໂດສ໌ Read More »

ກະຊວງສາທາລະນະສຸກປະກາດແຕ່ງຕັ້ງຮອງລັດຖະມົນຕີເພີ່ມ

ໃນວັນທີ 5 ພະຈິກ 2021 ທີ່ຜ່ານມາກະຊວງສາທາລະນະສຸກປະກາດການຈັດຕັ້ງເພີ່ມຕື່ມໂດຍແຕ່ງຕັ້ງ ທ່ານ ດຣ. ໄພວັນ ແກ້ວປະເສີດ ຫົວໜ້າກົມກວດກາ ຂຶ້ນເປັນຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ. ນາງ ຜາສຸກ ວົງວິຈິດ ຫົວໜ້າກົມການສຶກສາຂຶ້ນເປັນຜູ້ຊ່ວຍລັດຖະມົນຕີ ຮອງລັດຖະມົນຕີ, ທ່ານ ດຣ ຄຳພົ້ວ ສຸດທິສົມບັດ ຫົວໜ້າກົມປິ່ນປົວ ມາເປັນຫົວໜ້າກົມກວດກາ, ທ່ານ ສຸກສົມຄວນ ຈັນທະມາດ ຫົວໜ້າພະແນກບໍລິຫານກົມອາຫານ ແລະ ຢາ ຂຶ້ນເປັນຮອງຫົວໜ້າກົມອາຫານ ແລະ ຢາ, ທ່ານ ດຣ ນາງ ດາວດວງຈັນ ບູລົມມະວົງ ຫົວໜ້າພະແນກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ຂຶ້ນເປັນຮອງຫົວໜ້າຫ້ອງການກະຊວງ ແລະ ທ່ານ ດຣ ນາງ ສຸພາພອນ ສະເດັດຕັນ ຫົວໜ້າພະແນກພົວພັນຕ່າງປະເທດຂຶ້ນເປັນຮອງຫົວໜ້າຫ້ອງການກະຊວງ. ໃຫ້ກຽດເຂົ້າຮ່ວມໃນພິທີໃນຄັ້ງນີ້ມີທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ເລຂາຄະນະພັກກະຊວງສາທາລະນະສຸກ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ

ກະຊວງສາທາລະນະສຸກປະກາດແຕ່ງຕັ້ງຮອງລັດຖະມົນຕີເພີ່ມ Read More »

ວັກຊີນ ອາສຕຣາ ເຊເນກາ (Astra Zeneca/Oxford) ຈໍານວນ 523,200 ໂດສ໌ ໄດ້ຖືກ ມອບ-ຮັບ ໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ຢ່າງເປັນທາງການ

ວັກຊີນ ອາສຕຣາ ເຊເນກາ (Astra Zeneca/Oxford) ຈໍານວນ 523,200 ໂດສ໌ ໄດ້ຖືກ ມອບ-ຮັບ ຢ່າງເປັນທາງການໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ໃນຕອນບ່າຍຂອງວັນທີ 2 ພະຈິກ 2021 ທີ່ສະໜາມບິນສາກົນວັດໄຕ ໂດຍການເຂົ້າຮ່ວມຂອງ ພະນະທ່ານ ດຣ. ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ; ດຣ. ເກົ່າ ຈຸ້ນ, ຜູ້ຕາງໜ້າອົງການ ອານາໄມໂລກ ປະຈໍາ ສປປ ລາວ; ດຣ. ເພຍ ເຣເບລໂລ ບຣິດໂຕ, ຜູ້ຕາງໜ້າອົງການ ຢູນິເຊັບ ປະຈໍາ ສປປ ລາວ. ການສົ່ງມອບວັກຊີນໃໝ່ນີ້ຈະຊ່ວຍເລັ່ງໃຫ້ ສປປ ລາວ ບັນລຸເປົ້າໝາຍການສັກຢາກັນພະຍາດໂຄວິດ-19 ໃຫ້ໄດ້ 50 ສ່ວນຮ້ອຍຂອງປະຊາກອນທັງໝົດໃນປີ

ວັກຊີນ ອາສຕຣາ ເຊເນກາ (Astra Zeneca/Oxford) ຈໍານວນ 523,200 ໂດສ໌ ໄດ້ຖືກ ມອບ-ຮັບ ໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ຢ່າງເປັນທາງການ Read More »